ວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ຈັດກອງປະຊຸມສະຫຼູບຜົນງານຈັດຫາເລືອດ ປີ 2024 ແລະ ວາງແຜນຮັບບໍລິຈາກເລືອດ ປີ 2025 ແລະ 2030, ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ແລະ ເມືອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ໂດຍສະແດງຄວາມຊົມເຊີຍຜົນງານຂອງທຸກພາກສ່ວນ ທີ່ປະກອບສ່ວນການຈັດຂະບວນການບໍລິຈາກເລືອດ ແບບສະໝັກໃຈຊ່ວຍເຫຼືອສັງຄົມຢູ່ແຂວງຫຼວງພະບາງ ໃນປີຜ່ານມາ. ທັງເນັ້ນໃຫ້ທຸກອົງການຈັດຕັ້ງ ແລະ ທຸກຊັ້ນຄົນ; ແຕ່ແຂວງລົງຮອດທ້ອງຖິ່ນ ຈົ່ງສືບຕໍ່ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ; ທັງປະກອບສ່ວນງົບປະມານການເງີນ ຫຼື ວັດຖຸອຸປະກອນ ກ່ຽວກັບການຈັດຫາ ສະໜອງເລືອດ ເພື່ອປະກອບສ່ວນຊ່ວຍພາກສ່ວນທີ່ຮັບຜິດຊອບ ໂດຍສະເພາະແມ່ນອົງການກາແດງ ແຂວງຫຼວງພະບາງ, ສ່ວນຜູ້ທີ່ເຄີຍບໍລິຈາກເລືອດມາກ່ອນແລ້ວ ຈົ່ງສືບຕໍ່ປະກອບສ່ວນເຂົ້າຮ່ວມຂະບວນການບໍລິຈາກເລືອດຢ່າງຕໍ່ເນື່ອງ ແລະ ຊ່ວຍປຸກລະດົມໝູ່ເພື່ອນ ເຂົ້າຮ່ວມໃນການບໍລິຈາກເລືອດ ແບບສະມັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ຮັບປະກັນເຮັດໃຫ້ການປຸກລະດົມຂະບວນການບໍລິຈາກເລືອດ ປະສົບຜົນສຳເລັດຕາມຄາດໝາຍໃນແຕ່ລະປີ.
ການປຸກລະດົມຂະບວນການບໍລິຈາກເລືອດ ແບບສະໝັກໃຈຊ່ວຍເຫຼືອສັງຄົມຢູ່ແຂວງຫຼວງພະບາງ ມາຮອດເດືອນພະຈິກ 2024 ສາມາດບັນລຸແລ້ວ 5,275 ຖົງ, ກວມ 98.3% ຂອງແຜນການ, (ແຜນການ 5,300 ຖົງ). ໃນນັ້ນ ເປັນການບໍລິຈາກແບບສະໝັກໃຈບໍ່ຫວັງສີ່ງຕອບແທນ 2,837 ຖົງ, ບໍລິຈາກຊ່ວຍພີ່ນ້ອງ 2,245 ຖົງ, ຈຳນວນຜູ້ບໍລິຈາກເລືອດ ເປັນຜູ້ເຄີຍບໍລິຈາກແລ້ວກວມ 54% ແລະບໍລິຈາກໃໝ່ ກວມ 31%, ສຳລັບແຜນການປຸກລະດຳມການບໍລິຈາກເລືອດໃນປີ 2025 ຈະໃຫ້ບັນລຸ 5,500 ຖົງ. ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນ ເພື່ອເຮັດໃຫ້ການປຸກລະດົມການບໍລິຈາກເລືອດ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ກໍໄດ້ມອບໃບຍ້ອງຍໍໃຫ້ກົມກອງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານປຸກລະດົມການບໍລິຈາກເລືອດ ໃນປີ 2024 ຕື່ມອີກ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)