ການທ່ອງທ່ຽວຂອງແຂວງຫຼວງນໍ້າທາ ແມ່ນໄດ້ເກີດຂຶ້ນມາດົນນານແລ້ວ ໂດຍໄດ້ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີແຜນພັດທະນາການທ່ອງທ່ຽວແທ້ ແມ່ນເລີ່ມແຕ່ປີ 1996-1997 ໂດຍອົງການທ່ອງທ່ຽວແຫ່ງຊາດ ສົມທົບກັບ ອົງການອຸຍເນສໂກ ໄດ້ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການທ່ອງທ່ຽວແບບອະນຸລັກນໍ້າຫ້າ (Nam Ha Eco-Tourism Project). ມາຮອດປີ 1999-2002 ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ພາຍໃຕ້ການສະໜັບສະໜູນທຶນຈາກລັດຖະບານປະເທດນີວຊີແລນ ແລະ ປະເທດຍີ່ປຸ່ນ ໂດຍຜ່ານສະຖາບັນການເງິນລະຫວ່າງປະເທດ ມີຈຳນວນ 158.000 ໂດລາສະຫະລັດ. ໂຄງການນີ້ໄດ້ປູພື້ນຖານ ຊຸກຍູ້ໃຫ້ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ໃຫ້ມີຄວາມກະຕືລືລົ້ນ ເຂົ້າຮ່ວມການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວດ້ວຍຄວາມຕັ້ງໜ້າ ແລະ ມີຜົນສໍາເລັດຕະຫຼອດມາ. ການພັດທະນາການທ່ອງທ່ຽວແບບອະນຸລັກນໍ້າຫ້າ ແມ່ນເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ຊຸມຊົນ; ອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ໃຫ້ມີຄວາມຍືນຍົງ; ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ; ການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ. ປີ 2001 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 40,580 ເທື່ອຄົນ. ໃນນີ້, ເຂົ້າຮ່ວມກິດຈະກໍາການທ່ອງທ່ຽວແບບອະນຸລັກ 944 ເທື່ອຄົນ.
ປີ 2006-2008 ສືບຕໍ່ຈັດຕັ້ງປະຕິບັດ ໂຄງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານປະເທດນີວຊີແລນ ແລະ ທຶນກູ້ຢືມຈາກທະນາຄານພັດທະນາອາຊີ ຈໍານວນ 338,201 ໂດລາສະຫະລັດ. ໂຄງການນີ້ ແມ່ນສຸມໃສ່ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນສະໜາມບີນ, ເສັ້ນທາງເຂົ້າບ້ານທ່ອງທ່ຽວ, ສິ່ງອໍານວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ, ສຸມໃສ່ວຽກງານໂຄສະນາການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນທັງພາກລັດ-ເອກະຊົນໃນຂະແໜງການທ່ອງທ່ຽວ. ປີ 2008 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 197,202 ເທື່ອຄົນ. ສ້າງລາຍຮັບເຂົ້າແຂວງຫຼາຍກວ່າ 3.5 ລ້ານໂດລາສະຫະລັດ. ໃນນີ້, ເຂົ້າຮ່ວມກິດຈະກໍາການທ່ອງທ່ຽວແບບອະນຸລັກ 6,675 ເທື່ອຄົນ, ສ້າງລາຍຮັບເຂົ້າຊຸມຊົນໄດ້ 801,000 ໂດລາສະຫະລັດ.
ປີ 2008-2012 ໂຄງການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ແລະ ໂຄງການພັດທະນາການທ່ອງທ່ຽວຂອງບັນດາປະເທດລຸ່ມແມ່ນ້ຳຂອງ ຈໍານວນ 935,000 ໂດລາສະຫະລັດ. ໂຄງການນີ້ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ສິ່ງອໍານວຍຄວາມສະດວກ ຕາມແລວທາງເສດຖະກິດເໜືອ-ໃຕ້ ເຊັ່ນ: ຈຸດຊົມວິວນໍ້າແພ, ບໍ່ກຸ້ງເມືອງວຽງພູຄາ, ສູນຂໍ້ມູນປ່າສະຫງວນແຫ່ງຊາດນໍ້າຫ້າ, ຕະຫຼາດກາງຄືນ ແລະ ນໍາໃຊ້ເຂົ້າໃນວຽກງານພັດທະນາ, ຄຸ້ມຄອງ ແລະ ໂຄສະນາການທ່ອງທ່ຽວຈໍານວນໜຶ່ງ (ບາງກິດຈະກໍາໃນໂຄງການນີ້ ບໍ່ບັນລຸຕາມຄາດໝາຍຂອງໂຄງການ).
ປີ 2011-2014 ໂຄງການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມເພື່ອຄວາມຍືນຍົງ ໂດຍໄດ້ທຶນຊ່ວຍເຫຼືອຈາກລັດຖະບານປະເທດນີວຊີແລນ ຈຳນວນ 608,916 ໂດລາສະຫະລັດ. ໂຄງການນີ້ແມ່ນ ລົງເລິກພັດທະນາບ້ານທ່ອງທ່ຽວໂດຍກົງ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ, ການຄຸ້ມຄອງ, ການໂຄສະນາ, ການພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ, ການສະໜັບສະໜູນທຸລະກິດຂະໜາດນ້ອຍ, ການພັດທະນາຜະລິດຕະພັນເຄື່ອງທີ່ລະນຶກ ກິດຈະກໍາທັງໝົດ ແມ່ນຈັດຕັ້ງ ຢູ່ບ້ານນໍ້າດີ, ບ້ານພຽງງາມ, ບ້ານນາລັນເໜືອ ເມືອງຫຼວງນໍ້າທາ, ບ້ານຊຽງແລ ເມືອງສິງ ແລະ ບ້ານຄອນຄໍາ ເມືອງນາແລ. ປີ 2014 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 380,743 ເທື່ອຄົນ, ສ້າງລາຍຮັບເຂົ້າແຂວງໄດ້ 13.70 ລ້ານໂດລາສະຫະລັດ. ໃນນີ້, ເຂົ້າຮ່ວມກິດຈະກໍາທ່ອງທ່ຽວແບບອະນຸລັກ 8 ພັນກວ່າເທື່ອຄົນ, ສ້າງລາຍຮັບເຂົ້າຊຸມຊົນໄດ້ 960,000 ໂດລາສະຫະລັດ.
ປີ 2016-2020 ໂຄງການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເພື່ອຄວາມຍືນຍົງໄລຍະ II ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານປະເທດນີວຊີແລນ ໃນວົງເງິນ 512,000 ໂດລາສະຫະລັດ ເປົ້າໝາຍຕົ້ນຕໍ່ໃນການນໍາໃຊ້ທຶນ ແມ່ນສ້າງເມືອງຫຼວງນໍ້າທາ ເປັນຈຸດໝາຍປາຍທາງການທ່ອງທ່ຽວ (ເສັ້ນທາງທັດສະນິຍະພາບເມືອງຫຼວງນໍ້າທາ ເຊັ່ນ: ສິ່ງອໍານວຍຄວາມສະດວກຢູ່ແຫຼ່ງທ່ອງທ່ຽວບ້ານນໍ້າດີ, ສູນຫັດຖະກໍາບ້ານພຽງງາມ, ຫໍພິພິທະພັນແຂວງ, ເຄືອຂ່າຍການທ່ອງທ່ຽວແຂວງ, ການສະໜັບສະໜູນ SME, ການພັດທະນາ, ຄຸ້ມຄອງ ແລະ ໂຄສະນາຈຸດໝາຍປາຍທາງ ແລະ ປັບປຸງຍົກລະດັບຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວສູ່ມາດຕະຖານໃນລະດັບຕ່າງໆ. ແຕ່ກໍໄດ້ຮັບຜົນກະທົບຢ່າງໜັກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊ່ວງທ້າຍປີ 2019. ປີ 2022 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງພຽງ 51,497 ເທື່ອຄົນ ທຽບໃສປີ 2019 ຫຼຸດລົງ 93.20%, ສ້າງລາຍຮັບເຂົ້າແຂວງໄດ້ພຽງ 2 ລ້ານໂດລາສະຫະລັດເທົ່ານັ້ນ. ມາຮອດປີ 2023 ການທ່ອງທ່ຽວຂອງແຂວງແມ່ນເລີ່ມດີຂຶ້ນເປັນກ້າວໆມາ. ຈາກຜົນສໍາເລັດໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການລືບລ້າງຄວາມທຸກຍາກ, ການປົກປັກຮັກສາຊັບພະຍາກອນທໍາມະຊາດ, ຕົວແບບການພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ໄດ້ພັດທະນາຂຶ້ນໂດຍໂຄງການຮ່ວມມືລະຫວ່າງອົງການອຸຍເນສໂກ-ອົງການທ່ອງທ່ຽວແຫ່ງຊາດ ໃນເມື່ອກ່ອນ ຫຼື ໂຄງການທ່ອງທ່ຽວແບບອະນຸລັກນໍ້າຫ້າ ທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 1999-2007 ໂດຍການສະໜັບສະໜູນຂອງລັດຖະບານນີວຊີແລນ ໄດ້ກາຍເປັນຕົວແບບມາດຕະຖານ ແລະ ຖືກຮັບຮູ້ຈາກອົງການຈັດຕັ້ງສາກົນ ໃນການປະກອບສ່ວນລຶບລ້າງຄວາມທຸກຍາກ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ. ດັ່ງນັ້ນ, ຜ່ານມາຈິ່ງເຮັດໃຫ້ແຂວງຫຼວງນໍ້າທາໄດ້ຮັບໃບຢັ້ງຢືນ ຫຼື ລາງວັນຈາກອົງການຈັດຕັ້ງສາກົນ ຄື: ປີ 2001 ໄດ້ຮັບລາງວັນຈາກສະຫະປະຊາຊາດເພື່ອການພັດທະນາ ສໍາລັບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ, ປີ 2002 ໄດ້ຮັບລາງວັນຈາກ British Airways Tourism for Tomorrow ສຳລັບການອະນຸລັກ ແລະ ປະເພດປົກປັກຮັກສາພື້ນທີ່ປ່າສະຫງວນແຫ່ງຊາດ, ປີ 2006 ລາງວັນຈາກ Equator Prize ສຳລັບການຫຼຸດຜ່ອນຄວາມທຸກຍາກ. ກິດຈະກໍາການທ່ອງທ່ຽວແບບອະນຸລັກທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍທີ່ສຸດແມ່ນການຍ່າງປ່າຢ້ຽມຢາມຊົນເຜົ່າ, ການຍ່າງປ່າໃນປ່າສະຫງວນແຫ່ງຊາດນໍ້າຫ້າ, ການລ່ອງເຮືອ ແລະ ພັກແຮມກັບເຮືອນປະຊາຊົນ ໂດຍມີຈຸດມຸ້ງໝາຍ ຮຽນຮູ້, ແລກປ່ຽນດ້ານວັດທະນະທໍາ ແລະ ປະສົບການດ້ານທໍາມະຊາດ ທີ່ຍັງຄົງອຸດົມສົມບູນຢູ່.
ຊວງໄລຍະປີ 2007-2011 ການທ່ອງທ່ຽວຂອງແຂວງຫຼວງນໍ້າທາ ໂດຍສະເພາະກິດຈະກໍາການທ່ອງທ່ຽວ ແບບອະນຸລັກ ນັກທ່ອງທ່ຽວມີທ່າອ່ຽງເຂົ້າຮ່ວມກິດຈະກໍາຫຼຸດລົງ ຖ້າທຽບໃສ່ຕົວເລກນັກທ່ອງທ່ຽວທີ່ເຂົ້າມາແຂວງ ຫຼວງນໍ້າທາ ຍ້ອນຫຼາຍສາເຫດ ເຊັ່ນ: ການທ່ອງທ່ຽວຢູ່ເມືອງສິງຫຼຸດລົງ, ພາກລັດຍັງບໍລິການທ່ອງທ່ຽວ, ຜະລິດຕະ ພັນການທ່ອງທ່ຽວບໍ່ມີຄຸນນະພາບ, ປະຊາຊົນບໍ່ໃຫ້ການຮ່ວມມື, ແຫຼ່ງທ່ອງທ່ຽວທໍາມະຊາດ ເສັ້ນທາງຍ່າງປ່າຖືກ ບຸກລຸກ, ແຫຼ່ງທ່ອງທ່ຽວເດັ່ນໆຖືຄອງແບບຜູກຂາດ, ພາກທຸລະກິດບໍ່ມີຄວາມສາມັກຄີ, ພະນັກງານນໍາທ່ຽວເຄື່ອນ ໄຫວບໍ່ຖືກຕາມລະບຽບ, ການໂຄສະນາບໍ່ທົ່ວເຖິງ ເຮັດໂຄສະນາຄືກັນ ແລະ ອື່ນໆ.
ພາຍຫຼັງຂະແໜງທ່ອງທ່ຽວ ກໍຄືພະແນກ ຖວທ ແຂວງເຫັນບັນຫາດັ່ງກ່າວ ພວກເຮົາຈິ່ງໄດ້ຮີບຮ້ອນປັບປຸງ ແລະ ວາງຍຸດທະສາດການທ່ອງທ່ຽວຄືນໃໝ່. ເລີ່ມແຕ່ປີ 2012 ເປັນຕົ້ນມາ ຈິ່ງເຮັດໃຫ້ນັກທ່ອງທ່ຽວ ກັບມາເຂົ້າຮ່ວມກິດຈະກໍາທ່ອງທ່ຽວແບບອະນຸລັກເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນມາຮອດປັດຈຸບັນ. ຈາກນັ້ນມາ, ພວກເຮົາໄດ້ເອົາໃຈໃສ່ປັບປຸງຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວສູ່ມາດຕະຖານລະດັບຕ່າງໆ ເປັນຕົ້ນແມ່ນຂອງແຂວງ, ຂອງປະເທດ ແລະ ຂອງອາຊຽນ ເຮັດວຽກຢ່າງໃກ້ສິດກັບພາກທຸລະກິດທ່ອງທ່ຽວ, ພະນັກງານນໍາທ່ຽວ, ປະຊາຊົນຜູ້ປະກອບການທ່ອງທ່ຽວ. ມາຮອດຕົ້ນປີ 2019 ຈິ່ງໄດ້ຮັບລາງວັນມາດຕະຖານລະດັບອາຊຽນ 2 ລາງວັນຄື: ເຮືອນພັກແຮມປະຊາຊົນບ້ານວຽງເໜືອ ແລະ ການທ່ອງທ່ຽວພະຈົນໄພນາລັນເໜືອ, ປີ 2020 ໄດ້ຮັບລາງວັນໂຮງແຮມຂຽວອາຊຽນ (ຣີສອດພູວີລາ), ປີ 2021 ໄດ້ຮັບ 2 ລາງວັນ ຄື: ຫ້ອງນໍ້າສະອາດສາທາລະນະອາຊຽນ (ແຫຼ່ງທ່ອງທ່ຽວພູເພັດພູຄໍາ) ແລະ ເຮືອນພັກແຮມປະຊາຊົນອາຊຽນ ບ້ານວຽງເໜືອ ຮອບທີ II. ປີ 2025 ຈະໄດ້ຮັບອີກ 2 ລາງວັນ ທີ່ປະເທດມາເລເຊຍ ຄື: ການທ່ອງທ່ຽວພະຈົນໄພນາລັນເໜືອ ຮອບທີ II ແລະ ຫ້ອງນໍ້າສະອາດສາທາລະນະອາຊຽນ (ຮ້ານອາຫານເມົາເທີນວີວ). ໂດຍສືບຕໍ່ຈັດຕັ້ງປະຕິບັດມະຕິຕ່າງໆຂອງພັກ ແລະ ນະໂຍບາຍຂອງລັດ ແນ່ໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບທໍາມະຊາດ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ໃຫ້ມີທ່າຂະຫຍາຍຕົວຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ. ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນແຂວງຫຼວງນໍ້າທາ ມາຮອດປັດຈຸບັນພວກເຮົາຍາດໄດ້ໝາກຜົນຫຼາຍດ້ານ ເຊິ່ງມັນສະແດງອອກ ທົ່ວແຂວງມີຊັບພະຍາກອນທ່ອງທ່ຽວ ແລະ ແຫຼ່ງທ່ອງທ່ຽວ 109 ແຫ່ງ. ໃນນີ້, ທໍາມະຊາດ 55 ແຫ່ງ, ວັດທະນະທໍາ 44 ແຫ່ງ ແລະ ປະຫວັດສາດ 10 ແຫ່ງ, ບ້ານທີ່ມີສ່ວນຮ່ວມກັບການທ່ອງທ່ຽວ 79 ບ້ານ. ໃນນີ້ 8 ບ້ານ ແມ່ນເຮືອນພັກແຮມປະຊາຊົນ (Homestay), ມີ 55 ຄົວເຮືອນທີ່ໃຫ້ບໍລິການ (ໃນນີ້ 5 ຄອບຄົວແມ່ນມາດຕະຖານອາຊຽນ ແລະ 23 ຄອບຄົວ ແມ່ນມາດຕະຖານແຂວງຫຼວງນໍ້າທາ), ມີ 14 ບ້ານບໍລິການເຮືອນພັກແຮມລວມ (Ecolodge), ມີ 149 ລາຍການທ່ອງທ່ຽວ, ມີຫົວໜ່ວຍທຸລະກິດທັງໝົດ 379 ຫົວໜ່ວຍ (ແຂວງຄຸ້ມຄອງມີ 68 ຫົວໜ່ວຍ). ໃນນີ້, ມີສາຂາ ແລະ ບໍລິສັດນຳທ່ຽວ 34 ຫົວຫນ່ວຍ, ໜ່ວຍບໍລິການນຳທ່ຽວຢູ່ຂັ້ນເມືອງ 7 ຫົວໜ່ວຍ, ໂຮງແຮມ, ຣີສອດ 14 ຫົວໜ່ວຍ, ເຮືອນພັກ 110 ຫົວໜ່ວຍ, ພັດຕະຄານ, ຮ້ານອາຫານ, ສວນອາຫານ 77 ຫົວໜ່ວຍ, ຮ້ານກິນດື່ມ 84 ຫົວໜ່ວຍ, ຮ້ານບັນເທີງ 10 ຫົວໜ່ວຍ ແລະ ຫ້ອງແຖວ 42 ຫົວໜ່ວຍ, ອາພາດເມັນ 1 ຫົວໜ່ວຍ, ມີພະນັກງານນຳທ່ຽວທັງໝົດ 76 ຄົນ ຍີງ 9 ຄົນ. ປີ 2024 ການລົງທຶນໃນຂະແໜງການທ່ອງທ່ຽວທັງໝົດ 479 ກວ່າຕື້ກີບ, ການລົງທຶນຕ່າງປະເທດ 38 ຕື້ກີບ. ການຄຸ້ມຄອງທຸລະກິດທ່ອງທ່ຽວ ໄດ້ແບ່ງເປັນ 1 ສະມາຄົມທຸລະກິດທ່ອງທ່ຽວ ແລະ 4 ກຸ່ມຄື: ກຸ່ມຕະຫຼາດກາງຄືນ, ກຸ່ມພະນັກງານນໍາທ່ຽວ, ກຸ່ມໂຮງແຮມ, ຣີສອດ ແລະ ເຮືອນພັກ; ກຸ່ມບໍລິການຮ້ານອາຫານ, ຮ້ານກິນດື່ມ ແລະ ການບັນເທີງ. ມີຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວ 7 ແຫ່ງ. ມີເວັບໄຊທ໌ໂຄສະນາການທ່ອງທ່ຽວຂອງແຂວງ ທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນ 20 ກວ່າເວັບໄຊທ໌. ໃນປີ 2024 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 1,250,639 ເທື່ອຄົນ, ສ້າງລາຍຮັບທາງກົງ ແລະ ທາງອ້ອມເຂົ້າແຂວງໄດ້ 41 ລ້ານກວ່າໂດລາສະຫະລັດ.
ຄາດໝາຍຈຸດສຸມ 5 ປີ ຕໍ່ໜ້າ ໃນການພັດທະນາການທ່ອງທ່ຽວແບບອະນຸລັກ ຂອງແຂວງຫຼວງນໍ້າທາ ແມ່ນສຸມໃສ່ສ້າງແຜນພັດທະນາການທ່ອງທ່ຽວແບບອະນຸລັກຂອງແຂວງ ເພື່ອສ້າງແຂວງຫຼວງນໍ້າທາໃຫ້ກາຍເປັນ 1 ໃນ 10 ຂອງຈຸດໝາຍປາຍທາງການທ່ອງທ່ຽວແບບອະນຸລັກອາຊຽນ ຫຼື ພາກພື້ນ ໂດຍສະເພາະກິດຈະກໍາຍ່າງປ່າໃນປ່າສະຫງວນແຫ່ງຊາດນໍ້າຫ້າ, ສ້າງກິດຈະກໍາການທ່ອງທ່ຽວແບບອະນຸລັກໃຫ້ໄດ້ມາດຕະຖານ ສປປ ລາວ ແລະ ອາຊຽນ 3-4 ລາຍການ, ສ້າງບ້ານທ່ອງທ່ຽວໂລກ ໂດຍອົງການທ່ອງທ່ຽວໂລກ ໃຫ້ໄດ້ 1 ບ້ານ, ອະນຸລັກ 2 ຝັ່ງນໍ້າຫ້າ ໃຫ້ເປັນສະຖານທີ່ທ່ອງທ່ຽວສີຂຽວ. 5 ປີຕໍ່ໜ້າຄາດຄະເນຈະມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ 5 ລ້ານເທື່ອຄົນ, ຈະສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມເຂົ້າແຂວງໃຫ້ໄດ້ 131 ລ້ານໂດລາສະຫະລັດ, ເຂົ້າຮ່ວມກິດຈະກໍາທ່ອງທ່ຽວແບບອະນຸລັກໃຫ້ໄດ້ 35,000 ເທື່ອຄົນ ແລະ ສ້າງລາຍຮັບເຂົ້າປະຊາຊົນໃຫ້ໄດ້ 4.2 ລ້ານໂດລາສະຫະລັດ.
(ແຫຼ່ງຂ່າວ: ສົມສະຫວາດ ນາມອີນທາ ຮອງຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ)