ພິທີປະກາດຍົກຍ້າຍ ແລະແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ,ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ມີຄະນະນຳຈາກກົມຕ່າງໆຂອງກະຊວງກະສິກຳ-ປ່າໄມ້, ພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ, ທ່ານ ສຸບິນ ຫຼວງດ້ວງ ຮັກສາການຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບມອບ-ຮັບວຽກງານຂອງຂອງພະແນກກະສິກຳ-ປ່າໄມ້ແຂວງ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຄື: ຂໍ້ຕົກລົງເລກທີ 5093/ຈຂ, ລົງວັນທີ 5/12/2024 ວ່າດ້ວຍການຍົກຍ້າຍທ່ານ ສຸບິນ ຫຼວງດ້ວງ ຮັກສາການຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງຊົນນະບູລີ, ຂໍ້ຕົກລົງເລກທີ 5535/ຈຂ, ລົງວັນທີ 27/12/2024 ວ່າດ້ວຍການແຕ່ງຕັ້ງທ່ານ ສຸນັນທາ ຈຸນລະມະນີ ເປັນຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງຄົນໃໝ່, ຂໍ້ຕົກລົງເລກທີ 5536/ຈຂ, ລົງວັນທີ 27/12/2024 ວ່າດ້ວຍການແຕ່ງຕັ້ງທ່ານ ນາງ ອໍລະວັນ ສາມາດມະນີວົງ ແລະທ່ານ ແກ້ວອຸດອນ ສຸລິຍະ ເປັນຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ຂໍ້ຕົກລົງເລກທີ 5537/ຈຂ, ລົງວັນທີ 27/12/2024 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງພະແນກກະສິກຳ ແລະປ່າໄມ້ແຂວງຈຳນວນ 9 ທ່ານດັ່ງນີ້: ທ່ານ ມະລິລຳມອນ ຖັນທະເທບ ເປັນຫົວໜ້າຂະແໜງປູກຝັງ, ທ່ານ ໂພສີທັດ ຈັນທະລາສີ ເປັນຫົວໜ້າຂະແໜງປ່າໄມ້, ທ່ານ ບົວຜັນ ບຸນວິໄລ ເປັນຫົວໜ້າຂະແໜງພັດທະນາຊົນນະບົດ, ທ່ານ ຄານທະວົງ ສຸວັນນະລັງສີ ເປັນຫົວໜ້າຂະແໜງລ້ຽງສັດ ແລະການປະມົງ, ທ່ານ ຄຳສຸກ ແກ້ວວິໄລພອນ ເປັນວ່າການຫົວໜ້າກອງກວດກາປ່າໄມ້, ທ່ານ ສຸລິວັນ ສີລິວົງໄຊ ເປັນວ່າການຫົວໜ້າຂະແໜງບໍລິຫານ ແລະແຜນການ, ທ່ານ ລຳສັກ ແກ້ວມໍລະກົດ ເປັນວ່າການຫົວໜ້າກອງຄຸ້ມຄອງປ່າສະຫງວນ ແລະປ່າປ້ອງກັນ, ທ່ານ ເພັດສະໝອນ ສີມະລີ ເປັນວ່າການຫົວໜ້າຂະແໜງຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ, ທ່ານ ສູນທອນ ເທບປັນຍາ ເປັນວ່າການຫົວໜ້າສູນພັດທະນາກະສິກຳ ແລະປ່າໄມ້ໜອງເຕົ່າ, ຂໍ້ຕົກລົງເລກທີ 5534/ຈຂ, ລົງວັນທີ 27/12/2024 ວ່າດ້ວຍການຍົກຍ້າຍພະນັກງານດຳລົງຕຳແໜ່ງບໍລິຫານປະເພດ 5 ຂອງພະແນກກະສິກຳ-ປ່າໄມ້ແຂວງ 2 ທ່ານຄື: ທ່ານ ນາງ ເພັດມະນີ ຈັນໄຊຍະວົງ ຫົວໜ້າຂະແໜງປ່າໄມ້ ແລະທ່ານ ສຸລິພອນ ພີມມະຈັກ ຫົວໜ້າສູນພັດທະນາ ແລະສົ່ງເສີມເຕັກນິກກະສິກຳໜອງເຕົ່າ ໄປປະຈຳການຢູ່ຂະແໜງບໍລິຫານ ແລະແຜນການ ພ້ອມນີ້, ກໍຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງເລກທີ 3302/ຄປພຂ, ລົງວັນທີ 27/12/2024 ວ່າດ້ວຍການບົ່ງຕົວແຕ່ງຕັ້ງທ່ານສຸນັນທາ ຈຸນລະມະນີ ເປັນເລຂາຄະນະພັກຮາກຖານພະແນກສະກຳ ແລະປ່າໄມ້ແຂວງ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດມອບຂໍ້ຕົກລົງໃຫ້ພະນັກງານນຳພາ-ຄຸ້ມຂອງພະແນກກະສິກຳ ແລະປ່າໄມ້ແຂວງ ທີ່ໄດ້ຮັບການແຕ່ງຕັ້ງ ແລະຍົກຍ້າຍໃນຄັ້ງນີ້ຢ່າງສົມກຽດ.
(ແຫຼ່ງຂ່າວ: ສະຫວັນນະເຂດ)