ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024
ການພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2025 ຕ້ອງສຸມໃສ່ຄາດໝາຍລວມ ດັ່ງນີ້:
1. ໂຄສະນາສຶກສາອົບຮົມໃຫ້ເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳຢ່າງຕັ້ງໜ້າຕໍ່ແນວທາງ, ແຜນນະໂຍບາຍ ແລະ ການນຳພາຂອງພັກ ເຮັດໃຫ້ວຽກງານໂຄສະນາອົບຮົມມີຄຸນນະພາບ, ມີຊີວິດຊີວາ, ຕິດພັນກັບໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະຂອງການສ້າງສາພັດທະນາ ແລະ ປັກປັກຮັກສາປະເທດຊາດ.
2. ເຮັດໃຫ້ວຽກງານໂຄສະນາສຶກສາອົບຮົມ ມີຄວາມແຫຼມຄົມວ່ອງໄວທັນການໃນການອະທິບາຍຕອບແກ້ບັນຫາຕ່າງໆ ທີ່ສັງຄົມສົນໃຈ; ເປັນເຈົ້າການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂການເສື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ.
3. ຄົ້ນຄວ້າສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໜ້າທີ່ຈຸດສຸມ ແຕ່ລະໄລຍະ
ຂອງພັກ-ລັດ ແລະ ແທດເໝາະກັບແຕ່ລະເປົ້າໝາຍ.
4. ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ, ພື້ນຖານໂຄງລ່າງ ແລະ ນິຕິກຳ, ກົນໄກປະສານງານຂອງຄະນະໂຄສະນາອົບຮົມທຸກຂັ້ນ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ໂລ່ງລຽນ ແລະ ໜັກແໜ້ນເຂັ້ມແຂງ.
ສະນັ້ນ, ວຽກງານໂຄສະນາອົບຮົມຂອງພັກ ຕ້ອງຮັບປະກັນລັກສະນະນຳພາ, ລັກສະນະຕໍ່ສູ້, ລັກສະນະວິທະຍາສາດ ແລະ ຕົວຈິງ ສາມາດສ້າງຄວາມເຊື່ອໝັ້ນຈາກອົງການຈັດຕັ້ງຂອງພັກ-ລັດ ແລະ ສັງ ຄົມ, ໃນການໂຄສະນາສຶກສາອົບຮົມປຸກລະດົມຂະບວນການຂອງສັງຄົມດ້ວຍຄວາມຕັ້ງໜ້າ ແລະ ເປັນເຈົ້າການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຜົນສຳເລັດຕາມຈຸດໝາຍສັງຄົມນິຍົມທີ່ວ່າ: ປະຊາຊົນຮັ່ງມີຜາສຸກປະເທດຊາດມັ່ງຄັ່ງເຂັ້ມແຂງສັງຄົມສາມັກຄີປອງດອງປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
(ຂໍ້ມູນຈາກ: ກົມອົບຮົມ ຄອສພ)