ໂດຍ: ຄ. ຄຳປະສິດ
 ການເປັນປະທານອາຊຽນຂອງ ສປປລາວປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”  ຊຶ່ງປະກອບມີ 9 ບຸລິມະສິດ, ໃນບົດນີ້ພວກເຮົາຈະນຳສະເໜີບຸລິມະສິດ “ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ” ຊຶ່ງເປັນອີກບຸລິມະສິດໜຶ່ງທີ່ມີຄວາມສຳຄັນໃນການສົ່ງເສີມການພັດທະນາສີຂຽວລວມທັງການແກ້ໄຂບັນຫາການປ່ຽນແປງສະພາບດິນຟ້າອາກາດ.
“ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ” ຈະສຸມໃສ່ຂົງເຂດບຸລິມະສິດ ຊຶ່ງລວມມີວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ;ການສົ່ງເສີມການພັດທະນາຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ;ການແກ້ໄຂັບັນຫາການປ່ຽນແປງສະພາບດິນຟ້າອາກາດ ດ້ວຍການຫຼຸດຜ່ອນ ແລະ ປັບຕົວ; ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ. ອາຊຽນ ຈະຕ້ອງໄດ້ຍົກລະດັບທາງດ້ານນະໂຍບາຍ ແລະ ການດຳເນີນການຂອງຕົນ ລວມທັງການສ້າງນະໂຍບາຍພາກພື້ນ ແລະ ການຮ່ວມມືກັບສາກົນ ເພື່ອສະໜັບສະໜູນການອະນຸລັກ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ. ພ້ອມນີ້, ກໍເປັນເວລາ ທີ່ປະຊາຄົມອາຊຽນ ຈະລົງເລິກການຮ່ວມມືໃນການຟື້ນຟູເສດຖະກິດ ໂດຍຄຳນຶງເຖິງຄວາມຈຳເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດທະນາສີຂຽວ ແລະ ສະອາດ, ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານຮັບມືການປ່ຽນແປງສະພາບດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາກິດຈະກຳ ແລະ ເອກະສານຕ່າງໆ ທີ່ຈະສະໜັບສະໜູນບຸລິມະສິດດັ່ງກ່າວມີ: ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງສະພາບດິນຟ້າອາກາດ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ ຄັ້ງທີ 29; ການສ້າງແຜນງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ກ່ຽວກັບບັນຫາມົນລະພິດໝອກຄວັນຂ້າມຊາຍແດນ; ຂອບແຜນງານອາຊຽນ ວ່າດ້ວຍ ເສດຖະກິດທີ່ນໍາໃຊ້ຊັບພະຍາກອນໜ້ອຍ ແລະ ປາສະຈາກມົນລະພິດ ພາສຕິກ; ແລະ ແຜນງານການສ້າງຂີດຄວາມສາມາດ ສຳລັບປະເທດສະມາຊິກອາຊຽນ ເພື່ອການເຂົ້າເຖິງກອງທຶນສໍາລັບ ການພັດທະນາສີຂຽວ.