ແຂວງຜົ້ງສາລີ ໄດ້ຈັດງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງ ໄດ້ຈັດຂຶ້ນໃນວັນທີ 11 ທັນວານີ້ ທີ່ເດີ່ນຜາມໄຊເທດສະບານແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີທ່ານນາງ ລີ້ຫົງ ຮອງຫົວໜ້າຜູ້ປະຈຳການສະພາປະຊາຊົນນະຄອນພູເອີ ສປ ຈີນ ຫົວໜ້າຝ່າຍການຜະລິດອຸດສາຫະກຳກາເຟ, ທ່ານ ຕະວັນ ເສີນ ປະທານຄະນະກໍາມະການປະຊາຊົນເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ, ທ່ານ ຫວາງ ລິນ ເຊີນ ຄະນະປະຈຳພັກເມືອງ ຫົວໜ້າຄະນະແນວໂຮມເມືອງຈຽງເຊິນ ສປ ຈີນ, ມີບັນດາແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ ຫົວໜ້າຄະນະຮັບຜິດຊອບຈັດງານໄດ້ກ່າວວ່າ: ການຈັດງານເທດສະການອາຫານເຜົ່າ ແລະ ດື່ມນໍ້າຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງຜົ້ງສາລີ ເປັນກິດຈະກໍາທີ່ສໍາຄັນເພື່ອສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາ, ອະນຸລັກ ແລະ ສົ່ງເສີມວັດທະນະທໍາທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງບັນດາເຜົ່າ. ຊຶ່ງວຽກງານທ່ອງທ່ຽວເປັນ 1 ໃນ 5 ທ່າແຮງຂອງແຂວງ ແລະ ໄດ້ສ້າງຍຸດທະສາດການພັດທະນາການທ່ອງທ່ຽວຂອງແຂວງໄປສູ່ 4 ທາງອອກ; ການຈັດງານຄັ້ງນີ້ແມ່ນໜຶ່ງໃນກິດຈະການສໍາຄັນໃນການຜັນຂະຫຍາຍແຜນຍຸດທະສາດ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ (2021-2025) ໃຫ້ປະກົດຜົນເປັນຈິງ ເພື່ອສ້າງໂອກາດທີ່ເອື້ອອໍານວຍໃຫ້ແກ່ການໄປມາຫາສູ່, ການທ່ອງທ່ຽວຂອງແຂກພາຍໃນ ແລະ ຕ່າງປະເທດໄດ້ມາຢ້ຽມຢາມ, ທ່ຽວຊົມແຂວງຜົ້ງສາລີ; ການແລກປ່ຽນຊື້-ຂາຍ, ການຈໍາໜ່າຍສິນຄ້າ, ການລົງທຶນຢູ່ແຂວງຜົ້ງສາລີ.
ການຫ້າງຫາກະກຽມຈັດງານດັ່ງກ່າວ ແມ່ນໄດ້ເລີ່ມແຕ່ທ້າຍເດືອນພະຈິກ 2023 ຈົນເຖິງປັດຈຸບັນແມ່ນໄດ້ມີຄວາມພ້ອມເປັນທີ່ຮຽບຮ້ອຍ. ສໍາລັບງານປີທ່ອງທ່ຽວລະດັບແຂວງ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງຜົ້ງສາລີ ຊຶ່ງໄດ້ກໍານົດເອົາເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ແລະ ງານມະຫະກໍາກິລາໂຍນໝາກຄອນ 3 ແຈ ປະເທດລາວ-ຫວຽດນາມ-ສປ ຈີນ ຄັ້ງທີ VIII ຊຶ່ງແຂວງຜົ້ງສາລີເປັນເຈົ້າພາບມີບັນດາກິດຈະກຳຄື: 1. ກິດຈະກໍາດື່ມນ້ຳຊາມີຈໍານວນ 12 ຮ້ານທີ່ມາຈາກບັນດາຫົວໜ່ວຍທຸລະກິດສົ່ງເສີມການປູກ ແລະ ປຸງແຕ່ງຊາຢູ່ພາຍໃນແຂວງ, 2. ກິດຈະກໍາວາງສະແດງ ແລະ ຊີມອາຫານ 15 ຊົນເຜົ່າ, 3. ກິດຈະກໍາສິລະປະການສະແດງມີທັງໝົດ 13 ລາຍການ ຊຶ່ງເປັນຕົວແທນຂອງຊົນເຜົ່າ, 4. ກິດຈະກໍາງານຕະຫຼາດນັດວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງແຂວງ, ຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນໂອດັອບ ແລະ ສິນຄ້າຈາກພາຍໃນ-ຕ່າງປະເທດ ລວມມີ 76 ຮ້ານ. 5. ງານມະຫະກໍາກິລາໂຍນໝາກຄອນ 3 ແຈ ປະເທດລາວ - ຫວຽດນາມ! - ສປ ຈີນ ຄັ້ງທີ VIII ຊຶ່ງແຂວງຜົ້ງສາລີເປັນເຈົ້າພາບ. ຈາກນັ້ນ, ທ່ານ ຄໍາຜອຍ ວັນນະສານ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ.
ໃນພິທີ, ຄະນະປະທານ ພ້ອມແຂກຖຶກເຊີນໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມຊິມອາຫານເຜົ່າ, ດື່ມນໍ້າຊາ, ທ່ຽວຊົມຮ້ານວາງສະແດງສິນຄ້າໂອດັອບ ແລະ ຊົມການສະແດງສິລະປະ-ວັນນະຄະດີ.
ຂ່າວ: ພູວັນ