ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລາ ຜ່ານມາວ່າ: ປາກິດສະຖານພົບ​ເດັກນ້ອຍ​ຕິດ​ເຊື້ອ​ພະຍາດໂປ​ລິ​ໂອ ເພີ່ມຂຶ້ນອີກ, ຂະນະທີ່​ທາງ​ການກຽມ​ເລີ່ມ​ສັກວັກຊິນໃຫ້ກັບເດັກນ້ອຍຫຼາຍສິບລ້ານຄົນທົ່ວປະເທດໃນໄລຍະທ້າຍເດືອນນີ້.
ຂ່າວລະບຸວ່າ: ທາງການປາກິດສະຖານ ເປີດເຜີຍໃນວັນທີ 20 ຕຸລາ ຜ່ານມາວ່າ: ພວກເຂົາຢືນຢັນການພົບເຫັນຜູ້ຕິດເຊື້ອພະຍາດໂປລິໂອ ສາຍພັນກໍ່ພະຍາດຕາມທຳມະຊາດ ປະເພດ 1 (WPV1) ເພີ່ມອີກ 6 ຄົນ ເຮັດໃຫ້ປີນີ້ພົບເດັກນ້ອຍຕິດເຊື້ອດັ່ງກ່າວແລ້ວ 39 ຄົນ.ຄົນເຈັບທີ່ພົບໃໝ່ 3 ຄົນ ຢູ່ແຂວງບາລູຈິສຖານ, 2 ຄົນຢູ່ແຂວງຊິນ ແລະ ອີກ 1 ຄົນ ຢູ່ແຂວງໄຄເບີ ປັດຕຸນຄວາ.
ທັງນີ້, ໂປລິໂອ ເປັນພະຍາດຕິດຕໍ່ທີ່ເຮັດໃຫ້ເກີດການເປັນອຳມະພາດໃນກຸ່ມເດັກນ້ອຍ ແລະ ບໍ່ມີຢາຮັກສາແຕ່ມັນຖືກກຳຈັດໄປຈາກພື້ນທີ່ສ່ວນໃຫຍ່ຂອງໂລກແລ້ວ ຫຼັງຈາກມີການພັດທະນາ ແລະ ຊຸກຍູ້ການຊີດວັກຊິນປ້ອງກັນເມື່ອຫຼາຍສິບປີກ່ອນ, ເຖິງຢ່າງໃດກໍຕາມ ປາກິດສະຖານ ກັບ ອັບການິດສະຖານ ເປັນໜຶ່ງໃນສະຖານທີ່ສຸດທ້າຍໃນໂລກ ທີ່ໂປລິໂອ ຍັງຄົງເປັນພະຍາດປະຈຳທ້ອງຖິ່ນ.
ທ່ານນາງ ອາຍີຊາ ຣາຊາ ຟາຣູກ ເຈົ້າໜ້າທີ່ປະສານງານຂອງນາຍົກລັດຖະມົນຕີ ປາກິດສະຖານ ກ່າວວ່າ: ນີ້ເປັນສັນຍານເຕືອນສຳລັບທຸກຄອບຄົວ ແລະ ຊຸມຊົນ, ການພົບກັບຄົນເຈັບທີ່ເປັນອຳມະພາດເພາະໂປລິໂອທຸກໆ 1 ກໍລະນີ ໝາຍຄວາມວ່າ ມີເດັກນ້ອຍອີກຫຼາຍຮ້ອຍຄົນທີ່ຕິດເຊື້ອໂປລິໂອແຕ່ບໍ່ມີໃຜຮູ້ ແລະ ມີໂອກາດທີ່ຈະເປັນພາຫະ ແລະ ແຜ່ກະຈາຍໄປທົ່ວຊຸມຊົນທີ່ພວກເຂົາອາໄສຢູ່.
ແຂວງບາລູຈິສຖານ ເປັນສະຖານທີ່ໆການແຜ່ລະບາດຂອງພະຍາດຮ້າຍແຮງທີ່ສຸດ ເພາະຕັ້ງແຕ່ປີ 2024 ເປັນຕົ້ນມາ ມີການພົບເຫັນເດັກນ້ອຍຕິດພະຍາດໂປລິໂອໃນແຂວງນີ້ 20 ຄົນແລ້ວ, ຕາມມາດ້ວຍແຂວງຊິນ 10 ຄົນ, ໂຄເບີ ປັດຕຸນຄວາ 5 ຄົນ, ຂະນະທີ່ແຂວງປັນຈາບກັບ ນະຄອນຫຼວງອິສລາມາບັດ ພົບບ່ອນລະ 1 ຄົນ.
ປາກິດສະຖານກຳລັງກະກຽມສັກວັກຊິນປ້ອງກັນໂປລິໂອ ໃນວັນທີ 28 ຕຸລາຈະມາເຖິງນີ້, ໂດຍຈະສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຈໍານວນ45 ລ້ານກວ່າຄົນ. ອີກຢ່າງໜຶ່ງ, ປາກິດສະຖານເກືອບກຳຈັດ ໂປລິໂອ ໄປຈາກປະເທດໄດ້ແລ້ວ ແຕ່ຈໍານວນຜູ້ຕິດເຊື້ອກັບເພີ່ມຫຼາຍຂຶ້ນນັບຕັ້ງແຕ່ປີ 2021 ເນື່ອງຈາກລັດຖະບານເລີ່ມປະສົບບັນຫາໃນການຊັກຊວນໃຫ້ຜູ້ຄົນພາລູກຫຼານໄປຮັບວັກຊິນ.