ຂ່າວສານຊີອາໄອ ລາຍງານຫວ່າງບໍ່ດົນມານີ້ ວ່າ:ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນຕໍ່ວຽກງານເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຈີນໂດຍກ່າວເນັ້ນວ່າ: ໃນຂະບວນການສູ້ຊົນຄັ້ງໃໝ່ໃນຍຸກໃໝ່, ເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຕ້ອງລົງເລິກປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ພ້ອມທັງກອງປະຊຸມຄົບຄະນະຄັ້ງທີ 2 ແລະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ຢຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ຜັນຂະຫຍາຍແນວຄິດພັດທະນາອັນໃໝ່, ປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນ, ກະຕຸ້ນພະລັງຊີວິດດ້ານການປະດິດສ້າງ ແລະແຮງບັນດານໃຈຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າເຂົ້າຮ່ວມການສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການປະຕິຮູບລົງສູ່ລວງເລິກ ແລະການພັດທະນາທີ່ມີຄຸນນະພາບສູງດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ.