ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງອົງຄະນະພັກເມືອງຫຼວງນໍ້າທາໄດ້ສໍາເລັດລົງຢ່າງຈົບງາມ ໃນລະຫວ່າງ ວັນທີ 7 ມັງກອນ 2025 ທີ່ສະໂມສອນແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ພິມມະສອນ ຮັກສາການເລຂາພັກເມືອງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ມີແຂກຖືກເຊີນ ແລະ ບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງຫຼວງນໍ້າທາ ຈໍານວນ 2,930 ສະຫາຍ ຍິງ 1.033 ສະຫາຍ.
ກອງປະຊຸມ ໄດ້ຮັບຟັງການຕີລາຄາໝາກຜົນການນໍາພາ - ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງຫຼວງນໍ້າທາ ໃນ 5 ປີຜ່ານມາ ພ້ອມທັງ ຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາ ປີ 2029, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງ ທີ IX ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X (2025 - 2029) ຂອງເມືອງ; ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງຄັ້ງທີ X ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ, ການເມືອງມີຄວາມເປັນສະຖຽນນະພາບ,ເສດຖະກິດມີການຂະຫຍາຍຕົວສະເລ່ຍ ໃນລະດັບ 6.02% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸໄດ້ 1 ພັນຕື້ກວ່າກີບ, ລື່ນແຜນ 17%, ສະເລ່ຍລາຍໄດ້ຕໍ່ຫົວຄົນບັນລຸ 1,033 ໂດລາ/ຄົນ/ປີ, ໂຄງປະກອບດ້ານເສດຖະກິດ ຂະແໜງກະສິກໍາ ບັນລຸ 431 ຕື້ກວ່າກີບ ເພີ່ມຂຶ້ນ 206.21 ຕື້ກີບ, ກວມເອົາ 35.08%, ອຸດສາຫະກຳ ບັນລຸ 164 ຕື້ກວ່າກີບ, ຫຼຸດລົງ 84 ຕື້ກວ່າກີບ, ກວມເອົາ 13.39%, ບໍລິການ ບັນລຸ 634 ຕື້ກວ່າກີບ ເພີ່ມຂຶ້ນ 58 ຕື້ກວ່າກີບ ກວມເອົາ 51.54% ຂອງລວມຍອດລາຍຮັບທັງໝົດ
ກອງປະຊຸມ ຄະນະບໍລິຫານງານພັກເມືອງ ຊຸດເກົ່າຂຶ້ນລາໜ້າທີ່ຕາມອາຍຸການ ພ້ອມນັ້ນ ກອງປະຊຸມ ຍັງໄດ້ຜ່ານບັນດາມາດຖານ ແລະ ເງຶ່ອນໄຂຜູ້ທີ່ຈະສະໝັກເປັນຄະນະບໍລິຫານງານພັກເມືອງຫຼວງນໍ້າທາ ຊຸດໃໝ່ ຊຶ່ງມີຜູ້ສະໝັກ 29 ສະຫາຍ ຍິງ 6 ສະຫາຍ. ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງ ສະໄໝທີ Xl ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈໍາພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ. ໃນນັ້ນ ໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນຄົງ ພິມມະສອນ ເປັນເລຂາຄະນະບໍລິຫານງານພັກເມືອງ ຊຸດໃໝ່, ເລືອກເອົາ ສະຫາຍ ຄໍາຫຼ້າ ແຫຼ່ງໄຊຍະທໍາ ແລະ ສະຫາຍ ນາງ ຈັນສະໄໝ ແກ້ວມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ເລືອກເອົາ ສະຫາຍ ຄໍາຜາຍ ອຸແປງວົງ ເປັນປະທານກວດກາພັກ, ເລືອກເອົາສະຫາຍ ຈ໋າຍສັກ ແອ໋ຄູຄໍ້າ ແລະ ສະຫາຍ ນາງ ຂັນແກ້ວ ກັນນະລີ ເປັນຮອງປະທານກວດກາພັກ. ຈາກນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງ ຄັ້ງທີ lX ຈໍານວນ 25 ສະຫາຍ ຍິງ 3 ສະຫາຍ.
(ຂ່າວ: ພົນ)