ເມື່ອບໍ່ດົນມານີ້, ເຜົ່າມົ້ງບ້ານຫ້ວຍເໝືອຍ ເມືອງຊ່ອນ ແຂວງຫົວພັນ ໄດ້ຈັດພິທີສະເຫຼີມສະ ຫຼອງງານບູນກິນຈຽງ ຫຼື ນໍເປເຈົ່າປະຈໍາປີ 2024 ຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ, ທ່ານ ສີວິໄລ ພີມມະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊ່ອນ, ທ່ານ ສີຄຳ ບູນມີໄຊ ປະທານ ກຳມາທິການວັດທະນະທຳ-ສັງຄົມແຂວງຫົວພັນ ແລະ ອຳນາດການປົກຄອງບ້ານ ເຖົ້າແກ່ແນວໂຮມຜູ້ຊົງ ຄຸນວຸດທິເຂົ້າຮ່ວມ. ໃນພິທີທ່ານເລຂາພັກບ້ານ ນາຍບ້ານຫ້ວຍເໝືອຍ ໄດ້ລາຍງານວ່າ: ເທດສະການບູນນໍເປເຈົ່າແມ່ນເປັນບູນ ປະເພນີຂອງຊົນເຜົ່າມົ້ງທີ່ສືບທອດກັນມາແຕ່ບັນພະບູລຸດຈົນເຖິງທຸກວັນນີ້ ມັນສະແດງເຖິງການອະນຸລັກ ຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງລາວ ເວົ້າລວມ, ເວົ້າສະເພາະຊົນເຜົ່າມົ້ງ,ທີ່ສະແດງເຖິງຄວາມຮູ້ບູນຄຸນຕໍ່ບັນພະບູລຸດທີ່ລ່ວງລັບໄປແລ້ວ ແລະເປັນການ ສະເຫຼີມສະຫຼອງຄວາມອຸດົມສົມບູນ ແຫ່ງຜົນສຳເລັດການເກັບກູ້ຜົນຜະລິດໃນໄລຍະໜຶ່ງປິຜ່ານມາໂດຍຫຍໍ້.​ຈາກນັ້ນ, ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ໄດ້ມີຄໍາເຫັນກ່າວຍ້ອງຍໍຊົມເຊີຍຕໍ່ການພ້ອມພຽງຮຽງໜ້າຂອງປະຊາ ຊົນພາຍໃນບ້ານທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິິດ-ສັງຄົມຂອງບ້ານໃຫ້ມີການພັດ ທະນາມີການຫັນປ່ຽນທີ່ດີຂຶ້ນ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງຫົວພັນ; ຕີລາຄາສູງຕໍ່ບົດບາດ, ຄວາມສາມາດ, ຄວາມດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ, ປູກຝັງ, ລ້ຽງສັດ ແລະ ມູນເຊື້ອອັນດີງາມຂອງຊົນເຜົ່າມົ້ງນັບແຕ່ກໍາເນີດມີຊາດລາວ, ໄລຍະຕໍ່ສູ້ກັບພວກສັກດີນາຕ່າງດ້າວ, ຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ການນໍາພາຂອງບັນພະບູລຸດລາວ, ລ້ວນແຕ່ມີຊົນເຜົ່າມົ້ງໄດ້ເຂົ້າຮ່ວມຄຽງບ່າຄຽງໄຫຼ່ກັບປະຊາຊົນລາວບັນດາເຜົ່າ, ພາຍ ຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລວມທັງໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກ-ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ໄດ້ມີນະໂຍບາຍຢ່າງເໝາະສົມສະເໝີຕົ້ນສະເໝີປາຍຕໍ່ຊົນເຜົ່າມົ້ງ ຄືກັບຊົນເຜົ່າອື່ນໆພາຍໃນຊາດຂອງວົງຄະນາຍາດແຫ່ງຊາດ, ພ້ອມທັງມີຄໍາເຫັນໂອ້ລົມເນັ້ນໜັກຫຼາຍບັນຫາທີ່ສໍາຄັນເປັນປະໂຫຍດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງບ້ານໃນຕໍ່ໜ້າຕື່ມອີກ.
ໃນພິທີຫຼາຍພາກສ່ວນໄດ້ມີກະຕ່າມາຮ່ວມອວຍພອນຄະນະພັກ, ອົງການປົກຄອງບ້ານ ກໍຄືປະຊາຊົນ, ຈາກນັ້ນໄດ້ຮັບຊົມການສະແດງຟ້ອນສິລະປະ, ຊົມການເປົ່າແຄນເຜົ່າມົ້ງ, ສາທິດການຕໍາເຂົ້າປະປາປີໃໝ່, ໂຍນໝາກຄອນ ແລະ ມ່ວນຊື່ນລໍາວົງສາມັກຄີ ຊຶ່ງເປັນພາບບັນຍາກາດເບີກບານມ່ວນຊື່ນຂອງວັດທະນະທໍາຮີດຄອງປະເພນີອັນເປັນເອກະລັກທີ່ມີມາແຕ່ດົນນານ, ເປັນພາບອານຸສອນຄວາມຊົງຈໍາຂອງງານສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ສາກົນ ປີ 2025 ຂອງບ້ານດັ່ງກ່າວອີກດ້ວຍ.​
(ຂ່າວ: ແກ້ວຈະເລີນ)