ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວເມືອງຊຽງຮ່ອນຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ນາງ ເໝີຍ ໄຊວຸດ ວ່າການປະທານສະຫະພັນແມ່ຍິງເມືອງຊຽງຮ່ອນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳຜິວ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງໄຊຍະບູລີ, ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ມີແຂກຖືກເຊີນ ແລະ ຜູ້ແທນແມ່ຍິງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ນາງ ເໝີຍ ໄຊວຸດ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກຄື: ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງຊຽງຮ່ອນຄັ້ງທີ VIII ແລະ ຜ່ານທິດທາງແຜນການ ພັດທະນາແມ່ຍິງ 5 ປີຕໍ່ໜ້າ. ສະຫະພັນແມ່ຍິງແຕ່ລະຂັ້ນ ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າ ໄດ້ພ້ອມກັນຈັດຕັ້ງປະຕິບັດໂດຍຖືເອົາແຜນພັດທະນາ 10 ແຜນງານ 22 ໂຄງການຂອງສະຫະພັນແມ່ຍິງເມືອງວາງອອກ ກໍຄືການຈັດຕັ້ງປະຕິບັດຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ສະມາຊິກສະຫະພັນແມ່ຍິງບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ, ສ້າງໄດ້ສະມາຊິກສະຫະພັນແມ່ຍິງທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ ຄວາມສາມາດ ກ້າວໄປເຖິງການບັນຈຸຊັບຊ້ອນເຂົ້າໃນຕໍາແໜ່ງນໍາພາ,ຄຸ້ມຄອງແຕ່ລະຂັ້ນມີຈໍານວນເພີ່ມຂຶ້ນໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ ໄດ້ຮັບຮູ້ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາແມ່ຍິງ, ການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ປຸກລະດົມແມ່ຍິງເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ຄໍາສັ່ງແນະນໍາ, ລັດຖະທໍາມະນູນແຜນພັດທະນາເສດຖະກິດ-ສັງຄົມ ແລະ ນິຕິກໍາຕ່າງໆ ເປັນຕົ້ນແມ່ນ ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມ​ຊຶມ​ມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆ​ຂອງພັກ ຂອງລັດ ທີ່ທາງ​ຄະນະ​ພັກ-​ອົງການ​ປົກຄອງຈັດຂຶ້ນ ແລະ ວຽກງານດ້ານອື່ນໆກໍມີຜົນສໍາເລັດ.
ຈາກນັ້ນ ຄະນະບໍລິຫານງານຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາພ້ອມທັງກ່າວລາໜ້າທີ່ ແລະ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນບໍລິຫານງານຊຸດໃໝ່, ມີຜູ້ອອກຮັບສະມັກ 25 ສະຫາຍ ເລືອກເອົາ 21 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ນາງ ເໝີຍ ໄຊວຸດ ເປັນປະທານສະຫະພັນແມ່ຍິງເມືອງຊຸດໃໝ່, ສະຫາຍ ນາງ ບົວຄຳ ວົງນາລິນ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ເງິນ ໄຊຍະສານ ເປັນຮອງປະທານ, ເລືອກເອົາສະຫາຍ ນາງ ຄຳສາ ໄຊວຸດ ເປັນຮອງປະທານກວດກາ. ກອງປະຊຸມໄດ້ເລືອກເອົາ ຜູ້ແທນສົມບູນ 10 ສະຫາຍ ແລະ ຜູ່ແທນສໍາຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງໄຊຍະບູລີ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້າ.
(ແຫຼ່ງຂ່າວ: ຖວທ ເມືອງຊຽງຮ່ອນ)