ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄໝທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 30 ທັນວາ ນີ້ທີ່ຫ້ອງປະຊຸມຂອງ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ຄະນະພັກ ພ້ອມດ້ວຍສະມາຊິກພັກ ທົ່ວ ຄອສພ ເຂົ້າຮ່ວມ.
ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກ ຄອສພ ປະຈໍາປີ 2024ແລະ ວາງທິດທາງແຜນການປີ 2025 ຊຶ່ງໄດ້ມີຜົນງານພົ້ນເດັ່ນເປັນຕົ້ນແມ່ນໃຫ້ຮູ້ວ່າ: ຄະນະພັກ ຄອສພໄດ້ເອົາໃຈໃສ່ກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;ໄດ້ນໍາພາ-ຊີ້ນໍາວຽກງານໂຄສະນາອົບຮົມ ແລະ ເກັບກຳສະພາບຫາງສຽງສັງຄົມຢູ່ບັນດາແຂວງ ເພື່ອກະຕຸກຊຸກຍູ້ໃຫ້ວຽກງານມີຄວາມຄ່ອງຕົວ ແລະ ມີປະສິດທິຜົນສູງຂຶ້ນ; ໄດ້ມີການຈັດຊຸດຝຶກອົບຮົມວຽກງານອົບຮົມ, ວຽກງານໂຄສະນາ, ວຽກງານປາຖະກະຖາ, ວຽກງານຂໍ້ມູນຂ່າວສານ ແລະ ອົບຮົມວຽກງານອື່ນໆ ຢູ່ບັນດາກະຊວງ/ອົງການ ແລະ ທ້ອງຖິ່ນ; ໄດ້ໂຄສະນາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງໄດ້ຂຽນບົດອອກລາຍການ ຢູ່ວິທະຍຸກະຈາຍສຽງແຫ່ງຊາດ; ການໂຄສະນາຂອງໜັງສືພິມປະຊາຊົນ ໄດ້ປັບປຸງທາງດ້ານເນື້ອໃນ ແລະ ຮູບການ ສອດຄ່ອງກັບສະພາບເງື່ອນໄຂປັດຈຸບັນ; ພ້ອມນີ້, ກໍໄດ້ຄົ້ນຄວ້າໂຄງການການເມືອງຂອງພັກ, ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳກ່ຽວກັບການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ລາວ, ຄົ້ນຄວ້າ ແລະ ຮັບຮອງຜົນຂອງການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ແລະ ການກະກຽມສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ, ຄົ້ນຄວ້າເອກະສານຕ່າງໆ ເຊັ່ນ: ເອກະສານອົບຮົມການເມືອງ-ແນວຄິດ ສຳລັບພະນັກງານ, ສະມາຊິກພັກ.
ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍໄດ້ມີການປະກອບຄໍາເຫັນຕໍ່ບົດສະຫຼຸບການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກຄອສພປະຈໍາປີ 2024 ແລະວາງທິດທາງແຜນການປີ2025 ເພື່ອໃຫ້ມີຄວາມອຸດົມສົມບູນ ຮອບດ້ານ ແລະ ຈະແຈ້ງໜັກແໜ້ນຂຶ້ນຕື່ມອີກ.
ກອງປະຊຸມຄັ້ງນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI; ພ້ອມນີ້, ຍັງໄດ້ຈັດໃຫ້ມີການເຜີຍແຜ່ຄໍາແນະນໍາ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ວ່າດ້ວຍການສ້າງຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເຜີຍແຜ່ຂອງ ສະຫາຍ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄອສພ ເລຂາໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍຳພັນ ເຜີຍຍະວົງ ຍັງໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມຄັ້ງນີ້ ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ເນັ້ນໜັກວຽກງານປີ 2025ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ບັນດາໜ້າວຽກທີ່ຕົນຮັບຜິດຊອບເປັນຕົ້ນກໍຄືສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ໃນສະພາບການທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ການກະກຽມກອງປະຊຸມ 3 ຂັ້ນຂອງຕົນ ແລະ ວຽກງານອື່ນໆອີກຈໍານວນໜຶ່ງ.
(ຂ່າວ-ພາບ: ສຸກສະຫວັນ)