ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງນໍ້າບາກ ຄັ້ງທີ X ແລະ ເປັນເມືອງທໍາອິດຂອງແຂວງ ຫຼວງພະບາງ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສົມຫວັງ ພອນຄໍາວົງສາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນໍ້າບາກ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີແຂກຮັບເຊີນ ພ້ອມດ້ວຍຜູ້ແທນສົມບູນທີ່ເປັນຕົວແທນສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ສົມຫວັງ ພອນຄໍາວົງສາ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X ຈະໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາຜົນສໍາເລັດການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີຕໍ່ໜ້າ (2025-2029) ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ພ້ອມກັນນັ້ນ ກໍຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດ ໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງນໍ້າບາກ ໃຫ້ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ. ຈາກນັ້ນ, ກໍຈະໄດ້ຮັບຟັງການຊີ້ນໍາຈາກການນໍາຂອງແຂວງ ແລະຮັບຟັງການໂອ້ລົມຂອງສະຫາຍ ເລຂາພັກແຂວງຕື່ມອີກ.
    (ຂ່າວ: ເພັດສາຄອນ ສິມມະວົງ)