ເປີດສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ເພື່ອຮັບໃຊ້ສັງຄົມຢ່າງເປັນທາງການ ພ້ອມທັງມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືກັບ 4 ພາກສ່ວນ ກໍຄື: ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກ ປາກປ່າສັກ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ບໍລິສັດ ໄອຈອບ ຈັດຫາງານ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາ ມີມາດຕະຖານ, ມີຄຸນນະພາບ ແລະ ມີວຽກເຮັດງານທຳແບບຍືນຍົງ.
ພິທີເປີດວິທະຍາໄລເຕັກນິກ ບຸນເກີດສຶກສາ ຂຶ້ນເປັນສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ຢ່າງເປັນທາງການ ໄດ້ຈັດຂຶ້ນຫວ່າງບໍ່ດົມານີ້ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຳມະນີ ນໍລິນ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນເກີດ ສີສຸພັນທອງ ປະທານກຸ່ມສະຖາບັນ ບຸນເກີດ ທີ່ປະກອບມີ ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສົມບູນ, ວິທະຍາໄລ ເຕັກນິກ ບີໄອເອັດ ແລະ ສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ, ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສຶກສາ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນເກີດ ສີສຸພັນທອງ ກ່າວວ່າ: ເລີ່ມຈາກໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສົມບູນ ໃນປີ 2007, ກ້າວຂຶ້ນມີໂຮງຮຽນເຕັກນິກ-ວິຊາຊີບ ໃນປີ 2017 ແລະ ວິທະຍາໄລ ໃນປີ 2022.
ວິທະຍາໄລໄດ້ຈັດຕັ້ງການຮຽນການສອນໃນລະດັບຊັ້ນສູງ 6 ສາຂາວິຊາຄື: (1) ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ (2) ສາຂາວິສະວະກໍາໄຟຟ້າ, (3) ສາຂາການບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, (4) ສາຂາການບັນຊີວິສາຫະກິດ, (5) ສາຂາພາສາອັງກິດທຸລະກິດ ແລະ (6) ສາຂາຄຸ້ມຄອງຫ້ອງການ ທີ່ມີນັກສຶກສາມາລົງທະບຽນຮຽນທັງໝົດຈໍານວນ 225ຄົນຍິງ 113 ຄົນ. ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບ ເລກທີ 7878/ສສກ, ລົງວັນທີ 25 ຕຸລາ 2024 ວ່າດ້ວຍການຍົກຖານະຈາກວິທະຍາໄລ ຂຶ້ນເປັນສະຖາບັນ ວິສະວະກໍາ-ເຕັກໂນໂລຊີ ບຸນເກີດ. ໄດ້ຍົກລະດັບໃຫ້ສ້າງຕັ້ງເປັນສະຖາບັນ ວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ທີ່ໄດ້ອະນຸມັດເປີດສອນ ໃນລະດັບປະລິນຍາຕີ 4 ສາຂາວິຊາ ເຊັ່ນ: (1) ສາຂາວິສະວະກໍາໄຟຟ້າ, (2) ສາຂາວິສະວະກໍາໄຟຟ້າພະລັງງານນໍ້າ, (3) ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ (4) ສາຂາເສດຖະສາດ ແລະ ບໍລິຫານທຸລະກິດ ເລີ່ມຕົ້ນສົກຮຽນ 2024-2025 ນີ້ ມີນັກສຶກສາມາລົງທະບຽນຮຽນແລ້ວ ຈໍານວນ 143 ຄົນ ຍິງ 76 ຄົນ.
ທ່ານ ບຸນເກີດ ສີສຸພັນທອງ ກ່າວຕື່ມອີກວ່າ: ການໄດ້ຮັບອະນຸມັດສ້າງຕັ້ງເປັນສະຖາບັນ ວິສະວະກຳ-ເຕັກໂນໂລຊີ ບຸນເກີດ ນີ້ ໄດ້ເປັນກຳລັງໃຈ ເປັນແຮງບັນດານໃຈຢ່າງສຳຄັນທີ່ສຸດໃຫ້ພວກເຮົາ ສືບຕໍ່ບຸກໜ້າບືນຕົວ ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການທາງດ້ານການສ້າງຊັບພະຍາກອນມະນຸດ ກໍຄືພັດທະນາການສຶກສາ ໃຫ້ແກ່ສັງຄົມລາວ ເວົ້າລວມ, ເວົ້າສະເພາະ ແມ່ນຢູ່ບັນດາເມືອງນາຊາຍທອງ, ເມືອງສີໂຄດຕະບອງ ກໍຄືເມື່ອງອື່ນໆ ໃນນະຄອນຫຼວງວຽງຈັນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພາຍໃຕ້ການຊີ້ນຳ-ນຳພາຂອງຂັ້ນເທິງ ກໍຄືການສະໜັບສະໜູນຂອງນັກຮຽນ-ນັກສຶກສາ ພວກເຮົາຈະຍົກສູງຄຸນນະພາບການສຶກສາ ຕາມປັດຊະຍາທີ່ວ່າ “ຄຸນນະທຳນຳທາງ, ນະວັດຕະກຳນຳໜ້າ” ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ສ້າງທ່າໄດ້ປຽບໃຫ້ແກ່ປະເທດຊາດໃນເງື່ອນໄຂຂອງໂລກາພິວັດການເຊື່ອມໂຍງຂອງພາກພື້ນ ແລະ ສາກົນ, ເຊື່ອມສານ ແລະ ຫຍັບເຂົ້າໃກ້ມາດຕະຖານການສຶກສາຂອງພາກພື້ນ ແລະ ສາກົນເທື່ອລະກ້າວ ເຮັດໃຫ້ຊັບພະຍາກອນມະນຸດຂອງພວກເຮົາ ຜູ້ທີ່ມີຄຸນສົມບັດ ສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດ ສະຫຼາດຫຼັກແຫຼມ ມີນະວັດຕະກຳທັນສະໄໜ ທຽບເທົ່າກັບປະເທດອື່ນ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ.
(ຂ່າວ: ສົງການ ພັນແພງດີ)