ເມືອງລະຄອນເພັງ ແຂວງສາລະວັນ ຈັດສຳມະນາເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນສົມບູນທົ່ວອົງຄະນະພັກເມືອງລະຄອນເພັງ ຄັ້ງທີ IX ຂຶ້ນໃນວັນທີ 8 ມັງກອນ ຜ່ານມາ ທີ່ສະໂມສອນເມືອງ, ໂດຍການເຂົ້າຮ່ວມຂອງສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ ຫົວໜ້າອະນຸກໍາມະການເນື້ອໃນຂັ້ນແຂວງ, ມີບັນດາກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອະນຸກໍາມະການເນື້ອໃນຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ສະຫາຍ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງລະຄອນເພັງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ເປັນຕົ້ນ: ເອົາໃຈໃສ່ເຜີຍແຜ່ບັນດາຄຳສັ່ງຕ່າງໆຂອງສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຊື່ອມຊືມເນື້ອໃນເອກະສານຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເຊັ່ນ: ຍົກສູງຄວາມສາມາດນໍາພາ, ຄວາມເປັນແບບຢ່າງນໍາໜ້າ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານໃຫ້ສະມາຊິກພັກ-ພະນັກງານ ໃນແຕ່ລະຂົງເຂດສຳເລັດ 100%, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ທັງໄດ້ນໍາພາສ້າງຂະບວນການປະດັບປະດາ, ຕິດທຸງພັກ, ທຸງຊາດ, ທຸງທິວ, ປ້າຍຄໍາຂວັນແຂ່ງຂັນຕ່າງໆ. ນອກນັ້ນ, ໄດ້ນໍາພາສ້າງຂະບວນການອະນາໄມຕາມເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຕາມບ້ານຢ່າງເປັນຂະບວນການ, ສຳເລັດການດຳເນີນຊີວິດການເມືອງ, ທາບທາມໂຄງປະກອບບຸກຄະລາກອນ ແລະ ດຳເນີນກອງປະຊຸມໃຫຍ່ຂອງຮາກຖານໜ່ວຍພັກ ສຳເລັດ 100%. ນອກຈາກນັ້ນ, ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2025-2029), ການຕີລາຄາສະພາບລວມຂອງເມືອງ, ການຈັດຕັ້ງປະຕິບັດຄາດໝາຍຕົ້ນຕໍ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ສະເລ່ຍໃນລະດັບ 7,7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 1,144.9 ຕື້ກີບ, ວຽກງານດ້ານວັດທະນະທໍາ-ສັງຄົມ ແລະ ຂົງເຂດວຽກງານອື່ນໆ.
ໂອກາດນີ້, ປະທານກອງປະຊຸມ ກໍໄດ້ມີຄຳເຫັນເຈາະຈີ້ມບາງເນື້ອໃນ, ບາງບັນຫາ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ແລກປ່ຽນ ແລະ ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມໃຫ້ສົມບູນ ແລະ ເປັນເອກະພາບ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)