ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ ໄດ້ເນັ້ນຫຼາຍບັນຫາ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 8-9 ມັງກອນ 2025 ຜ່ານມາຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ຊຶ່ງບາງຕອນ ສະຫາຍ ໄດ້ກ່າວວ່າ: ໃຫ້ຮີບຮ້ອນນໍາເອົາເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປເຜີຍແຜ່, ຮໍ່າຮຽນໃຫ້ແກ່ ພະນັກງານ, ສະມາ ຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ໂດຍຫັນເປັນອັນລະອຽດຢູ່ແຕ່ລະວຽກງານ ແລະ ນໍາພາປະຊາຊົນເຮັດຕົວຈິງຢູ່ຮາກຖານ. ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ, ອັນສໍາຄັນແມ່ນຕ້ອງເຮັດແນວໃດໃຫ້ຂໍ້ຄວາມ, ເນື້ອໃນໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດດຖະກິດ-ສັງຄົມ ກາຍເປັນຂະບວນການຈັດຕັ້ງປະຕິບັດ ຂອງທົ່ວປວງຊົນ ແລະ ເກີດມີໝາກຜົນຕົວຈິງ ພ້ອມກັນນັ້ນກໍຕ້ອງເປັນເຈົ້າການຕິດຕາມກວດກາ ຢ່າງໃກ້ຊິດຕິດແທດເພື່ອໃຫ້ສາມາດກຳໄດ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາທິດທາງ ແລະ ຄາດໝາຍສູ້ຊົນດ້ານຕ່າງໆ ເພື່ອຄົ້ນຄວ້າແກ້ໄຂບັນຫາສິ່ງອຸດຕັນ, ຂໍ້ຫຍຸ້ງຍາກຕ່າງໆ ຢ່າງທັນການ, ແນໃສ່ເຮັດໃຫ້ມະຕິກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຜົນຕາມລະດັບຄາດໝາຍ ຫຼື ລື່ນຄາດໝາຍຍິ່ງເປັນການດີ. ໃຫ້ບັນດາສະຫາຍ ສືບຕໍ່ປົກປັກຮັກສາ ເພີ່ມທະວີຄວາມສາມັກຄີພາຍໃນ, ກ່ອນອື່ນໝົດ ແມ່ນພາຍໃນຄະນະປະຈຳພັກເມືອງ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະ ແກນນໍາໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ. ເຊີດຊູຄວາມຮັບຜິດຊອບທາງການເມືອງ ໃຫ້ສູງຂຶ້ນກວ່າເວລາໃດໝົດ, ບໍ່ວ່າວຽກນັ້ນຈະນ້ອຍ ຫຼື ໃຫຍ່, ຈະຊີນເຄີຍມາແລ້ວ ຫຼື ບໍ່ທັນເຄີຍ, ຈະຢູ່ບ່ອນເກົ່າ ຫຼື ຍ້າຍໄປບ່ອນໃໝ່, ຈະຢູ່ໃນຂົງເຂດວຽກພັກ, ວຽກລັດ, ຂົງເຂດອົງການຈັດຕັ້ງມະຫາຊົນ, ຈະຢູ່ສຳນັກງານຂັ້ນເມືອງ ຫຼື ລົງໄປເຂດຈຸດສຸມ ແລະ ຮາກຖານ ກໍຕ້ອງສຸມໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດ, ເຫື່ອແຮງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ຕັ້ງໜ້າຮຽນຮູ້ຍົກລະດັບຕົນເອງຂຶ້ນເລື້ອຍໆ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນມະຕິຄໍາສັ່ງ ແລະ ແຜນການທີ່ລັດວາງອອກໃນແຕ່ລະໄລຍະ, ຮຽນຮູ້ວິຊາສະເພາະທີ່ຕົນຮັບຜິດຊອບຊີ້ນໍາ, ສິ່ງສໍາຄັນແມ່ນຮູ້ຖອດຖອນບົດຮຽນຈາກຂະບວນການວຽກງານຕົວຈິງ, ຕ້ອງຮູ້ຈັກຮໍ່າຮຽນນໍາມະຫາຊົນ ແລະ ຮໍ່າຮຽນນໍາເພື່ອນມິດສະຫາຍ. ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ແບ່ງວຽກ, ມອບໝາຍຄວາມຮັບຜິດຊອບໃຫ້ແກ່ບຸກຄົນຢ່າງຈະແຈ້ງ. ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາລວມໝູ່ ເປັນກໍາລັງແຮງແກ່ການນໍາພາຂອງພັກ, ເພີ່ມທະວີຄວາມເປັນເອກະພາບພາຍໃນ ຕໍ່ການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດຕົວຈິງ, ພວກເຮົາໄດ້ເອກະພາບການຕົກລົງເອົາເປັນມະຕິ, ເປັນທິດຊີ້ນໍາແລ້ວ ເວລາຈັດຕັ້ງປະຕິບັດກໍຍິ່ງຕ້ອງມີຄວາາມເປັນເອກະພາບສູງ, ອັນຕະລາຍກວ່າໝູ່ ແມ່ນການເຮັດຕາມໃຈຂອງໃຜຂອງລາວ, ຊີ້ນໍາໄປຄົນລະຢ່າງ. ນອກຈາກຈະເຮັດໃຫ້ວຽກງານບໍ່ປະສົບຜົນສໍາເລັດແລ້ວຍັງກະທົບຕໍ່ພາບພົດ ແລະ ບົດບາດການນໍາພາຂອງພັກ, ຂາດຄວາມເຊື່ອໝັ້ນຈາກປະຊາຊົນ. ຕ້ອງມີທັດສະນະມະຫາຊົນຖືກຕ້ອງ, ຕ້ອງເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດມະຫຳຊົນ ແລະ ໃຫ້ມະຫາຊົນມີສ່ວນຮ່ວມຢ່າງເປັນເຈົ້າການໃນທຸກວຽກງານ, ຄືພວກເຮົາຮູູ້ນຳກັນແລ້ວວ່າ: ບໍໍ່ວ່າວຽກຈະໃຫຍ່ຫຼວງ ແລະ ຫຍຸ້ງຍາກລຳບາກຊ່ຳໃດກໍໍ່ຕາມ ຖ້າມະຫາຊົນເຊືີ່ອມຊຶມ, ເຂົ້າໃຈເຫັນດີເຫັນພ້ອມ ແລະ ເຂົ້າຮ່ວມແລ້ວແມ່ນຈະໄດ້ຮັບຜົນສຳເລັດ. ຄະນະບໍລິຫານງານພັກຊຸດໃໝ່ ຕ້ອງເປັນແບບຢ່າງໃນດ້ານຄຸນສົມບັດສິນທຳປະຕິວັດ, ມີແບບແຜນເຮັດວຽກທີວິທະຍາສາດ ແລະ ປະດິດສ້າງ; ແບບແຜນດຳລົງຊີວິດທີີ່ປອດໃສ, ປະຢັດທ່ຽງທຳ; ເປັນຫຼັກແຫຼ່ງ, ເປັນແກນນຳທີີ່ແທ້ຈິງຂອງພັກ, ຂອງປະຊາຊົນ, ຍາມໃດກໍໍຖືຜົນປະໂຫຍດປະເທດຊາດ ແລະ ປະຊາຊົນຢູ່ເໜືອຜົນປະໂຫຍດສ່ວນຕົວ, ເອົາໃຈໃສ່ສຶກສຳອົບຮົມຄອບຄົວ, ຍາດພີີ່ນ້ອງໃຫ້ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.
(ພາບ-ຂ່າວ: ແກ້ວອຸດົມ)