ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ແຜນງົບປະມານແຫ່ງລັດ; ແຜນເງິນຕາປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ວ່າ: ຄະນະປະຈຳສະພາແຫ່ງຊາດ ຊົມເຊີຍ ລັດຖະບານ ຕໍ່ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ທິດຊີ້ນໍາຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ໂດຍສະເພາະແມ່ນການປະຕິບັດມະຕິ 04/ກມສພ,ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ຊຶ່ງເຫັນວ່າ ລັດຖະບານ ສາມາດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 10 ເດືອນທີ່ຜ່ານມາ, ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນເປັນຕົ້ນ:
ການເຕີບໂຕເສດຖະກິດ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຄາດຄະເນໝົດປີຈະປະຕິບັດໄດ້ 4.6% (ມະຕິສະພາແຫ່ງຊາດ 4.5%), ການເຕີບໂຕຂອງບາງຂະແໜງການ ກໍເຫັນວ່າ ມີຄວາມຄືບໜ້າດີ, ສາມາດປະຕິບັດໄດ້ລື່ນຄາດໝາຍທີ່ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ;ດ້ານການລົງທຶນ ໄດ້ພິຈາລະນາຮັບຮອງເອົາການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນປັດຈຸບັນຫຼາຍຂຶ້ນ ເພື່ອເປັນການດຶງດູດການລົງທຶນທີ່ຕິດພັນກັບເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດນິຄົມອຸດສາຫະກຳ ແລະ ອື່ນໆ, ໃນໄລຍະ 9 ເດືອນຜ່ານມາ ສາມາດດຶງດູດການລົງທຶນໄດ້ 69,110.57 ຕື້ກີບ ລື່ນ ແຜນການ 22%;ການຈັດເກັບລາຍຮັບ 10 ເດືອນ ປະຕິບັດໄດ້ 46.174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ (ເທົ່າກັບ 15.72% ຂອງ GDP) ທຽບໃສ່ໄລຍະດຽວກັນຂອງ ປີ 2023 ເພີ່ມຂຶ້ນ 70.54% (ລາຍຮັບ 32,572 ຕື້ກີບ ໄລຍະ 10 ເດືອນປີ 2023), ອັນພົ້ນເດັ່ນແມ່ນລັດຖະບານ ໄດ້ມອບຄວາມຮັບຜິດຊອບ ໃຫ້ທ້ອງຖິ່ນໃນການເກັບລາຍຮັບຫຼາຍຂຶ້ນ, ເປັນເຈົ້າຕົນເອງຂຶ້ນກວ່າເກົ່າ ເຮັດໃຫ້ທຸກແຂວງ ສາມາດປະຕິບັດລາຍຮັບໄດ້ລື່ນແຜນ ຄາດຄະເນໝົດປີຈະເກີນແຜນ 10% ເປັນເງິນ 5,000 ກວ່າຕື້ກີບ ແລະ ອື່ນອີກ ກໍມີຄວາມຄືບໜ້າ.
ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງເຫັນວ່າ ມີບາງຄາດໝາຍມີຄວາມຄືບໜ້າຊ້າ ແລະ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າດັ່ງນີ້:
1. ການຈັດຕັ້ງປະຕິບັດຄາດໝາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ;ການປະຕິບັດຄາດໝາຍອັດຕາເງິນເຟີ້ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24.4% ເຫັນວ່າຍັງສູງ (ມະຕິສະພາແຫ່ງຊາດ ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 9%);
2). ການປະຕິບັດນະໂຍບາຍການຜະລິດສິນຄ້າ ແລະ ການບໍລິການ ເພື່ອທົດແທນການນໍາເຂົ້າ ແລະຜະລິດເພື່ອສົ່ງອອກ ຕິດພັນກັບການປັບປຸງວິສາຫະກິດລັດ ແລະ ກຸ່ມການຜະລິດຕ່າງໆ ຍັງບໍ່ທັນ
ເປັນຂະບວນທີ່ແຂງແຮງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນ, ການຜະລິດກະສິກຳ ແລະ ປັດໄຈການ
ຜະລິດຍັງ ບໍ່ທັນເຂັ້ມແຂງ ແລະ ບໍ່ສາມາດຕອບສະໜອງ ຄວາມຕ້ອງການຕົວຈິງ, ຍັງມີການນໍາເຂົ້າ
ຈໍານວນຫຼາຍ; ການພັດທະນາລະບົບຊົນລະປະທານ ທີ່ເປັນບຸລິມະສິດຂອງລັດຖະບານ ຍັງບໍ່ທັນ
ເຮັດໄດ້ດີເທົ່າທີ່ຄວນ; ການກຳນົດໂຄງປະກອບ ແລະ ປະເພດສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນ
ເພື່ອທົດແທນການນໍາເຂົ້າ ຍັງບໍ່ທັນສາມາດຮັບປະກັນການດຸ່ນດ່ຽງການນໍາເຂົ້າ;ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ຍັງບໍ່ທັນຫັນເປັນທັນສະໄໝ ແລະ ການສ້າງຕັ້ງກອງທຶນນໍ້າມັນເຊື້ອໄຟ ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້;
3). ການປະຕິບັດແຜນລົງທຶນຂອງລັດ ປະຕິບັດໄດ້ພຽງ 71% ຂອງແຜນການ, ການລະດົມທຶນ ຊ່ວຍເຫຼືອທາງການ ເພື່ອການພັດທະນາປະຕິບັດໄດ້ 58%, ການນໍາໃຊ້ກອງທຶນທາງເພື່ອສ້ອມແປງ ເສັ້ນທາງຍັງຊັກຊ້າ ບໍ່ທັນປະຕິບັດໄດ້ຕາມແຜນການ, ເຮັດໃຫ້ສະພາບເສັ້ນທາງຍັງສືບຕໍ່ເປ່ເພສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການສັນຈອນຂອງປະຊາຊົນ;
4). ການປະຕິບັດແຜນງົບປະມານແຫ່ງລັດ ເຖິງວ່າການຈັດເກັບລາຍຮັບໄດ້ເກີນແຜນ ແຕ່ເມື່ອທຽບໃສ່ຖານລາຍຮັບ GDP ແມ່ນໄດ້ແຕ່ 15.72% (ລາຍຮັບ 10 ເດືອນ ປະຕິບັດໄດ້ 46,174 ຕື້ກີບ, ມູນຄ່າ GDP 293,786 ຕື້ກີບ), ການສ້າງຖານລາຍຮັບ ຍັງບໍ່ທັນໝັ້ນຄົງ ແລະ ຍືນຍົງ, ການຫັນເປັນທັນສະໄໝໃນການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຍັງມີຄວາມຄືບໜ້າຊ້າ ແລະ ປະຕິບັດບໍ່ທັນໄດ້ທົ່ວເຖິງ, ມີທ່າອ່ຽງກັບໄປນໍາໃຊ້ລະບົບເດີມ, ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນ ຂອງລັດ ຍັງມີຄວາມຊັກຊ້າ, ການແກ້ໄຂບັນຫາໜີ້ສິນ ຍັງມີຄວາມຄືບໜ້າໜ້ອຍ;
5). ການປະຕິບັດຄາດໝາຍເງິນຕາ ຍັງສືບຕໍ່ເປັນບັນຫາເຄັ່ງຮ້ອນ ເປັນຕົ້ນອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ 24.4% (ມະຕິສະພາ ບໍ່ເກີນ9%), ອັດຕາແລກປ່ຽນ ເງິນກີບທຽບໃສ່ເງິນໂດລາ ອ່ອນຄ່າສະເລ່ຍ 4.41% (ມະຕິສະພາເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້), ລາຄາສິນຄ້າ ແລະ ຄັງແຮ ສໍາຮອງເງິນຕາຍັງບໍ່ທັນບັນລຸໄດ້, ການປ່ອຍສິນເຊື່ອທະນາຄານ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈໍາເປັນ ໃນການທຳການຜະລິດ ແມ່ນຍັງປະຕິບັດໄດ້ໜ້ອຍ;
6). ຂົງເຂດວັດທະນະທໍາ-ສັງຄົມ ຍັງມີ 17 ຄາດໝາຍບໍ່ສາມາດບັນລຸ ແລະ ມີຄວາມຄືບໜ້າຊ້າ ເປັນຕົ້ນ ອັດຕາເຂົ້າຮຽນໃໝ່ລວມຫຼຸດລົງ, ນັກຮຽນປະລະການຮຽນເພີ່ມຂຶ້ນໃນທຸກຊັ້ນທຸກສາຍ; ບັນຫາການຂາດສານອາຫານໃນເດັກຍັງເປັນສິ່ງທ້າທາຍ ເຮັດໃຫ້ອັດຕາເດັກນ້ອຍລຸ່ມ 5 ປີ ມີນໍ້າໜັກ ແລະ ລວງສູງຕໍ່າກວ່າມາດຕະຖານ, ອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດ
ໃນເດັກ, ການບໍລິຈາກເລືອດ, ການເກັບກວດກູ້ລະເບີດບໍ່ທັນແຕກ ຍັງປະຕິບັດໄດ້ໜ້ອຍ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍດັ່ງກ່າວ ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານ ເອົາໃຈໃສ່ບາງມາດຕະການເພີ່ມເຕີມ ດັ່ງນີ້:
1). ເພີ່ມທະວີຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ໂດຍສຸມໃສ່ຂົງເຂດບຸລິມະສິດຂອງການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ;
2). ສຸມໃສ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແຜນເງິນຕາ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສໍາລັບປີ 2025 ໃຫ້ເປັນບຸລິມະສິດ, ສອດຄ່ອງ, ກົມກຽວ ແລະ ບັນລຸຕາມແຜນການ, ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ, ໃນນັ້ນ ສະເໜີໃຫ້ລັດຖະບານສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມ ທີ່ຍັງຄົງຄ້າງ ແລະ ມີຄວາມຄືບໜ້າໜ້ອຍໃນປີຜ່ານມາ ແລະ ໃນປັດຈຸບັນ ເປັນຕົ້ນ:
1) ສືບຕໍ່ແກ້ໄຂບັນຫາເງິນເຟີ້, ບັນຫາໜີ້ສິນ, ການແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ ແລະ ຄຸ້ມຄອງລາຄາສິນຄ້າທີ່ຈຳເປັນ ໃຫ້ມີສະຖຽນລະພາບ ແລະ ສົມເຫດສົມຜົນ ເປັນຕົ້ນ ອາຫານ, ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພະນັກງານ- ລັດຖະກອນ, ທະຫານ-ຕຳຫຼວດ ແລະ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມາດຕະການ ໃຫ້ເປັນລະບົບຄົບຊຸດ ເຂັ້ມງວດ ຢ່າງແຂງແຮງ ຕິດພັນກັບທຸກຂະແໜງການ ຄື: (1) ມາດຕະການທາງດ້ານເງິນຕາ ລວມທັງມາດຕະການ ຕໍ່ອັດຕາແລກປ່ຽນ; (2) ມາດຕະການດ້ານການເງິນ-ງົບປະມານ(3) ມາດຕະການດ້ານການຜະລິດ; (4) ມາດຕະການດ້ານການຄ້າ; (5) ມາດຕະການດ້ານຈິດຕະສາດ-ສັງຄົມ;2) ແກ້ໄຂບັນຫາເຄັ່ງຮ້ອນດ້ານສັງຄົມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ມີຄວາມສ່ຽງບໍ່ທັນບັນລຸ ໂດຍສຸມໃສ່: (1) ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ເປັນລະບົບຄົບຊຸດ; (2) ຍົກສູງຄຸນນະພາບຂອງການສຶກສາ, ສາທາລະນະສຸກ ແລະ ແຮງງານ, ປະເມີນຄືນ ແລະ ປັບປຸງຫຼັກສູດ ຕຳລາການຮຽນ-ການສອນ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງເສດຖະກິດ-ສັງຄົມໃນປັດຈຸບັນ; ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ- ລັດຖະກອນ ເພື່ອຫຼຸດຜ່ອນຄວາມເລື່ອມລ້ຳໃນສັງຄົມ (3) ເອົາໃຈໃສ່ຝຶກ ແລະ ສ້າງວິຊາຊີບ ໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບສີມືແຮງງານໃຫ້ມີຄວາມຊຳນານງານ, ມີລະບຽບວິໄນ ສາມາດຕອບສະໜອງຄວາມຕ້ອງການຂອງຫົວໜ່ວຍແຮງງານ; (4) ປຸກລະດົມການມີສ່ວນຮ່ວມຂອງສັງຄົມໃນການຊຸກຍູ້ການປະກອບສ່ວນສະສົມທຶນເຂົ້າໃນກອງທຶນຕ່າງໆ ຂອງສັງຄົມ; (5) ເອົາໃຈໃສ່ ພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ໄດ້ມາດຕະຖານ, ສະອາດ, ປອດໄພ; (6) ຄົ້ນຄວ້າ ແລະ ເພີ່ມງົບປະມານເຂົ້າໃສ່ຂົງເຂດ ວັດທະນະທໍາ-ສັງຄົມ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ສົມຄູ່ກັບວຽກງານຕົວຈິງ ແລະ ການພັດທະນາໃນ ປັດຈຸບັນ ແລະ ອີກຫຼາຍບັນຫາ ຕໍ່ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່.