ໃນທ້າຍອາທິດຜ່ານມາ, ຫ້ອງການສາທາລະນະສຸກເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ກໍານົດທິດທາງແຜນປະຈໍາປີ 2025 ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວ ພິມມະວົງ ເຈົ້າເມືອງ ເມືອງຊະນະຄາມ,​ ມີແຂກຖືກເຊີນ, ມີພະນັກງານແພດ-ໝໍພາຍໃນຫ້ອງການ, ໂຮງໝໍນ້ອຍ ແລະສຸກສາລາພາຍໃນເມືອງເຂົ້າຮ່ວມ.
ທ່ານ ນາງ ດວງໃຈ ທໍາມະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບວ່າ: ຫ້ອງການສາທາລະນະສຸກເມືອງ ປະກອບມີ 5 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານປິ່ນປົວ-ຟື້ນຟູໜ້າທີ່ການ/ໂຮງໝໍເມືອງ, ໜ່ວຍງານອະນາໄມ, ກັນພະຍາດ ແລະສົ່ງເສີມສຸຂະພາບ, ໜ່ວຍງານອາຫານ ແລະຢາ-ອຸປະກອນການແພດ,ໜ່ວຍງານປະກັນສຸຂະພາບ ແລະປະກອບມີ 4 ສຸກສາລາທີ່ຂຶ້ນກັບຄື: ສຸກສາລາແສນຈະເລີນ; ສຸກສາລານໍ້າກວນ;ສຸກສາລາຄົກເຂົ້າດໍ ແລະ ສຸກສາລາໂນນສະຫວັນ; ຫ້ອງການສາທາລະນະສຸກເມືອງປະກອບມີໂຮງໝໍເມືອງ 1 ແຫ່ງມີ 15 ຕຽງ, ຫ້ອງກວດພະຍາດເອກະຊົນ 6 ແຫ່ງ, ຮ້ານຂາຍຢາເອກະຊົນ 17 ຮ້ານ; ໄລຍະຜ່ານມາໄດ້ສ້າງບ້ານແບບຢ່າງດ້ານສາທາລະສຸກ ແລະປະກາດສໍາເລັດແລ້ວທັງໝົດ 33 ບ້ານ, ທົ່ວເມືຶອງມີພະນັກງານດ້ານສາທາລະນະສຸກທັງໝົດ 96 ຄົນ.
ຜ່ານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນໄລຍະໃນ 1 ປີ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານສະແດງອອກຄື: ວຽກແຜນງານການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ໄດ້ລົງເຄື່ອນໄຫວສັກຢາກັນພະຍາດ ໃນກຸ່ມເປົ້າໝາຍທົ່ວເມືອງ 12 ຄັ້ງ, ມີຜູ້ມາຮັບບໍລິການທັງໝົດ 1,175 ເທື່ອຄົນ, ບໍລິການສັກຢາກັນພະຍາດ ແລະຢອດຢາກັນພະຍາດ ຂອງໜ່ວຍຄົງທີ່ທຸກໆວັນພຸດໃນໂມງລັດຖະການໄດ້ 48 ຄັ້ງ, ມີຈຳນວນ 7,847 ເທື່ອຄົນ; ວຽກງານແມ່ -ເດັກ ແລະໂພສະນາການ ມີແມ່ຍິງຖືພາມາກວດກ່ອນເກີດທັງໝົດ 4,148 ເທື່ອຄົນ, ເຂົ້າມາເກີດລູກຢູ່ໃນສະຖານທີ່ບໍລິການໂຮງໝໍເມືອງຈຳນວນ 344 ຄົນ ແລະຜ່າຕັດເອົາລູກອອກ 4 ກໍລະນີ, ເດັກນ້ອຍອາຍຸ 12-59 ເດືອນ ໄດ້ຮັບຢາຂ້າແມ່ທ້ອງຄັ້ງທີ່ 1 ມີຈຳນວນ 393 ຄົນ, ເດັກນ້ອຍອາຍຸ 12-59 ເດືອນໄດ້ຮັບຢາຂ້າແມ່ທ້ອງຄັ້ງທີ 2 ຈຳນວນ 272 ຄົນ, ລົງເຄື່ອນໄຫວວຽກງານເຊື່ອມສານແມ່ ແລະ ເດັກຈຳນວນ 4 ຄັ້ງ, ມີທັງໝົດ 6 ບ້ານ, ຈຳນວນເດັກລຸ່ມ 5 ປີໄດ້ຮັບການຕິດຕາມການຈະເລີນເຕີບໂຕທັງໝົດ 5,194 ເທື່ອຄົນ, ຈຳນວນເດັກຜິດປົກກະຕິພັດທະນາການຊ້າທັງໝົດ 5 ຄົນ; ໄດ້ປະກາດເປັນເມືອງຊຸມຊົນເປັນເຈົ້າດ້ານສຸຂະອານາໄມ ແລະປະກາດເປັນເມືອງຢຸດຖ່າຍຊະຊາຍ, ອັດຕາສ່ວນຄອບຄົວຊົມໃຊ້ນ້ຳສະອາດ 100%, ອັດຕາສ່ວນຄອບຄົວທີ່ມີວິດຖ່າຍ 100%; ວຽກງານດ້ານອື່ນໆ ກໍມີຜົນສໍາເລັດ.
ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງຄະນະພັກ ກໍຄືແຜນພັດທະນາຕາໜ່າງສາທາລະນະສຸກ ໃນ ປີ 2025 ນີ້, ຫ້ອງການສາທາລະນະສຸກເມືອງຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານໄປຕາມ 7 ແຜນງານຢ່າງຕັ້ງໜ້າ,ສືບຕໍ່ຈັດຕັ້ງປະຕິບັດແຕ່ລະຕົວຊີວັດທີ່ຂັ້ນເທິງວາງອອກໃຫ້ບັນລຸໃນແຕ່ລະສະຖານທີ່ບໍລິການ, ສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມແນວຄິດໃຫ້ພະນັກງານປະຕິບັດໜ້າທີ່ ແລະ ເຮັດໜ້າທີ່ຄວາມຮັບຜິດຊອບໃຫ້ສຳເລັດຕາມການມອບໝາຍ ແລະສືບຕໍ່ສຶກສາອົບຮົບວຽກງານແນວຄິດໃຫ້ພະນັກງານ ໃຫ້ປະຕິບັດກົດລະບຽບຂອງຫ້ອງການທີ່ວາງອອກໃຫເຂັ້ມງວດ.
(ຂ່າວ ເມືອງຊະນະຄາມ)