ໃນຕອນເຊົ້າຂອງວັນທີ 6 ກັນຍານີ້ທີ່ ສະພາແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕວ່າທີ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນປະທານາທິບໍດີແຫ່ງສອິນໂດເນເຊຍຢ່າງເປັນທາງການໃນເດືອນຕຸລາ 2024 ທີ່ຈະມາເຖິງນີ້, ທັງຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສອິນໂດເນເຊຍ ທີ່ມີມາແຕ່ດົນນານຫຼາຍກວ່າ 6 ທົດສະວັດ, ລວມທັງການຮ່ວມມືເພື່ອການພັດທະນາໃນຂອບການຮ່ວມມືອາຊຽນກໍຄືໃນພາກພື້ນ ແລະ ສາກົນ.
ພະນະທ່ານພຣາໂບໂວ ສຸບຽນໂຕ ພ້ອມດ້ວຍຄະນະ ເດີນທາງມາເຖິງສະພາແຫ່ງຊາດຊຶ່ງຖືກຕ້ອນຮັບໂດຍ ພະນະທ່ານ ນາງ ເຂັມມະນີ ພົນເສນາຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ນໍາພາຍ່າງຜ່ານແຖວກອງກຽດຕິຍົດໄປຍັງຫ້ອງຢ້ຽມຂໍ່ານັບ.
ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານພຣາໂບໂວ ສຸບຽນໂຕ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ແຫ່ງ ສອິນໂດເນເຊຍ ໃນເດືອນກຸມພາ 2024 ຜ່ານມາ ຊຶ່ງຈະຮັບຕໍາແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນທີ 8 ໃນເດືອນຕຸລາ 2024 ນີ້, ທັງຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ແກ່ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຊົມເຊີຍ ວັນຊາດອິນໂດເນເຊຍ ຄົບຮອບ 79 ປີ (ໃນວັນທີ 17 ສິງຫາ 2024) ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ພະນະທ່ານປະທານາທິບໍດີ ໂຈໂກ ວິໂດໂດ.
ພ້ອມກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການພົວພັນຮ່ວມມືຂອງສອງປະເທດ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ. ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 30 ສິງຫາ 1957, ການພົວພັນຮ່ວມມືໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍຄືໃນຄອບຄົວອາຊຽນ. ສອງຝ່າຍ ມີກົນໄກການຮ່ວມມືນຳກັນ ໂດຍສະເພາະການຈັດກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍJCBC. ການຮ່ວມມືທາງດ້ານການຄ້າ ມີທ່ວງທ່າຂະຫຍາຍຕົວໃນຊຸມປີຜ່ານມາ ນັບແຕ່ປີ2019-6 ເດືອນຕົ້ນປີ 2024 ການຄ້າສອງຝ່າຍ  ມີມູນຄ່າຫຼາຍກວ່າ 188,4 ລ້ານໂດລາຊຶ່ງສອງຝ່າຍກໍໄດ້ແລກປ່ຽນຄໍາຄິດເຫັນກັນ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການທີ່ມີທ່າແຮງບົ່ມຊ້ອນຂອງສອງຝ່າຍທີ່ຈະສາມາດຮ່ວມມືກັນບົນພື້ນຖານການຕອບສະໜອງຊຶ່ງກັນ ແລະ ກັນ ໃນອະນາຄົດ ເປັນຕົ້ນແມ່ນດ້ານກະສິກຳ, ທ່ອງທ່ຽວ, ອຸດສາຫະກຳບໍ່ແຮ່, ການບໍລິການ ແລະ ອື່ນໆຊຶ່ງຝ່າຍລາວ ກໍໄດ້ເຊື້ອເຊີນນັກລົງທຶນຈາກອິນໂດເນເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜງຕ່າງໆ ໃຫ້ຫຼາຍຂຶ້ນຕື່ມອີກ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.
ນອກຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບເຖິງການເປັນປະທານອາຊຽນ ຂອງ ສປປ ລາວ ໂດຍໄດ້ກຳນົດຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ແລະໄດ້ກໍານົດ 9 ບຸລິມະສິດ ເພື່ອຜັນຂະຫຍາຍຄໍາຂວັນດັ່ງກ່າວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ພ້ອມທັງກຳໄດ້ກາລະໂອກາດ ໃນທ່າມກາງສະພາບການປ່ຽນແປງຂອງພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ, ໂດຍສືບຕໍ່ເສີມຂະຫຍາຍທ່ວງທ່າ ແລະ ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ອິນໂດເນເຊຍໃນປີ 2023 ທີ່ຜ່ານມາ. ພ້ອມນັ້ນ,ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍການສະໜອງທຶນການສຶກສາລະດັບປະລິນຍາຕີ ແລະ ໂທ, ທັງການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ຫຼາຍກ່ວາ 130 ທຶນ ໃນໄລຍະຜ່ານມາ ລວມເຖິງໃນແຕ່ລະປີສະຖານທູດກໍໄດ້ເປີດຈັດຊຸດຝຶກອົບຮົມພາສາ Bahasa, ພິເສດກໍແມ່ນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອໃນການເປັນປະທານອາຊຽນຂອງ ສປປ ລາວ ຜ່ານມາ, ລວມທັງການເປັນປະທານອາຊຽນ ໃນປີ 2024 ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອ ສຳລັບການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນມູນຄ່າ 1 ລ້ານໂດລາ.
ໃນໂອກາດດຽວກັນນີ້,ພະນະທ່ານ ພຣາໂບໂວ ສຸບຽນໂຕ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າອັນຈົບງາມຂອງ ພະນະທ່ານ ທອງລຸນ ສີສຸລິດ, ທັງຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນປະທານາທິບໍດີແຫ່ງສອິນໂດເນເຊຍຢ່າງເປັນທາງການໃນວັນທີ 20 ຕຸລາ 2024 ທີ່ຈະມາເຖິງນີ້ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອິນໂດເນເຊຍ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ຕໍ່ມາໃນວັນດຽວກັນ, ທີ່ສໍານັກງານນາຍົກລັດຖະມົນຕີພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕວ່າທີ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 5-6 ກັນຍາ 2024.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ພະນະທ່ານພຣາໂບໂວ ສຸບຽນໂຕ ທີ່ນໍາພາຄະນະມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບແລະເສີມຂະຫຍາຍການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານພຣາໂບໂວ ສຸບຽນໂຕ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ແຫ່ງ ສອິນໂດເນເຊຍ ໃນເດືອນກຸມພາ 2024 ຜ່ານມາ ແລະ ຈະຮັບຕໍາແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນທີ 8 ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2024 ນີ້, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ພະນະທ່ານ ປະທານາທິບໍດີ ໂຈໂກ ວິໂດໂດ.
ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານແລະການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາຊຶ່ງເຫັນວ່າ ການພົວພັນຮ່ວມມື ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ໄປຄຽງຄູ່ກັນນັ້ນສອງຝ່າຍກໍມີການສະໜັບສະໜູນ ເເລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການທີ່ມີທ່າແຮງບົ່ມຊ້ອນຂອງສອງຝ່າຍ ເປັນຕົ້ນແມ່ນດ້ານກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳບໍ່ແຮ່, ການບໍລິການ ແລະ ອື່ນໆ, ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ຖືໂອກາດນີ້ ເຊື້ອເຊີນນັກລົງທຶນຈາກອິນໂດເນເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜງຕ່າງໆ ໃຫ້ຫຼາຍຂຶ້ນຕື່ມອີກ. ນອກນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ມີຄວາມສົນໃຈຮ່ວມກັນ.
ນອກຈາກນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວໃນໄລຍະ 8 ເດືອນຜ່ານມາແລະ ຄວາມພ້ອມໃນການສືບຕໍ່ເປັນເຈົ້າພາບ ແລະ ປະທານອາຊຽນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ, ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ນີ້ ຊຶ່ງການເປັນປະທານອາຊຽນ ຂອງ ສປປ ລາວ ຄັ້ງນີ້ ແມ່ນໄດ້ກຳນົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊຽນ”ແລະກໍານົດ9 ບຸລິມະສິດ ເພື່ອຜັນຂະຫຍາຍຄໍາຂວັນດັ່ງກ່າວທີ່ສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ; ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ,ພິເສດກໍແມ່ນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອໃນການເປັນປະທານອາຊຽນຂອງ ສປປ ລາວ ຜ່ານມາ, ລວມທັງການເປັນປະທານອາຊຽນ ໃນປີ 2024.
ໃນໂອກາດດຽວກັນນີ້,ພະນະທ່ານ ພຣາໂບໂວ ສຸບຽນໂຕ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າອັນຈົບງາມຂອງ ພະນະທ່ານ ສອນໄຊ ສີພັນດອນ, ທັງຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນປະທານາທິບໍດີແຫ່ງສອິນໂດເນເຊຍຢ່າງເປັນທາງການໃນວັນທີ 20ຕຸລາ 2024 ທີ່ຈະມາເຖິງນີ້. ພ້ອມນີ້,ພະນະທ່ານ ພຣາໂບໂວ ສຸບຽນໂຕ ໄດ້ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມືກັບສປປລາວເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອິນໂດເນເຊຍ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ໂດຍສະເພາະໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການສະໜັບສະໜູນໃນການພັດທະນາຊັບພະຍາກອນມະນຸດ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ, ລວມເຖິງຈະຊຸກຍູ້ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ແສງຈັນ)