ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025 ນີ້ ຢູ່ທີ່ມະໂມສອນຂອງເມືອງ ຄອບ ແຂວງ ໄຊຍະບູລີ, ໄດ້ຈັດພິທີມອບ-ຮັບກລົດຖີບ ໂດຍໃຫ້ກຽດການເຂົ້າຮ່ວມຂອງທ່ານ ສົມນຶກ ສິງຄໍາ ວ່າການເຈົ້າເມືອງໆຄອບພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ 7ກໍາມະການປະຈໍາສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໄດ້ຕ່າງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ມອບລົດຖີບໃຫ້ແກ່ອົງການປົກຄອງເມືອງຄອບ ຈໍານວນ 10 ຄັນ ໂດຍການກ່າວຮັບຂອງ ທ່ານ ສົມນຶກ ສິງຄໍາ. ທ່ານ ນາງ ວັນນາ ພົມວິສອນ ຍັງໃຫ້ຮູ້ວ່າ: ລົດຖີບຈໍານວນດັ່ງກ່າວແມ່ນໃຫ້ມອບໃຫ້ນ້ອງນ້ອຍນັກຮຽນບ່ອນຫ່າງໄກຊອກລີກ ແລະ ດອຍໂອກາດ ແຕ່ຮໍ່າຮຽນເກັ່ງ.
ໃນໂອກາດດັ່ງກ່າວ, ທ່ານ ວ່າການເຈົ້າເມືອງໆຄອບ ໄດ້ສແດງຄວາມຂອບອົກຂອບໃຈມາຍັງ ຄະນະປະຈໍາສະພາປະຊາຊົນແຂວງ ທີ່ເຫັນໄດ້ຄວາມສຳຄັນ ໃນວຽກງານການສຶກສາຂັ້ນເມືອງໃນຄັ້ງນີ້.
(ຂ່າວ - ພາບ: ທອງແກ້ວ ພອນມະລີ)