![](nimg/197210112420250110_134100.jpg)
ໂດຍ: ແສງຈັນ
1 ປີຜ່ານມາ, ຄະນະປະຈຳສະພາທິດສະດີສູນກາງພັກ (ສທພ) ໄດ້ເອົາໃຈໃສ່ຕໍ່ການເພີ່ມທະວີການນຳພາວຽກງານແນວຄິດຕໍ່ກັບພະນັກງານ, ສະມາຊິກສະພາທິດສະດີສູນກາງພັກ ຕະຫຼອດເຖິງພະນັກງານ-ລັດຖະກອນພາຍໃນຫ້ອງການສະພາທິດສະດີສູນກາງພັກມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ສຸມໃສ່ການປຸກລະດົມສະຕິຕື່ນຕົວ ຂອງສະມາຊິກສະພາທິດສະດີສູນກາງພັກຢ່າງເຖິງຖອງ ຕິດພັນກັບການນຳພາການຈັດຕັ້ງເຊື່ອມຊຶມແນວທາງ ຂອງພັກ, ກົດໝາຍ ຂອງລັດ, ສາມາດຈັດຕັ້ງປະຕິບັດວຽກງານສຳເລັດຜົນໃນຫຼາຍດ້ານ ແລະ ສ້າງໄດ້ການຫັນປ່ຽນໃນການປະຕິບັດບົດບາດການໃຫ້ຄຳປຶກສາແກ່ສູນກາງທີ່ມີຜົນສຳເລັດໃໝ່ຫຼາຍດ້ານ.
ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ລາຍງານຕໍ່ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2024 ທີ່ ສທພ ບາງເນື້ອໃນທີ່ສໍາຄັນ ວ່າ: ໃນໄລຍະ 1 ປີຜ່ານມາໄດ້ປັບປຸງ ແລະ ອອກນິຕິກຳໃໝ່ ຄື: ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນຳໃຊ້ງົບປະມານໂຄງການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງສະພາທິດສະດີສູນກາງພັກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານງົບປະມານໂຄງການ ແລະ ກົນໄກການຄຸ້ມຄອງການເງິນໂຄງການຄົ້ນຄວ້າທິດສະດີ-ພຶດຕິກຳ ຂອງສະພາທິດສະດີສູນກາງພັກ, ໄດ້ສ້າງຮ່າງແບບຟອມຕ່າງໆໃນການດຳເນີນໂຄງການຄົ້ນຄວ້າລະ ດັບຊາດ ເປັນຕົ້ນ ຮ່າງບົດວິພາກໂຄງການລະດັບຊາດ, ຮ່າງແບບຟອມການຂຽນບົດສະຫຼຸບໂຄງການ ແລະ ອື່ນໆ. ນອກນັ້ນ ຍັງໄດ້ເຮັດສຳເລັດຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງການສ້າງປຶ້ມ ຂອງສະພາທິດສະດີສູນກາງພັກ ເພື່ອເປັນບ່ອນອີງ ແລະ ສ້າງຄວາມເປັນເອກະພາບດ້ານຫຼັກການຄຸ້ມຄອງຈັດພິມປຶ້ມຕ່າງໆເພື່ອຮັບປະກັນຄຸນນະພາບ, ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ 4 ຫົວຂໍ້ຄົ້ນຄວ້າລະດັບຊາດທາງດ້ານທິດສະດີ-ພຶດຕິກຳ ຄື: ໜຶ່ງ, ຍຸດທະສາດການພັດທະນາເສດຖະກິດແບບຍືນຍົງເປັນມິດກັບສິ່ງແວດລ້ອມຢ່າງຍາວນານ ແນໃສ່ນຳພາປະເທດບໍ່ຕົກເຂົ້າໃນແຮ້ວ ຂອງປະເທດລາຍຮັບປານກາງ ໂດຍມອບໃຫ້ຄະນະກຳມະການດ້ານເສດຖະກິດ-ການເງິນ ເປັນຜູ້ຮັບຜິດຊອບ; ສອງ, ດຳເນີນນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນໂລກຫຼາຍຂົ້ວ ໂດຍມອບໃຫ້ຄະນະກຳມະການດ້ານການເມືອງ-ຄວາມໝັ້ນຄົງ ເປັນຜູ້ຮັບຜິດຊອບ; ສາມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳແຫ່ງຊາດສົມທົບກັບການຮັບເອົາຄວາມກ້າວໜ້າຈາກວັດທະນະທຳ ຂອງໂລກ ໂດຍມອບໃຫ້ຄະນະກຳມະການດ້ານວັດທະນະທຳ-ສັງຄົມ ເປັນຜູ້ຮັບຜິດຊອບ; ສີ່, ພັກນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານໂດຍມອບໃຫ້ຄະນະເລຂາທິການສະພາວິທະຍາສາດ ເປັນຜູ້ຮັບຜິດຊອບ. ປັດຈຸບັນ, ທັງ 4 ຫົວຂໍ້ກຳລັງກະກຽມສະເໜີຜ່ານ ແລະ ຮັບຮອງບົດວິພາກບັນດາໂຄງການດັ່ງກ່າວ, ໄດ້ຮັບຮອງເອົາຫົວຂໍ້ໃຫຍ່, ຫົວຂໍ້ຍ່ອຍ ຂອງກອງປະຊຸມສຳມະນາທິດສະດີ ສອງພັກລາວ-ຫວຽດນາມ ຄັ້ງທີ XI ທີ່ ສປປ ລາວ ເປັນເຈົ້າພາບພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ບົດຮຽນລາວ-ຫວຽດນາມ” ແລະ ກຳນົດ 4 ຫົວຂໍ້ຍ່ອຍທີ່ຝ່າຍລາວຮັບຜິດຊອບ ຄື: ໜຶ່ງ, ປ່ຽນແປງໃໝ່ຈິນຕະນາການໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຢູ່ ສປປ ລາວ; ສອງ, ເພີ່ມທະວີຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ; ສາມ, ຍົກສູງກຳລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ສີ່, ປັບປຸງສະພາບແວດລ້ອມດຳເນີນທຸລະກິດສ້າງຄວາມໄວ້ເນື້ອເຊື່ອໃຈແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ໄດ້ຮັບຮອງຫົວຂໍ້ສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XII ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ປັບປຸງກົນໄກການພັດທະນາໃຫ້ສົມບູນແບບ ບົດຮຽນ ຂອງລາວ-ຈີນ” ແລະ ກຳນົດ 3 ຫົວຂໍ້ຍ່ອຍທີ່ຝ່າຍລາວຮັບຜິດຊອບ ຄື: ໜຶ່ງ, ປັບປຸງກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ; ສອງ, ສ້າງການຫັນປ່ຽນດ້ານກົນໄກການລົງທຶນທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ; ສາມ, ປັບປຸງກົນໄກການເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ, ໄດ້ສຸມໃສ່ຕິດຕາມ, ຊຸກຍູ້ບັນດາໂຄງການຄົ້ນຄວ້າລະດັບຊາດ ເພື່ອສະຫຼຸບຕີລາຄາ ແລະ ນຳສະເໜີຜົນ ຂອງການຄົ້ນຄວ້າໂຄງການຕ່າງໆທີ່ໄດ້ອະນຸມັດ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 108/ຄລສພ ເພື່ອສະເໜີສະພາທິດສະດີສູນກາງພັກ ຮັບຮອງ ຊຶ່ງມາເຖິງປັດຈຸບັນມີຜົນສຳເລັດ ຄື: ໂຄງການທີ່ໄດ້ສໍາເລັດການຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າ ຂອງໂຄງການ ຈຳນວນ 4 ໂຄງການ ຄື: ໜຶ່ງ, ໂຄງການ “ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ”; ສອງ, ໂຄງການ “ກະສິກຳກັບການພັດທະນາຊົນນະບົດ”; ສາມ, ໂຄງການ “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ແລະ ສີ່, ໂຄງການ “ສ້າງພັກປະຊາຊົນລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ໃນນີ້ ໂຄງການ “ສ້າງພັກປະຊາຊົນລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ໄດ້ສຳເລັດການປັບປຸງ ແລະ ນໍາສະເໜີຜົນ ຂອງການປັບປຸງເນື້ອໃນ ຊຶ່ງລວມມີ 224 ໜ້າ ເພື່ອຂໍທິດຊີ້ນຳ ສທພ, ໄດ້ອອກແຈ້ງການເຖິງບັນດາໂຄງການທີ່ຮັບຮູ້ແຕ່ບໍ່ສາມາດຮັບຮອງເນື້ອໃນຜົນການຄົ້ນຄວ້າ ປະກອບມີ 2 ໂຄງການ ຄື: ໜຶ່ງ, ໂຄງການ “ວັດທະນະທໍາລາວ ແລະ ການພັດທະນາສັງຄົມ ຕາມທິດສັງຄົມນິຍົມ” ຊຶ່ງໂຄງການດັ່ງກ່າວໄດ້ສະຫຼຸບລາຍງານດ້ານງົບປະມານ ແລະ ການປະຕິບັດໂຄງການໃນໄລຍະຜ່ານມາ; ສອງ, ໂຄງການ “ປະຫວັດສາດລາວ ເຫຼັ້ມ 1 ສະໄໝບູຮານ” ແລະ ສາມ, ໂຄງການ“ ການພັດທະນາແບບຍືນຍົງຢູ່ ສປປ ລາວ” ຊຶ່ງສະພາທິດສະດີສູນກາງພັກຢືນຢັນຮັບຮູ້ເນື້ອໃນ ແຕ່ບໍ່ໄດ້ຮັບຮອງ ແລະ ຈະຮັກສາຂໍ້ມູນເນື້ອໃນຜົນການຄົ້ນຄວ້າດັ່ງກ່າວ ເພື່ອເປັນເອກະສານຮັບໃຊ້ການຄົ້ນຄວ້າ ຂອງ ສທພ. ຄຽງຄູ່ກັນນັ້ນ ໂຄງການທີ່ມອບໃຫ້ລັດຖະບານພິຈາລະນາ-ຮັບຮອງເອົາຜົນການຄົ້ນ ຄວ້າ ມີ 1 ໂຄງການ ຄື: ໂຄງການ “ພາສາລາວ: ຫຼັກການນຳໃຊ້ ແລະ ນະໂຍບາຍ”, ສໍາເລັດການອອກແບບ ແລະ ຈັດພິມປື້ມຜະລິດຕະພັນຜົນການຄົ້ນຄວ້າ ຄື: ປຶ້ມໂຄງການຄົ້ນຄວ້າ ສ້າງລັດທີ່ປົກຄອງດ້ວຍກົດໝາຍ; ປື້ມກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ; ປື້ມກອງປະຊຸມສຳມະນາ ສອງພັກ ລາວ-ຫວຽດນາມ ຄັ້ງທີ IX; ປຶ້ມກອງປະຊຸມສຳມະນາ ສອງພັກ ລາວ-ຈີນ ຄັ້ງທີ X; ປຶ້ມກອງປະຊຸມສຳມະນາ ສອງພັກ ລາວ-ກູບາ ຄັ້ງທີ I, ໄດ້ສືບຕໍ່ບັນນາທິການ-ຮຽບຮຽງໃນຂັ້ນຄະນະປະຈຳສະພາທິດສະດີສູນກາງພັກ ເພື່ອປັບປຸງດ້ານເນື້ອໃນຂັ້ນສຸດທ້າຍ ຊຶ່ງມີທັງໝົດ 163 ໜ້າ ແລະ ສະບັບສັງລວມຫຍໍ້ 61 ໜ້າ ແລະ ສຳເລັດການເຂົ້າມາແກັດ, ຈັດໜ້າຂະໜາດປຶ້ມ 15x21 cm ເພື່ອກະກຽມຈັດພິມເຜີຍແຜ່ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ, ໄດ້ປະຕິບັດສຳເລັດຕາມການຂັ້ນຕອນຕ່າງໆ, ນັບແຕ່ໂຄງຮ່າງ, ຮ່າງສະບັບທຳອິດ ແລະ ຈັດຕັ້ງດຳເນີນກອງປະຊຸມລະດົມຄຳຄິດເຫັນ ຢູ່ນະຄອນຫຼວງວຽງຈັນ ແລະ ຂັ້ນທ້ອງຖິ່ນ ຊຶ່ງດຳເນີນຢູ່ 3 ພາກ ຄື: ພາກເໜືອ (ແຂວງບໍ່ແກ້ວ); ພາກກາງ (ແຂວງວຽງຈັນ) ແລະ ພາກໃຕ້ (ແຂວງເຊກອງ); ສຳເລັດການສ້າງບົດລາຍງານຜົນການຈັດຕັ້ງດຳເນີນກອງປະຊຸມລະດົມຄຳຄິດເຫັນຢູ່ແຕ່ລະຈຸດ ແລະ ລາຍງານໃຫ້ກົມການເມືອງສູນກາງພັກຮັບຊາບ; ສຳເລັດການປັບປຸງໂຄງສ້າງດ້ານເນື້ອໃນ ແລະ ຜ່ານການລະດົມຄຳຄິດເຫັນພາຍໃນສະພາທິດສະດີສູນກາງພັກ. ປັດຈຸບັນໄດ້ປັບປຸງເປັນສະບັບທີ 7 ແລະ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ຊຶ່ງໄດ້ຮັບຮອງດ້ານຫຼັກການແລ້ວ.
ປັດຈຸບັນໄດ້ສຳເລັດການປັບປຸງຮ່າງໂຄງສ້າງ ແລະ ໄດ້ອອກບົດແນະນຳກ່ຽວກັບການຂຽນເນື້ອໃນສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ພ້ອມທັງໄດ້ເປີດກອງປະຊຸມເຜີຍແຜ່ວິທີວິທະຍາ 2 ຄັ້ງ, ໄດ້ສັງລວມເນື້ອໃນເອກະສານ, ນິຕິກຳຕ່າງໆ ແລະ ສົ່ງໃຫ້ແຕ່ລະອະນຸກຳມະການ ເພື່ອເປັນພື້ນຖານອ້າງອີງ ເປັນຕົ້ນ ນິຕິກຳກ່ຽວກັບວຽກງານ 40 ປີ; ປື້ມສັງລວມເນື້ອໃນບົດລາຍງານການເມືອງຂອງພັກ ແຕ່ສະໄໝທີ 1-11 ລວມມີ 600 ກວ່າໜ້າ, ໄດ້ສຸມໃສ່ການປະຕິບັດກົນໄກຂອດການປະສານງານກັບສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຢ່າງເປັນປົກກະຕິ ໃນປີ 2024 ໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຫົວຂໍ້ຄົ້ນຄວ້າກ່ຽວກັບແນວຄິດ ໄກສອນ ພົມວິຫານ ປະກອບມີ 4 ຫົວຂໍ້ ຄື: ໜຶ່ງ, ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1975-1992; ສອງ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ; ສາມ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາ ແລະ ສີ່, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ ແລະ ວຽກງານອື່ນໆ.