ເມື່ອບໍ່ດົນມານີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ຄະນະປະຈຳສະພາປະຊາຊົນແຂວງເລຂາທິການສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການກະກຽມດໍາເນີນກອງປະຊຸມສະສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໂດຍທ່ານໄດ້ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II,ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງມື້ວັນຄານ ວັນທີ 14-16 ມັງກອນ 2025 ທີ່ສະໂມສອນໃຫຍ່ແຂວງສາລະວັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມ ທັງໝົດ 3 ວັນ ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດປະມານ 100 ກວ່າທ່ານ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IIຈະໄດ້ຮັບຟັງການລາຍງານ ພ້ອມທັງ ພິຈາລະນາ ແລະ ຮັບຮອງບັນຫາສຳຄັນຕ່າງໆ ປະກອບມີ:ບົດລາຍງານ ໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025 ຕິດພັນ ກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;ບົດລາຍງານຂອງພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025 ຂອງແຂວງ;ແຜນການລົງທຶນຂອງລັດ ປະຈໍາປີ 2025;ບົດລາຍງານຂອງພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025;ບົດລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນທົ່ວແຂວງ; ບົດລາຍງານຂອງພະແນກພາຍໃນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງຂອງແຂວງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຂອງແຂວງ; ບົດລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງແຂວງ; ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025;ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2023;ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022;ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025;ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025;ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025;ບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ຕໍ່ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງສາລະວັນ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025;ພິຈາລະນາ, ຮັບຮອງການສ້າງ ແລະ ປັບປຸງນິຕິກໍາສໍາຄັນຂອງແຂວງ ຈໍານວນ 2 ສະບັບຄື:ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຂົນສົ່ງສິນຄ້າທາງບົກ ພາຍໃນແຂວງສາລະວັນ (ປັບປຸງ);ຮ່າງຂໍ້ຕົກລົງວ່າດ້ວຍ ການກໍານົດເຂດປະເມີນລາຄາທີ່ດິນທົ່ວແຂວງ (ປັບປຸງ).
ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນບ່ອນອີງໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ໃນການຈັດຕັ້ງປະຕິບັດກອງປະຊຸມເທື່ອນີ້ ຈະໄດ້ຮັບຮອງເອົາມະຕິກອງປະຊຸມ ລວມມີ 10 ສະບັບ, ຮັບຮອງນິຕິກໍາໃຕ້ກົດໝາຍ 2 ສະບັບ ແລະ ອື່ນໆ.
ໃນໄລຍະດໍາເນີນກອງປະຊຸມນີ້, ຄະນະເລຂາທິການສະພາປະຊາຊົນແຂວງ ຍັງໄດ້ຈັດການຖ່າຍທອດສົດ ບາງເນື້ອໃນທີ່ສຳຄັນຈຳນວນໜຶ່ງ ຜ່ານສະຖານີວິທະຍຸແຂວງ ແລະ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ໂທລະສັບສາຍດ່ວນ ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ແລະ ທົ່ວສັງຄົມທີ່ຈະສົ່ງມາຍັງກອງປະຊຸມຕາມໂມງລັດຖະການ ໂທໄປໝາຍເລກ: 034 156 ໂດຍບໍ່ເສຍຄ່າໂທ;
(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)