ກອງປະຊຸມ ເຜີຍແຜ່ເຊື່ອມຊຶມບັນດາເອກະສານ ມະຕິ, ຄຳສັ່ງ ຂອງສູນກາງພັກ ແລະ ບົດລາຍງານການເຂົ້າຮ່ວມກອງປະຊຸມພົບປະ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຜີຍແຜ່ ແລະ ເຂົ້າຮ່ວມຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ສະຫາຍ ແດງ ປະທຸມທອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຈາກພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບົດລາຍງານການພົບປະ ລະຫວ່າງ ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີແຫ່ງ ສ. ຣັດເຊຍ (ສະຫະພັນຣັດເຊຍ), ບົດລາຍງານຜົນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS, ຜົນສໍາເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ບົດລາຍງານຫຍໍ້ກ່ຽວກັບທິດຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ເອກະສານຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການຜັນຂະຫຍາຍຜົນກອງປະຊຸມພົບປະສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ. ໃນນັ້ນ, ບົດລາຍງານການພົບປະ ລະຫວ່າງ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ.ຣັດເຊຍ ທີ່ເມືອງກາຊານ ຣັດເຊຍ ຊຶ່ງຜູ້ນຳທັງສອງ ໄດ້ຕີລາຄາສູງ ແລະ ຊົມເຊີຍຜົນສຳເລັດ ຂອງການຈັດກອງປະຊຸມບຣິກໃນຄັ້ງນີ້ ຊຶ່ງເປັນການປະຕິຮູບລະບຽບໂລກ ແລະ ຊຸກຍູ້ໂລກຫຼາຍຂົ້ວ. ພ້ອມດຽວກັນນີ້ ກໍຕີລາຄາສູງ ຕໍ່ການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ໂດຍສະເພາະ ການພົວພັນດ້ານການເມືອງ ຢູ່ໃນລະດັບທີ່ດີ ແລະ ການຮ່ວມມືດ້ານວຽກງານປ້ອງກັນຊາດ ໄດ້ເຂົ້າສູ່ລວງເລິກ. ສ່ວນດ້ານເສດຖະກິດ-ການຄ້າ ເຖິງວ່າຈະຍັງຢູ່ໃນລະດັບຕ່ຳ ແຕ່ກໍມີທ່າອຽງເພີ່ມຂຶ້ນ ແລະ ເຫັນພ້ອມຮ່ວມກັນ ທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມໃນຕໍ່ໜ້າ.
ການເຜີຍແຜ່ຄັ້ງນີ້, ເພື່ອເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ຕະຫຼອດຮອດທຸກຊັ້ນຄົນໃນທົ່ວສັງຄົມ ພາຍໃນແຂວງໄຊສົມບູນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ພ້ອມນີ້ ຍັງເປັນການສຶກສາອົບຮົມທາງດ້ານແນວຄິດ-ການເມືອງ ເພື່ອໃຫ້ມີຄວາມເປັນເອກະພາບກັບມະຕິ-ຄຳສັ່ງຂອງພັກ ແລະ ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ.
(ຂ່າວ: ນ. ວຽງໃຈ ຄໍາມະນີວົງ)