ຕາມການລາຍງານຂອງ ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຂອງຂັ້ນເທິງ ກ່ຽວກັບການເປີດປີທ່ອງທ່ຽວລາວ 2024, ພະແນກ ຖວທ ແຂວງວຽງຈັນ ກໍຄືອົງການປົກຄອງເມືອງທຸລະຄົມ ໄດ້ຊຸກຍູ້ຊີ້ນໍາໃຫ້ຫ້ອງການ ຖວທ ເມືອງ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ວຽກງານການຄຸ້ມຄອງ, ພັດທະນາການທ່ອງທ່ຽວ, ກະຈາຍລາຍໄດ້ສູ່ຊຸມຊົນ, ຊຸກຍູ້ຫົວໜ່ວຍທຸລະກິດບໍລິການທາງດ້ານວຽກງານທ່ອງທ່ຽວປັບປຸງສະຖານທີ່ໃຫ້ຈົບງາມ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ, ປັບປຸງຂອດບໍລິການ, ກໍານົດເອົາການທ່ອງທ່ຽວເປັນອີກບຸລິມະສິດໜຶ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມສັງຄົມຂອງເມືອງ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ເຂົ້າມາທ່ອງທ່ຽວນັບມື້ຫຼາຍຂຶ້ນ.
ເມືອງທຸລະຄົມ ມີທ່າແຮງການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ທ່ອງທ່ຽວກະສິກໍາ. ໃນນັ້ນ, ສະຖານທີ່ທ່ອງທ່ຽວທໍາມະຊາດຢາກຂໍແນະນໍາ ແລະ ເໝາະແກ່ການໄປພັກຜ່ອນ ມີ 9 ແຫ່ງເຊັ່ນ: ແດນສະຫວັນນໍ້າງື່ມຣີສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີໄຊ້ ອ່າງນໍ້າງື່ມ, ທ່າເຮືອພູເອ່ນ ບ້ານນາເພີຍ, ຢູ່ໃກ້ຄຽງເຂດດັ່ງກ່າວ ມີຮ້ານອາຫານໄປເບິ່ງເບາະ ຕັ້ງຢູ່ກາງທົ່ງນາ ບໍລິການອາຫານຕາມສັ່ງ ແລະ ຫ້ອງພັກທີ່ໄດ້ມາດຕະຖານ. ຖ້າຜູ້ທີ່ມັກການທ່ອງທ່ຽວແບບພະຈົນໄພຍ່າງປ່າ ຂໍແນະນໍາທ່ອງທ່ຽວທໍາມະຊາດຕາດຊາວວາ ບ້ານພູເກົ້ານາງ ຊົນເຜົ່າອິວມ່ຽນ ຕັ້ງຢູ່ແຄມອ່າງນໍ້າງື່ມ, ປີນຜາຫີນຂຶ້ນໄປພັກຜ່ອນນອນເຕັ້ນຝີງໄຟຢູ່ເທິງຈຸດຊົມວິວພູຜາໄດ໋-ຜາດ່າງ, ທໍາມະຊາດປ່າແປກ ແລະ ຈຸດຊົມວິວຜາງອຍ ບ້ານວັງເຮືອ, ທໍາມະຊາດອ່າງນໍ້າປອດ-ນໍ້າຫາງ, ຕາດຊ້າງເທວະດາບ້ານນາຫວ້າ, ຕາດຫີນປາຝາ ແລະ ຕາດຊ້າງເທວະດາບ້ານນາເງິນ ແລະ ທ່ອງທ່ຽວທໍາມະຊາດສາຍແມ່ນໍ້າງື່ມຊົມການປູກຝັງ-ລ້ຽງສັດ.
ຄຽງຄູ່ກັນນັ້ນ ເມືອງທຸລະຄົມ ຍັງມີສະຖານທີ່ທ່ອງທ່ຽວວັດທະນະທໍາ ຕິດພັນກັບປະຫວັດສາດທີ່ໜ້າສົນໃຈເໝາະສົມໃນການສຶກສາຄົ້ນຄວ້າ ແລະ ທ່ຽວຊົມເຊັ່ນ: ວັດພະທາດມາຫຼ້າ ແລະ ວັດພະເຈົ້າໃຫຍ່ອົງແສນບ້ານນາລ້າ, ວັດພະທອງ 3 ສີ, ຮ່ອງຮອຍໂຮງປັ້ນຫຼໍ່ພະພຸດທະຮູບສະໄໝອານາຈັກລາວລ້ານຊ້າງ ແລະ ສິມເກົ່າວັດກາງບ້ານຫຼິ່ງຊັນ, ວັດວຽງພະແກ້ວມົງຄຸນ-ຮ່ອງຮອຍຂຸມຄອງເຈົ້າຟ້າງຸ່ມ, ສິມເກົ່າວັດກາງເມືອງ ບ້ານເກິນກາງ, ວັດພະບາດດານເພີຍ, ວັດປ່າພະບາດນາຍາງ ພູເຂົາຄວາຍ ແລະ ວັດດອນຍາງວິເວກ, ພະພຸດທະຮູບຫີນ ແລະ ຮ່ອງຮອຍວັດສັກສິດເກົ່າແກ່ເທິງພູຜາໄດ໋-ຜາດ່າງ ຊາຍແດນເຊື່ອມຕໍ່ເມືອງແກ້ວອຸດົມ ແລະ ເມືອງລ້ອງຊານ. ພ້ອມກັນນີ້ ຍັງມີສະຖານທີ່ທ່ອງທ່ຽວຕິດພັນກັບກະສິກໍາ 2 ແຫ່ງ ຄື: ຄອບຄົວຕົວແບບການປູກໝາກຖົ່ວລຽນພູຖໍ້າຄໍາ ຂອງທ່ານ ປັນຈາ ລາດຊະວົງ ບ້ານນາເພີຍ, ຟາມປູກຜັກ ແລະ ລ້ຽງສັດ ຂອງບໍລິສັດນໍ້າເພັດຈະເລີນຊັບ ບ້ານຕານປ່ຽວ. ໃນທົ່ວເມືອງມີເຮືອນພັກຂັ້ນແຂວງອະນຸຍາດມີ 16 ຫົວໜ່ວຍ, ຂັ້ນເມືອງອະນຸຍາດ 20 ຫົວໜ່ວຍ, ຮ້ານອາຫານຂັ້ນແຂວງອະນຸຍາດ 4 ຫົວໜ່ວຍ, ຂັ້ນເມືອງອະນຸຍາດ 22 ຫົວໜ່ວຍ.
(ແຫຼ່ງຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ)