ຂ່າວສານຊີອາໄອລາຍງານວ່າ: ອີງຕາມຕົວເລກຫຼ້າສຸດທີ່ປະກາດໂດຍສະຖາບັນຄົ້ນຄວ້າອຸດສາຫະກຳການຄ້າໂຕກຽວ ຊຶ່ງເປັນອົງການສຳຫຼວດຄວາມຄິດເຫັນຂອງປະຊາຊົນຍີ່ປຸ່ນໃນຫວ່າງມໍ່ມານີ້ໃຫ້ຮູ້ວ່າ, ໄລຍະ 6 ເດືອນນັບແຕ່ເດືອນເມສາ ຫາ ເດືອນກັນຍາປີນີ້, ວິສາຫະກິດຍີ່ປຸ່ນທີ່ລົ້ມລະລາຍມີຈຳນວນເຖິງ 5.000 ແຫ່ງອີກເທື່ອໜຶ່ງໃນຮອບ10 ປີ.
ສະຖາບັນຄົ້ນຄວ້າອຸດສາຫະກຳການຄ້າໂຕກຽວແນະນຳໃຫ້ຮູ້ວ່າ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນຂາດເຂີນແຮງງານ ເຮັດໃຫ້ຈຳນວນວິສາຫະກິດທີ່ລົ້ມລະລາຍເພີ່ມຂຶ້ນ 80,4% ໃນປີນີ້, ໂຕເລກນີ້ສະແດງໃຫ້ເຫັນວ່າ:ຜົນກະທົບຍ້ອນຂາດເຂີນແຮງງານພວມເພີ່ມທະວີຂຶ້ນຢ່າງວ່ອງໄວ.
ນອກນີ້,ລາຄາຂອງເງິນເຢນຍີ່ປຸ່ນຫຼຸດຕໍ່າລົງເຮັດໃຫ້ຕົ້ນທຶນເຊັ່ນ:ວັດຖຸດິບ ແລະ ພະລັງງານເພີ່ມສູງຂຶ້ນ, ວິສາຫະກິດຫຼາຍແຫ່ງບໍ່ສາມາດສົ່ງຜົນກະທົບດັ່ງກ່າວໄປເຖິງຂັ້ນຕອນການບໍລິໂພກ ຈຶ່ງເຮັດໃຫ້ສະພາບການມີຄວາມຫຍຸ້ງຍາກທີ່ສຸດ.