ວັນທີ 17 ຕຸລາຜ່ານມາ, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງນໍ້າທາ, ໜ່ວຍພັກພະແນກຍຸຕິທໍາແຂວງ, ສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງຫຼວງນໍ້າທາ, ໄດ້ຈັດພິທີມອບ - ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາຟອງ ອີນມານີ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງຫຼວງນໍ້າທາ, ມີບັນດາສະຫາຍເລຂາຄະນະພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງ, ກວດກາ, ໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊີກພັກເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງເລກທີ 77/ຄປພຂ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023, ບົດສະຫຼູບຫຍໍ້ການສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂອງໜວ່ຍພັກພະແນກຍຸຕິທໍາ, ສະພາປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງປະຈໍາປີ 2023 ແລະ ຜ່ານທິດທາງແຜນການປະຈໍາປີ 2024ຊຶ່ງບັນດາໜວ່ຍພັກໄດ້ວາງຄາດໝາຍສູ້ຊົນປະຕິບັດຕາມມາດຖານດັ່ງນີ້; ພະແນກຍຸຕິທໍາໃຫ້ໄດ້ 100%, ສະພາປະຊາຊົນໃຫ້ໄດ້99%,ສານປະຊາຊົນໃຫ້ໄດ້ 100%, ອົງການໄອຍາການປະຊາຊົນໃຫ້ໄດ້ 100%.
ໂອກາດນີ້, ສະຫາຍ ຄໍາຟອງ ອິນມານີ ໄດ້ເນັ້ນໜັກໃຫ້ຄະນະພັກ, ສະມາຊິກພັກສືບຕໍ່ຊີ້ນໍາໆພາປັບປຸງຍົກສູງຄຸນທາດການເມຶອງໃຫ້ໜັກແໜ້ນ, ເຂັ້ມແຂງ, ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອອ່ນ, ນໍາພາປະຕິບັດທາງດ້ານໜ້າທີ່ການເມືອງ, ວິຊາສະເພາະ, ພັດທະນາດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ສືບຕໍ່ຊີ້ນໍາອົງການຈັດຕັ້ງມະຫາຊົນເພື່ອກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ໄດ້ທັງປະລິມານຮັບປະກັນດ້ານຄຸນນະພາບ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.
(ຂ່າວ: ອຸ້ມສົມນໍວັນ)