ຂ່າວຕ່າງປະເທດລາຍງານ, ເຈົ້າໜ້າທີ່ນະຄອນຫຼວງເຊອູນ ສ ເກົາຫຼີ ກ່າວໃນວັນທີ 21 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນຫຼວງເຊອູນ ກຽມເປີດຄອລເຊັນເຕີ ຕະຫຼອດ 24 ຊົ່ວໂມງ ໃນປີໜ້າ, ເພື່ອຊ່ວຍເຫຼືອປະຊາຊົນ ທີ່ກຳລັງປະເຊີນກັບຄວາມຮູ້ສຶກໂດດດ່ຽວ ແລະ ການຖືກຕັດຂາດຈາກສັງຄົມ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການແກ້ໄຂບັນຫາທາງສັງຄົມທີ່ກຳລັງເພີ່ມຫຼາຍຂຶ້ນ.
ແຜນດັ່ງກ່າວມີຈຸດມຸ່ງໝາຍເພື່ອສ້າງເມືອງທີ່ “ບໍ່ມີໃຜໂດດດ່ຽວ”, ໂດຍຈັດການກັບຄວາມໂດດດ່ຽວຕັ້ງແຕ່ໄລຍະເລີ່ມຕົ້ນຢ່າງເປັນລະບົບ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຕົກຢູ່ໃນອາການໂດດດ່ຽວ ແລະ ເກັບຕົວຈາກສັງຄົມ.
ສໍາລັບແຜນດັ່ງກ່າວ, ອຳນາດການປົກຄອງນະຄອນຫຼວງເຊອູນ ຈະລົງທຶນ 451.3 ຕື້ວອນ (ສະກຸນເງິນ ສ ເກົາຫຼີ) ໃນໄລຍະ 5 ປີ. ໂດຍຈະເລີ່ມຕົ້ນດ້ວຍການແນະນຳ “Goodbye to Isolation 120” ການບໍລິການຄອລເຊັນເຕີ 24 ຊົ່ວໂມງໃນເດືອນເມສາ ປີໜ້າ ສຳລັບຜູ້ທີ່ກຳລັງຮູ້ສຶກໂດດດ່ຽວ.
ນອກຈາກນີ້, ອຳນາດການປົກຄອງນະຄອນຫຼວງເຊອູນ ຍັງຈະເປີດໃຫ້ບໍລິການຮ້ານສະດວກຊື້ Seoul Mind 4 ສາຂາໃນປີໜ້າ ຊຶ່ງເປັນພື້ນທີ່ໃຫ້ທຸກຄົນໄດ້ເຂົ້າມາພົບປະ ແລະ ມ່ວນຊື່ນ ກັບ Seoul Ramyeonຊຶ່ງເປັນຍີ່ຫໍ້ທີ່ສ້າງຂຶ້ນໂດຍນະຄອນຫຼວງເຊອູນ ເອງ.
ທ່ານ ໂອເຊຮຸນ ເຈົ້າຄອງນະຄອນຫຼວງເຊອູນ ກ່າວວ່າ: ຄວາມໂດດດ່ຽວ ແລະ ການແຍກຕົວ ອອກຈາກສັງຄົມ ເປັນສິ່ງທ້າທາຍທີ່ພວກເຮົາຕ້ອງຮ່ວມກັນແກ້ໄຂສັງຄົມ ເພາະພວກເຮົາຈະລະດົມທ່າແຮງທັງໝົດຂອງເມືອງ ເພື່ອສົ່ງເສີມໃຫ້ນະຄອນຫຼວງເຊອູນ ເປັນເມືອງທີ່ບໍ່ມີໃຜຕ້ອງໂດດ່ຽວ.