ສະຫາຍ ບຸນມີ ບົວລິວັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງກາສີ ແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III ປີ (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ IV ປີ (2025-2029) ຂອງເມືອງກາສີ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄຂຂຶ້ນລະຫວ່າງວັນທີ 8-9 ມັງກອນ 2025 ຊຶ່ງບາງຕອນສະຫາຍໄດ້ກ່າວວ່າ: ການພັດທະນາເສດຖະກິດຂອງເມືອງແມ່ນໄປຕາມກົນໄກເສດຖະກິດຕະຫຼາດ ເຮັດໃຫ້ມີລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວສະເລ່ຍໃນລະດັບ 5.41% ຕໍ່ປີ (ແຜນ 6%) ລວມຍອດລາຍຮັບຂອງເມືອງ ປະຕິບັດໄດ້ 784.20 ຕື້ກີບ, ທຽບໃສ່ແຜນ ປະຕິບັດໄດ້ 97.99% ສະເລ່ຍ 5 ປີ ຕໍ່ຫົວຄົນ ປະຕິບັດໄດ້ 17.16 ລ້ານກີບ ຫຼື ເທົ່າກັບ 1,245 ໂດລາສະຫະລັດຕໍ່ຄົນຕໍ່ປີ ເທົ່າກັບ 61.43%, ອັດຕາການຂະຫຍາຍຕົວສະເລ່ຍ 5 ປີ ຕາມຂະແໜງການມີ ດັ່ງນີ້: ຂະແໜງກະສິກຳ ຂະຫຍາຍຕົວ 6.61% ກວມເອົາ 47.27% ຂອງລວມຍອດຜະລິດຕະພັນພາຍໃນ; ທຽບໃສ່ປີ 2019 ເພີ່ມຂຶ້ນ 23%; ການຜະລິດເຂົ້າໃນ 5 ປີ ໃນເນື້ອທີີ່ລວມ 21,498 ເຮັກຕາ, ປະຕິບັດໄດ້ທັງໝົດ 96,179 ໂຕນ, ສະເລ່ຍ 19,235.8 ໂຕນຕໍ່ປີ, ສະເລ່ຍເຂົ້າກິນ 433.11 ກິໂລຕໍ່ຄົນຕໍ່ປີ, ການລ້ຽງສັດເພີີ່ມຂຶ້ນໂດຍສະເລ່ຍ 2% ຕໍ່ປີ, ສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ 1,119.3 ໂຕນຕໍ່ປີ, ສະເລ່ຍ 25.60 ກິໂລກຣາມຕໍ່ຄົນຕໍ່ປີ. ສາມາດຜະລິດພືດສະບຽງອາຫານ ແລະ ເປັນສິນຄ້າສະເລ່ຍ 202,699 ໂຕນຕໍ່ປີ, ຈຳໜ່າຍເປັນສິນຄ້າອອກຕ່າງເມືອງ, ຕ່າງແຂວງໄດ້ 7,010 ໂຕນ, ອັນທີີ່ພົ້ນເດັ່ນ ໃນການປູກພືດເປັນສິນຄ້າ ເຊັ່ນ: ການປູກໝາກກ້ຽງໃຫຍ່ (ໝາກພຸກ), ໝາກກ້ຽງນ້ອຍ ມີເນື້ອທີີ່ປູກ 596 ເຮັກຕາ; ສຳລັບການຜະລິດ ຊີ້ນ, ປາ ແລະ ໄຂ່ ເປັນສິນຄ້າ ໄດ້ 5,097.05 ໂຕນ, ສະເລ່ຍ 561.93 ໂຕນຕໍ່ປີ, ເທົ່າກັບ 21.36% ຂອງແຜນການ. ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.81% ກວມເອົາ 7.45% ຂອງລວມຍອດຜະລິດຕະພັນພາຍໃນ; ທຽບໃສ່ປີ 2019 ເພີີ່ມຂຶ້ນ 40%; ມູນຄ່າການສົ່ງອອກສິນຄ້າບັນລຸໄດ້ 748.75 ຕື້ກີບ, ເທົ່າກັບ 589.5%, ມູນຄ່າການນຳເຂົ້າປະຕິບັດໄດ້ 410.92 ຕື້ກີບ, ເທົ່າກັບ 107.29% ຂອງແຜນການ, ທຽບໃສ່ປີ 2019 ເພີີ່ມຂຶ້ນ 7.29%; ດ້ານພະລັງງານ ແລະ ບໍ່ແຮ່ ສາມາດສ້າງມູນຄ່າໄດ້ 104,274.23 ໂດລາສະຫະລັດ; ການຜະລິດພະລັງງານໄຟຟ້າໄດ້ທັງໝົດ 190,799,000 kwh, ທຽບໃສ່ແຜນ 5 ປີ ເທົ່າກັບ 90.10%, ການສົ່ງພະລັງງານໄຟຟ້າສາມາດປະຕິບັດໄດ້ທັງໝົດ 189.882.017 kwh ທຽບໃສ່ແຜນ 5 ປີ ເທົ່າກັບ 88.93%. ປັດຈຸບັນທົ່ວເມືອງມີບ້ານທີີ່ຊົມໃຊ້ໄຟຟ້າຖາວອນ ແລະ ຄອບຄົວນຳໃຊ້ໄຟຟ້າກວມ 100%. ຂະແໜງບໍລິການ ຂະຫຍາຍຕົວ 4.4% ກວມເອົາ 45.28% ຂອງລວມຍອດຜະລິດຕະພັນພາຍໃນ ທຽບໃສ່ປີ 2019 ເພີີ່ມຂຶ້ນ 88%; ອັນພົ້ນເດັ່ນແມ່ນ; ການຄ້າຂາຍຍົກ-ຂາຍຍ່ອຍ ປັດຈຸບັນມີ 401 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 766.17 ຕືິ້ກີບ ແລະ ການບໍລິການບັນລຸໄດ້ 578.29 ຕື້ກີບ ເທົ່າກັບ 113.16% ຂອງແຜນການ, ທຽບໃສ່ 5 ປີ ຜ່ານມາເພີີ່ມຂຶ້ນ 13.16%; ມູນຄ່າສິນຄ້າສົ່ງອອກ ບັນລຸໄດ້ 748.75 ຕື້ກີບ; ເທົ່າກັບ 589.5% ຂອງແຜນການທຽບໃສ່ປີ 2019 ເພີີ່ມຂຶ້ນ 489.5% ແລະ ມູນຄ່າການນໍາເຂົ້າປະຕິບັດໄດ້ 410.92 ຕື້ກີບ, ເທົ່າກັບ 107.29% ຂອງແຜນການ, ທຽບໃສ່ປີ 2019 ເພີີ່ມຂຶ້ນ 7.29%. ຂະແໜງການບໍລິການທ່ອງທ່ຽວ ໄດ້ເກັບກຳສະຖິຕິນັກທ່ອງທ່ຽວທີີ່ມາພັກເຊົາຢູ່ພາຍໃນເມືອງ ມີທັງໝົດ 46.502 ເທື່ອຄົນ, ເປັນນັກທ່ອງທ່ຽວຕ່າງປະເທດ 9,818 ຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 12,24 ຕື້ກ່ວາກີບ ແລະ ການບໍລິການຂົນສົ່ງສິນຄ້າປະຕິບັດໄດ້ 200 ໂຕນ ແລະ ການຂົນສົ່ງໂດຍສານໄດ້ 44,000 ເທືີ່ອຄົນ; ດ້ານພາສີ ແລະ ອາກອນຜະລິດຕະພັນ ກວມເອົາໂຄງປະກອບເສດຖະກິດ ເທົ່າກັບ 0.44% ສາມາດສ້າງມູນຄ່າໄດ້ 3,876 ຕື້ກີບ, ເທົ່າກັບ 132.92% ຂອງແຜນການ 5 ປີ. ດ້ານງົບປະມານ ຕາມແຜນ 5 ປີ ສາມາດປະຕິບັດໄດ້ 12.60 ຕື້ກວ່າກີບ, ເທົ່າກັບ 122.78% ລືີ່ນແຜນການ 22.78%. ການລະດົມທຶນ ແຜນການ 5 ປີ (2020-2024) ຄາດໝາຍການລົງທຶນທົ່ວສັງຄົມໃຫ້ໄດ້ທັງໝົດ 872.61 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດການລະດົມທຸກແຫຼ່ງທຶນສາມາດບັນລຸໄດ້ 910.94 ຕື້ກີບ, ເທົ່າກັບ 104.39% ຂອງແຜນການ.
(ແຫຼ່ງຂ່າວ: ເມືອງກາສີ)