ແຂວງຫົວພັນສຸມໃສ່ນໍາພາ-ຊີ້ນໍາປະຊາຊົນສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຊຸກຍູ້ສົ່ງເສີມແລະສ້າງທຸກເງື່ອນໄຂເພື່ອອໍານວຍຄວາມສະດວກຕາມທ່າແຮງບົ່ມຊ້ອນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີII ປີ2024ທ່ານຄຳແພງໄຊສົມແພງເຈົ້າແຂວງຫົວພັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນປີ2024ຜ່ານມາ ລວມຍອດຜະລິດຕະພັນພາຍໃນGDP ບັນລຸໄດ້ 5,347.79 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ16,903,684ກີບ/ຄົນ/ປີຫຼືເທົ່າກັບ841ໂດລາ/ຄົນ/ປີ,ດ້ວຍອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ4.73%.ທົ່ວແຂວງຫົວພັນມີເນື້ອທີ່ປູກຝັງທີ່ປະຕິບັດໄດ້ທັງໝົດ74,228ເຮັກຕາ, ຜົນຜະລິດ493,492ໂຕນ, ມີເນື້ອທີ່ປູກເຂົ້າ29,833.03ເຮັກຕາ, ສາມາດເກັບກ່ຽວຜົນຜະລິດໄດ້111,715ໂຕນປະຕິບັດໄດ້ລື່ນຄາດໝາຍ0,26%;ເນື້ອທີ່ປູກພືດສະບຽງອາຫານ5,743.66ເຮັກຕາເກັບກ່ຽວຜົນຜະລິດໄດ້29,112.91ໂຕນທຽບໃສ່ແຜນການປະຕິບັດໄດ້92.95%; ເນື້ອທີ່ຜະລິດເປັນສິນຄ້າ38,651.88ເຮັກຕາເກັບກ່ຽວຜົນຜະລິດໄດ້352,664.77ໂຕນທຽບໃສ່ແຜນການປີປະຕິບັດລື່ນຄາດໝາຍ1.79%; ໃນນັ້ນ, ພືດທີ່ປູກເປັນຈຳນວນຫຼາຍມີ: ມັນຕົ້ນ, ຂີງໃຫຍ່, ສາລີ, ໝາກເດືອຍອົງ, ມັນສາຄູເປັນຕົ້ນ. ໃນນັ້ນໂຄງປະກອບທາງດ້ານເສດຖະກິດມີການຜັນປ່ຽນຄື: ຂະແໜງກະສິກຳແລະປ່າໄມ້; ເພີ່ມຂຶ້ນ5.03%ກວມເອົາ57.69%ຂອງGDP. ຂະແໜງອຸດສາຫະກຳ: ເພີ່ມຂຶ້ນ4.37%ກວມເອົາ21.33%ຂອງGDP, ຂະແໜງບໍລິການ: ເພີ່ມຂຶ້ນ4.40%ກວມເອົາ20.98%ຂອງGDP.
ໃນຂະນະດຽວກັນວຽກງານດ້ານວັດທະນະທໍາ-ສັງຄົມຂອງແຂວງ,ດ້ານວັດທະນະທໍາ: ສືບຕໍ່ເສີມຂຫຍາຍບ້ານວັດທະນະທໍາໄດ້24 ບ້ານເທົ່າກັບ120%ຂອງແຜນການປີ; ຄອບຄົວວັດທະນະທໍາໄດ້1,228 ຄອບຄົວເທົ່າກັບ61% ຂອງແຜນການປີ; ຂະຫຍາຍໂທລະໂຄ່ງໃໝ່ໄດ້25 ຊຸດ. ດ້ານການທ່ອງທ່ຽວ: ປັດຈຸບັນ, ທົ່ວແຂວງຫົວພັນມີແຫຼ່ງທ່ອງທ່ຽວທັງໝົດ 158 ແຫ່ງ, ມີນັກທ່ອງທ່ຽວເດີນທາງມາທັງໝົດ49,035 ເທື່ອຄົນ (ໃນນີ້, ມີນັກທ່ອງທ່ຽວພາຍໃນ15,946 ເທື່ອຄົນແລະນັກທ່ອງທ່ຽວຕ່າງປະເທດ33,089 ເທື່ອຄົນ) ເທົ່າກັບ103,82% ຂອງແຜນການປີ, ສ້າງລາຍຮັບຈາກການທ່ອງທ່ຽວໄດ້53,768 ຕື້ກີບເທົ່າກັບ105,98% ຂອງແຜນການປີ, ດ້ານການສຶກສາ: ການຈັດຕັ້ງປະຕິບັດ 14 ຕົວຊີ້ວັດຂອງວຽກງານການສຶກສາ ສາມາດປະຕິບັດໄດ້ລື່ນຄາດໝາຍ, ທົ່ວແຂວງມີໂຮງຮຽນພາກລັດແລະເອກະຊົນທັງໝົດ1,229 ແຫ່ງ, ມີອາຄານຮຽນຖາວອນ523 ຫຼັງ, ອາຄານຮຽນເຄິ່ງຖາວອນ418 ຫຼັງ, ອາຄານຮຽນຊົ່ວຄາວ264 ຫຼັງ, ມີຫ້ອງຮຽນ3,334 ຫ້ອງ, ມີນັກຮຽນທັງໝົດ82,532 ຄົນ; ສາມາດສ້າງໂຮງຮຽນສີຂຽວ, ສະອາດ, ສວຍງາມໄດ້8 ແຫ່ງ, ປະກາດໂຮງຮຽນປອດສິ່ງເສບຕິດໄດ້851 ແຫ່ງຂອງຈໍານວນໂຮງຮຽນປະຖົມແລະມັດທະຍົມທັງໝົດ (856 ແຫ່ງ).
(ຂ່າວ-ພາບ: ສຳນານ)