ໃນວັນທີ 17 ກັນຍາຜ່ານມານີ້, ໜ່ວຍພັກຫ້ອງການກາແດງ ເມືອງໄຊຍະບູລີ ໄດ້ດຳເນີນກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ II ຂອງຕົນ ຂຶ້ນທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ. ໂດຍການເປັນປະທານຂອງສະຫາຍ ນາງ ສີທອນ ຄຳອ່ອນ ເລຂາໜ່ວຍພັກຫ້ອງການກາແດງເມືອງ, ມີສະຫາຍ ນາງ ພິລາວັນ ອົງແກ້ວ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄຊຍະບູລີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມເມືອງ, ມີໜ່ວຍປະຕິບັດງານຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ນາງ ສີທອນ ຄຳອ່ອນ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ຊຶ່ງບາງຕອນສະຫາຍກ່າວວ່າ: ໜ່ວຍພັກຫ້ອງການກາແດງເມືອງເປັນໜ່ວຍພັກໜຶ່ງ ຊຶ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງອົງຄະນະພັກເມືອງໄຊຍະບູລີ ແລະ ໄດ້ເຄືຶ່ອນໄຫວເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ. ຕະຫຼອດໄລຍະ 5 ປີຜ່ານມາຄະນະໜ່ວຍພັກໄດ້ນຳເອົາບັນດານິຕິກຳຕ່າງໆເປັນຕົ້ນແມ່ນມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ມາເຊື່ອມຊຶມໃຫ້ແກ່ສະມາຊິກພັກໃຫ້ມີຄວາມເຂົ້າໃຈ ແລະ ກຳແໜ້ນຕໍ່ກົດລະບຽບຂອງພັກ. ສໍາລັບວຽກງານວິຊາສະເພາະກໍໄດ້ເອົາໃຈໃສ່ນຳພາ-ຊີ້ນໍາແຕ່ລະໜ່ວຍງານໃຫ້ຮູ້ເຄື່ອນໄຫວຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນສະແດງອອກໄລຍະຜ່ານມາໄດ້ຮັບບໍລິຈາກເລືອດໄດ້ 74 ຄັ້ງ, ມີຜູ້ສະໝັກບໍລິຈາກເລືອດທັງໝົດ 3.668 ທ່ານ, ຍິງ1.411 ທ່ານ, ໄດ້ຮັບເລືອດຕົວຈິງ 3.642  ຖົງ; ວຽກງານກອງທືນເລືອດ ໃນໜື່ງປີຜານມາໄດ້ຮັບເງີນກອງທືນເລືອດຈາກບັນດາສຳນັກງານອ້ອມຂ້າງເມືອງ, ບ້ານທັງໝົດ 38 ລ້ານກວ່າກີບ, ໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງສະພາກາຊາດໄທ, ອົງການອາຫານໂລກ, ປະເທດເກົາຫຼີ, ບັນດາຫ້ອງການ, ລັດວິສາຫະກິດຜູ້ປະກອບການເປັນເປັນປະເພດເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າທັງໝົດ 253,5 ລ້ານກວ່າກີບ ທັງໝົດແມ່ນໄດ້ນຳໄປມອບໃຫ້ຜູ້ປະສົບໄພ. ພ້ອມນີ້ໃ ນກອງປະຊຸມກໍໄດ້ຮັບຟັງການຜ່ານແຜນພັດທະນາວຽກງານການແດງເມືອງ 5 ປີຕໍ່ໜ້າ 2025-2029. 
ໃນກອງປະຊຸມຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມພ້ອມທັງກ່າວລາໜ້າທີ່ ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນຍົກບັດ ເລືອກເອົາຄະນະໜ່ວຍພັກຊຸດໃໝ່ 2 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ນາງ ສີທອນ ຄຳອ່ອນ ເປັນເລຂາໜ່ວຍພັກ, ສະຫາຍ ນາງມະນີວອນ ສຸລັດດາ ເປັນຮອງເລຂາ ຜູ້ກວດກາໜ່ວຍພັກ. 
(ຂ່າວ-ພາບ: ນາງ ລັດດາວອນ ແກ້ວໄພທູນ)