ໃນວັນທີ 11 ມັງກອນຜ່ານມາ, ທີ່ນະຄອນໂຮ່ຈີມິນ, ຄະນະຜູ້ແທນແຂວງຈໍາປາສັກ ເຊິ່ງນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ຟາມ ວັນ ມາຍ ກໍາມະການສູນກາງພັກ ຮອງເລຂາຄະນະພັກນະຄອນ, ປະທານຄະນະກໍາມະການປະຊາຊົນ ນະຄອນ ໂຮ່ຈີມິນ.
ການຢ້ຽມຢາມໃນຄັ້ງນີ້, ເປັນການສືບຕໍ່ເສີມຂະຫຍາຍບົດບັນທຶກການຮ່ວມມືກັບບັນດາແຂວງແຮກສ່ຽວ, ໂດຍສະເພາະກໍ່ແມ່ນນະຄອນໂຮ່ຈີມິນ ໃນບັນດາຂະແໜງການຕ່າງໆ ແລະ ໃນໂອກາດປີໃໝ່ປະເພນີ ຂອງຊາວຫວຽດນາມ 2025 ທີ່ຈະມາເຖິງນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ອວຍພອນມາຍັງ ຄະນະນຳ ນະຄອນ, ຕະຫຼອດຮອດ ປະຊາຊົນນະຄອນໂຮ່ຈີມິນ ຈົ່ງມີຄວາມຜາສຸກ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທຸກປະການ. ພ້ອມນັ້ນ, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ກ່າວລາຍງານສະພາບລວມຂອງແຂວງໂດຍສັງເຂບ ໃນການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດ ກໍຄືຂອງແຂວງໃນທ້າຍສະໄໝ, ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ, ວຽກງານຈຸດສຸມ, ການປະຕິບັດບັນດາຄາດໝາຍ ແຜນເສດຖະກິດ-ສັງຄົມ ເຮັດໃຫ້ລາຍຮັບຂອງແຂວງດີຂຶ້ນ ເປັນກ້າວໆ.
ໂອກາດດຽວກັນນີ້, ທ່ານ ຟາມ ວັນ ມາຍ ກໍໄດ້ສະແດງການຕ້ອນຮັບ ຢ່າງອົບອຸ່ນ ສະໜິດສະໜົມ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ການ ມາຢ້ຽມຢາມຂອງທ່ານເຈົ້າແຂວງຈໍາປາສັກ ພ້ອມຄະນະ, ພ້ອມທັງ ຕີລາຄາສູງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັກສາເສີມຂະຫຍາຍ ການຮ່ວມມືລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ເຕີບໃຫ່ຍ ກ້າວໄປສູ່ລວງເລິກ, ເຫັນດີຕໍ່ການສະເໜີ ຂອງທ່ານເຈົ້າແຂວງຈໍາປາສັກ ຈະສືບຕໍ່ດໍາເນີນ ບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ແລະ ທິດທາງໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ ແລະ ທັງສອງຝ່າຍໄດ້ຕົກລົງເຫັນດີ ສືບຕໍ່ການຮ່ວມມືການກໍ່ສ້າງຊັບພະຍາກອນມະນຸດ ແລກປ່ຽນທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາ, ຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານ, ສ້າງກາລະໂອກາດ ເງື່ອນໄຂ ເພື່ອລົງເລິກການຮ່ວມມືໂດຍສະເພາະແມ່ນກໍາລັງປະກອບອາວຸດ, ກອງບັນຊາການຂອງສອງແຂວງ, ພະແນກອຸດສະຫະກຳ ແລະ ການຄ້າ, ສະພາການຄ້າອຸດສາຫະກຳ, ອົງການຈັດຕັ້ງມະຫາຊົນຂອງສອງທ້ອງຖິ່ນໃຫ້ມີການຮ່ວມມືກັນ ເພື່ອການຮ່ວມມືອັນໃໝ່ ຮັດແໜ້ນຄວາມສາມັກຄີ ມິດຕະພາບຫຍິ່ງໆຂຶ້ນ.
(ຂ່າວ: ພູທິບສະຫັວນ)