ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 21 ຕຸລາ ຜ່ານມາ, ໜ່ວຍງານດ້ານສະຖິຕິຂອງ ມາເລເຊຍ ເຜີຍແຜ່ການຄາດຄະເນລ່ວງໜ້າ ວ່າ: ເສດຖະກິດ ມາເລເຊຍ ໃນໄຕມາດ 3 ຈະຂະຫຍາຍຕົວ 5,3% ເມື່ອທຽບໃສ່ກັບໄຕມາດດຽວກັນຂອງປີກ່ອນໜ້ານີ້ ຊຶ່ງຂັບເຄື່ອນດ້ວຍການຜະລິດ ແລະ ການບໍລິການ ສິ່ງ​ດັ່ງ​ກ່າວ​ຊຸກ​ຍູ້​ໃຫ້ ​ມາ​ເລ​ເຊຍ ​ຢູ່​ໃນ​ເສັ້ນ​ທາງ​ເຕີບ​ໂຕ​ຕາມທີ່​ລັດ​ຖະ​ບານ​ຫາກໍໄດ້​ຍົກ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໃນ​ປີ 2024 ເມື່ອບໍ່ດົນມານີ້.
ຂ່າວລະບຸວ່າ: ໂຕເລກຈາກໜ່ວຍງານສະຖິຕິໄດ້ຖືກເປີດເຜີຍ, ຫຼັງຈາກ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ປັບເພີ່ມໂຕເລກຄາດຄະເນການເຕີບໂຕຂອງເສດຖະກິດຂຶ້ນໄປທີ່ 4,8 – 5,3% ຈາກໂຕເລກຄາດຄະເນເກົ່າ 4 – 5% ເພາະຄາດວ່າເສດຖະກິດຈະມີການຟື້ນຕົວຢ່າງແຂງແຮງ ຊຶ່ງຈະຊ່ວຍໃຫ້ລັດຖະບານບັນລຸແຜນການຫຼຸດການຂາດດຸນງົບປະມານທີ່ຕັ້ງໄວ້ 4,3% ຂອງ GDP ໄດ້ງ່າຍຂຶ້ນ ເຖິງວ່າຈະວາງແຜນຫຼຸດເງິນອຸດໜູນລາຄານ້ຳມັນໃນປີ 2025 ກໍຕາມ.
ຮອດປີ 2025 ລັດຖະບານ ມາເລເຊຍ ຄາດວ່າເສດຖະກິດຈະຂະຫຍາຍຕົວ 4,5–5,5% ຊຶ່ງສູງກວ່າທີ່ນັກວິເຄາະຄາດຄະເນໄວ້ຢູ່ທີ່ລະດັບ 4,6% ເນື່ອງຈາກວ່າລັດຖະບານມາເລເຊຍ ເຫັນວ່າເງິນເດືອນຂອງພະນັກງານລັດສູງຂຶ້ນ ຕະຫຼອດຈົນແຜນເພີ່ມອັດຕາຄ່າຈ້າງຂັ້ນຕ່ຳໃນພາກເອກະຊົນຈະຊ່ວຍເພີ່ມກຳລັງຊື້ພາຍໃນປະເທດ.