ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານ ນໍາພາ-ຄຸ້ມຄອງຂັ້ນເມືອງ ຂຶ້ນເມື່ອບໍ່ດົນມານີ້, ທີສະໂມສອນຂອງເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຊົງ ວາໄຊຢີ ເລຂາພັກ ເຈົ້າເມືອງໆວຽງພູຄາ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ,ຄະນະພັກ- ຄະນະກອງບັນຊາການ, ພະແນກການກ່ຽວຂ້ອງຂັ້ນແຂວງ-ເມືອງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ວຽງຄໍາ ອິນປະເສີດ ຮອງຫົວໜ້າຄະນະຈັດຕັ້ງເມືອງ ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງເລກທີ 336/ຈມ ວ່າດ້ວຍການຍົກຍ້າຍພະນັກງານນໍາພາ- ຄຸ້ມຄອງໄປປະຈໍາການບ່ອນໃໝ, ໄດ້ເຫັນດີຍົກຍ້າຍ ທ່ານ ພັນວົງໄຊ ວິໄລພອນ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄປຮັບໜ້າທີໃໝ່ຢູ່ ອົງການແນວລາວສ້າງຊາດເມືອງ, ຍົກຍ້າຍ ທ່ານ ສົມພົນ ຈັນທະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໄປຮັບໜ້າທີໃໝ່ຢູ່ຄະນະຈັດຕັ້ງເມືອງ, ທ່ານ ບຸນໄສ ສົມຫວັງ ຮອງຫົວໜ້າຫ້ອງວ່າການເມືອງ ໄປຮັບໜ້າທີໃໝ່ ຢູ່ຫ້ອງການສະຫະພັນກໍາມະບານເມືອງ ແລະ ຍົກຍ້າຍ ທ່ານ ຈ່າຍທອງ ບຸນໄຊທິບ ຮອງປະທານສະຫະພັນກໍາມະບານເມືອງ ໄປຮັບໜ້າທີໃໝ່ ຢູ່ຫ້ອງວ່າການເມືອງ, ຜ່ານຂໍ້ຕົກລົງ ເລກທີ 331 ແລະ 330/ຈມ, ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ປະທານອົງການແນວລາວສ້າງຊາດ ແລະ ຫົວໜ້າຄະນະຈັດຕັ້ງເມືອງ. ໃນນັ້ນ ໄດ້ບົ່ງຕົວແຕ່ງຕັ້ງ ທ່ານ ພັນວົງໄຊ ວິໄລພອນ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ເປັນປະທານອົງການແນວລາວສ້າງຊາດເມືອງ, ບົ່ງຕົວແຕ່ງຕັ້ງ ທ່ານ ສົມພົນ ຈັນທະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ເປັນຫົວໜ້າຄະນະຈັດຕັ້ງເມືອງ, ຜ່ານຂໍ້ຕົກລົງເຈົ້າເມືອງ ເລກທີ 326/ຈມ ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການຫົວໜ້າຫ້ອງວ່າການເມືອງ, ໄດ້ແຕ່ງຕັ້ງ ທ່ານ ຄໍາທອງ ຄຸນປະເສີດ ຮອງຫົວໜ້າຫ້ອງວ່າການເມືອງ ເປັນຜູ້ຮັກສາການຫົວໜ້າຫ້ອງວ່າການເມືອງ, ຂໍ້ຕົກລົງ ເລກທີ 325/ຈມ ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົງເມືອງ, ໄດ້ແຕ່ງຕັ້ງ ທ່ານ ອູ່ແກ້ວ ວົງພູມີ ຮອງຫົວ ໜ້າຫ້ອງການໂຍທາ ທິການ ແລະ ຂົນສົງເມືອງ ເປັນຜູ້ຮັກສາການ ຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົງເມືອງ ແລະ ຜ່ານຂໍຕົກລົງເລກທີ 328 ແລະ 327/ຈມ ວ່າດ້ວຍການບົ່ງງຕົວແຕງຕັ້ງ ຮອງຫົວໜ້າຫ້ອງວ່າການເມືອງ, ຂໍ້ຕົກລົງເລກທີ 329/ຈມ ວ່າດ້ວຍບົ່ງຕົວແຕ່ງຕັ້ງຮອງປະທານສະຫະພັນກໍາມະບານເມືອງ, ຂໍ້ຕົກລົງເລກທີ 322/ຈມ ວ່າດ້ວຍການແຕ່ງຕັ້ງຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
(ຂ່າວ:ຄໍາປິງ)