ໃນວັນທີ 12 ມັງກອນນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ໂຣເບີດ ດີວາຮາ ຕາງໜ້າອົງການ LuxDev ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ. ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຕາງໜ້າອົງການ LuxDev ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພົວພັນຮ່ວມມື ກໍຄືຜັນຂະຫຍາຍໝາກຜົນຂອງການຊ່ວຍເຫຼືອຂອງອົງການລຸກຊໍາບວກ ເຂົ້າໃນຂົງເຂດວຽກງານຕ່າງໆຢູ່ໃນແຂວງຄຳມ່ວນ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນໄປເລື້ອຍໆ. ທ່ານເຈົ້າແຂວງ ຍັງໄດ້ສະເໜີຕໍ່ທ່ານ ໂຣເບີດ ດີວາຮາ ພ້ອມຄະນະ ຊ່ວຍຊຸກຍູ້ພັກດັນ ໃນການກໍ່ສ້າງ ແລະ ປັບປຸງໂຮງໝໍແຂວງຄຳມ່ວນ ແລະ ໂຮງໝໍຂອງບັນດາເມືອງ ທີ່ນອນຢູ່ໃນເປົ້າໝາຍການຊ່ວຍເຫຼືອ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອບໍລິການຄົນເຈັບໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນທາງດ້ານຄຸນນະພາບ. ສ່ວນອໍານາດການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງ ແມ່ນພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃນດ້ານຕ່າງໆ.
ທ່ານ ໂຣເບີດ ດີວາຮາ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ເປັນເຈົ້າການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມື ກໍຄືການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາໄດ້ດຳເນີນໄປໄດ້ດ້ວຍດີ. ສຳລັບແຜນງານພັດທະນາທ້ອງຖິ່ນໃນຕໍ່ໜ້າ ທາງອົງການແມ່ນໄດ້ສະເໜີເພີ່ມທາງດ້ານງົບປະມານ ເພື່ອປະກອບສ່ວນຊ່ວຍເຫຼືອປັບປຸງພື້ນຖານໂຄງລ່າງດ້ານຕ່າງໆຂອງແຂວງຄຳມ່ວນໃຫ້ຫຼາຍຂຶ້ນ. ພ້ອມນີ້ ທ່ານ ໂຣເບີດ ດີວາຮາ ຍັງໄດ້ແຈ້ງແຜນການເຄື່ອນໄຫວວຽກຢູ່ຢູ່ແຂວງຄຳມ່ວນ ຕໍ່ທ່ານເຈົ້າແຂວງໄດ້ຮັບຊາບ.
(ຂ່າວ-ພາບ: ກອງຄໍາ)