ພິທີປະກາດແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຂຶ້ນໃນວັນທີ 2 ຕຸລານີ້ ທີ່ ອອປສ ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມ-ຮອງກົມພ້ອມດ້ວຍພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ. 
         ທ່ານນາງ ພອນທິບ ສາວະລີ ຫົວໜ້າກົມຈັດຕັັ້ງພະນັກງານ ອອປສ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດສະບັບເລກທີ137/ປທທ, ລົງວັນທີ 6 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານສູງສຸດໂດຍແຕ່ງຕັ້ງທ່ານ ພັນເອກ ອຳເພັດ ພົມມະກອນ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທັງເປັນຫົວໜ້າອົງການໄອຍະການທະຫານສູງສຸດ.
    ໂອດັ່ງກ່າວ, ທ່ານໄຊຊະນະ ໂຄດພູທອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ສືບຕໍ່ເພີ່ມທະວີກໍາລັງແຮງ ແລະ ສຸມສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ການເມືອງ, ທີ່ພັກ-ລັດມອບໝາຍໃຫ້ ແລະ ເພີ່ມທະວີກຳລັງແຮງຄວາມສາມັກຄີພາຍໃນ, ຄວາມເປັນແບບຢ່າງນຳໜ້າໃນການຊີ້ນຳ-ນຳພາ, ເດັດຂາດໃນການປະຕິບັດໜ້າທີ່ວຽກງານບົນຫຼັກການເຮັດວຽກເປັນໝູ່ຄະນະເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ວຽກງານໄອຍະການໃນໄລຍະໃໝ່ເພື່ອເຮັດໃຫ້ອົງການໄອຍະການປະຊາຊົນນັບມື້ເຕີບໃຫຍ່ເຂັ້ມແຂງ, ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ວາງໄວ້. ພ້ອມນັ້ນ, ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບແຕ່ງຕັ້ງລວມທັງພະນັກງານຫຼັກແຫຼ່ງ ແລະ ພະນັກງານໃນທົ່ວລະບົບອົງການໄອຍະການປະຊາຊົນ, ອົງການໄອຍະການທະຫານຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ການພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນໍາໜ້າພາທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ-ວິທີເຮັດວຽກ, ມີຄວາມເສຍສະຫຼະເພື່ອສ່ວນລວມ, ມີຄວາມສາມັກຄີເປັນເອກະພາບ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ເຊີດຊູຄວາມເປັນແບບຢ່າງນໍາໜ້າ ແລະ ປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະກົດຜົນເປັນຈິງ.
ຂ່າວ: ຍຸພິນທອງ