ຫວ່າງບໍ່ດົນມານີ້, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ 2 ເອກະສານສຳຄັນຂອງພັກຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI ແລະ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝ XX, ໃຫ້ກຽດເຜີຍແຜ່ໂດຍສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການ ອ້ອມຂ້າງອົງການໄອຍະການປະຊາຊົນເຂົ້າຮ່ວມ.
ສະຫາຍ ບຸນທັນ ບຸນທະວິໄລ ໄດ້ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ພາຍໃຕ້ການເປັນປະທານຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ. ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປະກອບຄວາມເຫັນ ແລະ ເປັນເອກະພາບ ໃຫ້ທິດຊີ້ນຳຕໍ່ບັນດາເນື້ອໃນທີ່ນຳມາປຶກສາຫາລືຄື:1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; 2. ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງປີ 2025; 3. ຕີລາຄາຜົນການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກ ອ້ອມຂ້າງກະຊວງ - ອົງການ; 4. ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ (ຮ່າງໂຄງການ ການເມືອງຂອງພັກສະບັບທີ 3, ຮ່າງລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບຂອງພັກສະໄໝທີ XI; 5. ການປັບປຸງລັດຖະທຳມະນູນ ສະບັບປີ 2025; 6. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວວຽກງານຕ່າງປະເທດ; 7. ກອງປະຊຸມໄດ້ວາງຈຸດສຸມນຳພາຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊີ້ນຳລັດຖະບານ ອົງການຂອງພັກ ແລະ ລັດ ຄະນະພັກແຕ່ລະຂັ້ນ ຈັດຕັ້ງປະຕິບັດວຽກງານຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໝທີ XII; ຄະນະດຽວກັນ ໃຫ້ກຽດຂຶ້ນເຜີຍແຜ່ເອກະສານທີ 2 ກ່ຽວກັບ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝ XX ຊຶ່ງໄດ້ຕີລາຄາສູງຕໍ່ຜົນສຳເລັດຜົນ ແລະ ຜົນງານອັນຍິ່ງໃຫຍ່ການປະຕິຮູບຢ່າງຮອບດ້ານ, ຊຸກຍູ້ຄວາມທັນສະໄໝແບບຈີນ ໃນປັດຈຸບັນ ແລະ ຕໍ່ໜ້າ ຊຶ່ງເປັນຂໍກຸນແຈສຳຄັນ ໃນການຊຸກຍູ້ພາລະກິດອັນຍິ່ງໃຫຍ່ທີ່ສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ, ຕ້ອງຢຶດໝັ້ນລັດທິມາກ-ເລນິນ, ແນວຄິດເໝົາເຈີຕຸ່ງ, ທິດສະດີເຕີ້ງສຽວຜິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ລົງເລິກເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວຄິດໃໝ່ ທັດສະນະໃໝ່ ການຕີລາຄາໃໝ່ຕ່າງໆຂອງ ສະຫາຍ ສີຈິ້ນຜິງ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ,ຢຶດໝັ້ນແນວຄິດ, ສະແຫວງຫາສັດຈະທໍາຈາກຄວາມເປັນຈິງ, ກ້າວໄປຂ້າງໜ້າພ້ອມກັບຍຸກສະໄໝ, ເຮັດແທ້ທຳຈິງ, ກະຕຸກຊຸກຍູ້ ແລະ ເພີ່ມທະວີພະລັງຊີວິດຂອງສັງຄົມ, ວາງແຜນເປັນເອກະພາບກັນ ໃນພາກສ່ວນລວມ ທັງພາຍໃນ ແລະ ສາກົນ, ຖືເອົາການປະຕິຮູບໂຄງປະກອບເສດຖະກິດ, ເອົາໃຈໃສ່ປະຕິບັດຕົວຈິງຂອງການປະຕິຮູບການພົວພັນການຜະລິດກັບກໍາລັງການຜະລິດ ພື້ນຖານໂຄງລ່າງ ແລະ ການບໍລິຫານລັດກັບການພັດທະນາສັງຄົມ ໃຫ້ສອດຄ່ອງກັນເປັນຢ່າງດີກວ່າເກົ່າ, ສະໜອງແຮງຂັບເຄື່ອນ ແລະ ການຮັບປະກັນດ້ານລະບອບລະບຽບການທີ່ເຂັ້ມແຂງໃຫ້ແກ່ຄວາມທັນສະໄໝແບບຈີນ.
ໃນຕອນທ້າຍ, ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ບັນດາສະຫາຍທີ່ເປັນຄະນະພັກ, ເລຂາໜ່ວຍພັກ, ບັນດາຫົວໜ້າກົມ, ຫ້ອງການ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ຈົ່ງໄດ້ເປັນເຈົ້າການຄົ້ນຄວ້າ ເອກະສານສຳຄັນຕົ້ນຕໍທີ່ຕິດພັນໂດຍກົງກັບໜ້າທີ່ການເມືອງຂອງຕົນ ເພື່ອສືບຕໍ່ຈັດຕັ້ງເຊື່ອມຊຶມຢູ່ໃນຂັ້ນຂອງຕົນໃຫ້ເລິກເຊິ່ງ ແລະ ຜັນຂະຫຍາຍເປັນແຜນການເຄື່ອນໄຫວໃນການປະຕິບັດໜ້າທີ່ລວມຂອງແຕ່ລະໜ່ວຍພັກ, ແຕ່ລະກົມ ພ້ອມກັນເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ - ພະນັກງານ ເພື່ອໃຫ້ເປັນກຳລັງແຮງໃຫ້ຄະນະພັກໃນການເຕົ້າໂຮມ ແລະ ສຶກສາອົບຮົມ ເພື່ອຊຸກຍູ້ໃຫ້ສະມາຊິກຢູ່ແຕ່ລະໜ່ວຍພັກ ແຂ່ງຂັນກັນປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບການມອບໝາຍເພື່ອສ້າງໃຫ້ໄດ້ພະນັກງານທີ່ມີຄວາມຊຳນານງານໃນການປະຕິບັດໜ້າທີ່ໃຫ້ມີຜົນສຳເລັດເທື່ອລະກ້າວ.
(ຂ່າວ-ພາບ: ສຸກ ອອປສ)