ໂດຍ:ວັນໄຊ ຕະວິນຍານ
ອົງການກາແດງແຫ່ງຊາດລາວ ມີພາລະບົດບາດ ໃນການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີການເຂົ້າຮ່ວມຂອງສັງຄົມເຊັ່ນ: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ,ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ,ການສົ່ງເສີມສຸຂະພາບຂັ້ນພື້ນຖານ,ການປະຖົມພະຍາບານ,ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫຼ່ງທຶນ,ການຂະຫຍາຍສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ການພົວພັນ-ຮ່ວມມືສາກົນ ດ້ວຍການຮ່ວມມື ຈາກອົງການປະສານສົມທົບວຽກງານກາແດງ ເພື່ອສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ ໂດຍບໍ່ຈຳແນກການປະຕິບັດ.
ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ: ໜາຍເຖິງການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້ນຖານ, ລວມທັງການໃຫ້ຄວາມຮູ້ພື້ນຖານເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ກ່ຽວກັບວຽກງານປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດ.ເປົ້າໝາຍຂອງການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ,ຜູ້ທຸກຍາກຂາດເຂີນ,ປ່ຽວພອຍ,ດ້ອຍໂອກາດ,ກຳພ້າ,ກຳພອຍ,ຄົນພິການ ແລະ ຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ.ເຮັດໜ້າທີ່ປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ:ແມ່ນຂະບວນການຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈ, ຮັບການບໍລິຈາກເລືອດ, ກວດກາວິເຄາະເລືອດ, ເກັບຮັກສາ, ຄຸ້ມຄອງຄຸນນະພາບ ແລະ ການສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ.

ການສົ່ງເສີມສຸຂະພາບຂັ້ນພື້ນຖານ:ແມ່ນເຮັດໃຫ້ປະຊາຊົນຜູ້ດ້ອຍໂອກາດ,ຊຸມຊົນ,ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງນ້ຳສະອາດ,ສຸຂາພິບານ,ອະນາໄມ,ໂພຊະນາການ,ສຸຂະພາບແມ່ ແລະ ເດັກ ດ້ວຍການໂຄສະນາສຸຂະສຶກສາ,ການຝຶກອົບຮົມການປະຖົມພະຍາບານຕາມນະໂຍບາຍຂອງກະຊວງສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ.
ການປະຖົມພະຍາບານ:ແມ່ນການຊ່ວຍເຫຼືອເບື້ອງຕົ້ນ ແກ່ຜູ້ຖືກເຄາະຮ້າຍທີ່ໄດ້ຮັບບາດເຈັບ ທາງດ້ານຮ່າງກາຍ ແລະ/ຫຼື ຈິດໃຈ ໂດຍນຳໃຊ້ວັດຖຸປະກອນທີ່ມີຢູ່ອ້ອມຂ້າງຢ່າງຖືກວິທີ ຈົນກວ່າຈະນຳສົ່ງເຖິງສະຖານທີ່ບໍລິການດ້ານການແພດທີ່ຈະໃຫ້ການຊ່ວຍເຫຼືອປະຖົມພະຍາບານ ຕ້ອງໄດ້ຮັບການຝຶກອົບຮົມ ທາງດ້ານປະຖົມພະຍາບານ.
ການກູ້ໄພສຸກເສີນ:ແມ່ນການຊ່ວຍເຫຼືອຮີບດ່ວນ ເພື່ອກອບກູ້ຜູ້ຖືກເຄາະຮ້າຍ ຈາກໄພທຳມະຊາດ ຫຼື ມະນຸດສ້າງຂຶ້ນເຊັ່ນ:ອຸບັດເຫດທາງຖະໜົນ, ທາງອາກາດ, ທາງນ້ຳ, ອຸທົກກະໄພ, ອັກຄີໄພ, ວາຕະໄພ, ດິນເຈື່ອນ, ຕຶກຖະຫຼົ່ມ, ແຜ່ນດິນໄຫວ, ພະຍາດລະບາດ.
ການໂຄສະນາຂົນຂວາຍແຫຼ່ງທຶນ:ແມ່ນການໂຄສະນາຂົນຂວາຍຊອກຫາແຫຼ່ງທຶນເຮັດໃຫ້ສັງຄົມຮູ້, ເຂົ້າໃຈພາລະບົດບາດ, ຄວາມສຳຄັນ, ຜົນງານການເຄື່ອນໄຫວວຽກງານກາແດງລາວໃນແຕ່ລະໄລຍະ ໂດຍຜ່ານສື່ ແລະ ກິດຈະກຳຕ່າງໆ ເພື່ອໃຫ້ມີຄວາມສະໝັກໃຈປະກອບສ່ວນທຶນຮອນເຂົ້າໃນວຽກງານກາແດງລາວ.
ການຂະຫຍາຍສະມາຊິກ ແລະ ອາສາສະໝັກກາແດງ:ແມ່ນການປຸກລະດົມຂົນຂວາຍ, ສຶກສາອົບຮົມ, ຝຶກອົບຮົມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຂົ້າເປັນສະມາຊິກ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກາແດງລາວ.
ການສືບທາວຫາຍາດພີ່ນ້ອງ:ແມ່ນການເປັນສື່ກາງໃນການຕິດຕໍ່ພົວພັນຫາບຸກຄົນ, ກຸ່ມຄົນ ທີ່ບໍ່ສາມາດຕິດຕໍ່ພົວພັນກັນໄດ້ເນື່ອງຈາກໄພພິບັດ, ການຍົກຍ້າຍຖິ່ນຖານ, ການອົບພະຍົບ, ສົງຄາມ ແລະ ອື່ນໆ ໃຫ້ຮູ້ຂ່າວຄາວ ຫຼື ກັບມາຢູ່ຮ່ວມກັນອີກ.
ການພົວພັນ ແລະ ຮ່ວມມືສາກົນ: ກ່ຽວກັບວຽກງານກາແດງ ດ້ວຍການອອກແຮງຊອກຮູ້ບົດຮຽນທີ່ເປັນປະໂຫຍດ, ຂົນຂວາຍແຫຼ່ງທຶນ, ວັດຖຸອຸປະກອນ, ເຕັກນິກ ແລະ ການພັດທະນາບຸກຄະລາກອນ ເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ມີປະສິດທິພາບ ລວມທັງການປະຕິບັດພັນທະຂອງຕົນຕໍ່ສາກົນ.