ຂ່າວສານຊີອາໄອ ລາຍງານວ່າ: ໃນຕອນເຊົ້າວັນທີ 5 ກັນຍານີ້, ກອງປະ ຊຸມການສຶກສາສຳລັບແມ່ຍິງຈີນ-ອາຟຣິກາ ທີ່ພາດຫົວຂໍ້ວ່າ “ຈີນ ແລະ ອາຟຣິກາເຄື່ອນໄຫວຮ່ວມກັນ, ການສຶກສາສ້າງຄວາມສາມາດໃຫ້ແກ່ເພດຍິງ” ໄດ້ຈັດຂຶ້ນຢູ່ຫໍຮັບແຂກ ເມືອງຕ້ຽວຢວີຖາຍ ທີ່ນະຄອນຫຼວງປັກກິ່ງ, ທ່ານນາງ ເຜິງລີ້ຢວນ ພັນລະຍາຂອງທ່ານ ສີຈິ້ນຜິງ, ທູດພິເສດດ້ານການຊຸກຍູ້ການສຶກສາເດັກຍິງ ແລະ ແມ່ຍິງຂອງອົງການ ເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍ ເນັສໂກ  ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງກ່າວຄຳປາໄສ, ຄູ່ຄອງ ແລະ ຜູ້ແທນຂອງ ຜູ້ນຳປະເທດອາຟຣິກາ 26 ປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດປັກກິ່ງຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ 2024 ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ທ່ານນາງ ເຜິງລີ້ຢວນ ໄດ້ກ່າວຄຳປາໄສວ່າ: ຈີນ ແລະ ອາຟຣິກາ ແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ, ແມ່ຍິງຈີນ ແລະ ອາຟຣິກາ ໄດ້ບັນທຶກປະຫວັດສາດໜ້າໃໝ່ຂອງຄວາມສາມັກຄີ - ການຮ່ວມມື ແລະ ເກາະແຂນ ກັນກ້າວເດີນໄປຂ້າງໜ້າດ້ວຍຄວາມດຸໝັ່ນຂະຫຍັນພຽນ, ສະຕິປັນຍາ ແລະ ການອຸ ທິດຕົນ. ໃນການຊຸກຍູ້ການພັດທະນາວຽກງານການສຶກສາສຳລັບແມ່ຍິງ ແລະ ກ້າວໄປ ສູ່ອະນາຄົດທີ່ດີງາມ, ຈີນ ແລະ ອາຟຣິກາມີອຸດົມການຮ່ວມກັນ, ສອງຝ່າຍຄວນສືບຕໍ່ ສົ່ງເສີມນ້ຳໃຈການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນ-ອາຟຣິກາ, ຮ່ວມກັນຊຸກ ຍູ້ການສຶກສາສຳລັບເດັກຍິງ ແລະ ແມ່ຍິງໃນທົ່ວໂລກໃຫ້ພັດທະນາ ໄປສູ່ທິດທາງທີ່ຍຸຕິ ທຳກວ່າເກົ່າ, ກວມລວມ ແລະ ມີຄຸນນະພາບສູງ ເພື່ອຮ່ວມກັນສ້າງ  ແລະ ຮ່ວມກັນ ຊົມໃຊ້ໂລກທີ່ດີງາມກວ່າເກົ່າ.