ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2025 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານ ໂດຍການເປັນປະທານຂອງ ສະຫາຍ ແສງລາຕີ ຫຼອມຍະເດດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າແຕງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ.
ໃນກອງປະຊຸມ, ໄດ້ຜ່ານບົດລາຍງານການເມືອງ, ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ, ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຈໍານວນ 27 ສະຫາຍຍິງ 5 ສະຫາຍ ຊຶ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ແສງລາຕີ ຫຼອມຍະເດດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພົງສະຫວັດ ສິງຫາລາດ ແລະ ສະຫາຍ ນາງ ແກ້ວອຸດອນ ດວງມະນີວົງ ເປັນຮອງເລຂາ, ເລືອກເອົາ ສະຫາຍ ກິ ສາຍອຸດົມ ເປັນປະທານກວດກາພັກເມືອງ, ສະຫາຍ ພູເຂົາ ລາດສະບັນດິດ ແລະ ສະຫາຍ ສາຍໂລຫິດ ໄຊຍະລາດ ເປັນຮອງປະທານກວດກາພັກເມືອງ.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຄະນະພັກເມືອງຊຸດເກົ່າ ພ້ອມດ້ວຍສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ທີ່ໄດ້ມີຄວາມພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ປະກອບສ່ວນປະຕິບັດມະຕິ, ຄໍາສັ່ງຕ່າງໆ ຂອງພັກ-ລັດວາງອອກ ດ້ວຍຄວາມຫ້າວຫັນ, ມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ, ອັນໄດ້ເຮັດໃຫ້ເມືອງທ່າແຕງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນສາມັກຄີປອງດອງ, ເສດຖະກິດຂະຫຍາຍຕົວດ້ວຍຈັ່ງຫວະດີ, ໝັ້ນທ່ຽງ ແລະ ຍືນຍົງ.ພ້ອມນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ເນັ້ນໃຫ້ຄະນະພັກເມືອງຊຸດໃໝ່ ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ, ແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.ສຸມໃສ່ພັດທະນາເສດຖະກິດ ໂດຍສະເພາະຂະແໜງທີ່ເປັນທ່າແຮງ ໃຫ້ກາຍເປັນເສດຖະກິດປາຍແຫຼມ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ, ຍູ້ແຮງຂະບວນການຜະລິດເປັນສິນຄ້າ ຂອງປະຊາຊົນຕາມທ່າແຮງບົ່ມຊ້ອນ ກໍຄືຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ພາຍນອກໃຫ້ຫຼາຍຂຶ້ນ.ປັບປຸງ ແລະ ພັດທະນາຂະແໜງການສຶກສາ, ສາທາລະນະສຸກ, ພັດທະນາສີມືແຮງງານ, ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ. ເອົາໃຈໃສ່ປົກປັກຮັກສາປ່າໄມ້, ປູກປ່າ ແລະ ຟື້ນຟູປ່າ. ທັງນີ້, ກໍເພື່ອແນໃສ່ສ້າງເມືອງທ່າແຕງ ເປັນເມືອງທີ່ມີລະບົບການເມືອງເຂັ້ມແຂງ, ເປັນແຫຼ່ງຜະລິດກະສິກໍາສະອາດ, ທໍາມະຊາດສີຂຽວ, ການທ່ອງທ່ຽວວັດທະນາທໍາ-ປະຫວັດສາດ ຕິດພັນກັບການສ້າງ ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ສັນຍາ)