ໂດຍ: ສຳນານ ພົມພັກດີ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ2024 ຜ່ານມາ ເສດຖະກິດຂອງແຂວງ ອຸດົມໄຊ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສ້າງໄດ້ຄວາມສົມດຸນຂອງການເຕີບໂຕ ໂດຍສຸມໃສ່ສ້າງພື້ນຖານເສດຖະກິດໃຫ້ເຂັ້ມແຂງຕາມ 4 ພື້ນຖານເສົາຄໍ້າເສດຖະກິດ.
ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ຜ່ານມາ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ປີ 2024: ແຜນວຽກຈຸດສຸມ ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4.75% (ມະຕິສະພາ 4.73%), ມູນຄາ ບັນລຸ 10,631.05 ຕື້ກີບ ລື່ນແຜນການ 12.8% (ມະຕິສະພາ 9,422.24 ຕື້ກີບ); ລວມຍອດຜະລິດຕະພັນ (GDP) ຕໍ່ຫົວຄົນ 1,351ໂດລາ (ມະຕິສະພາ 1,377 ໂດລາ),ຂະແໜງກະສິກຳ ຂະຫຍາຍຕົວ 7.13%(ມະຕິສະພາ 7.03%), ກວມເອົາ 34.99% ຂອງ GDP (ມະຕິ 38.37% ຂອງ GDP), ສ້າງມູນຄ່າ 3,719.63 ຕື້ກີບ (ມະຕິສະພາ 3,614.94 ຕື້ກີບ), ຂະແໜງອຸດສາຫະກຳ ຂະຫຍາຍຕົວ 6.59%(ມະຕິສະພາ 4.02%), ກວມເອົາ 11.25%(ມະຕິສະພາ ກວມ 12.11% ຂອງ GDP), ສ້າງມູນຄ່າ 1,196.38 ຕື້ກີບ(ມະຕິສະພາ 1,140.81 ຕື້ກີບ), ຂະແໜງບໍລິການ ຂະຫຍາຍຕົວ 2.08%(ມະຕິສະພາ 3.20%) ກວມເອົາ 52.55% (ກວມ 48.34% ຂອງGDP), ສ້າງມູນຄ່າ 5,587ຕື້ກີບ (ມະຕິສະພາ 4,555 ຕື້ກີບ).
ໃນຂະນະດຽວກັນ ຂະແໜງກະສິກຳ ແລະ ປ່າໄມ້: ການຜະລິດເຂົ້າ ປະຕິບັດໄດ້ 26,101 ເຮັກຕາ ເທົ່າກັບ 98.09% ຂອງແຜນການ(ມະຕິສະພາ 26,608 ເຮັກຕາ),ເນື້ອທີ່ເສຍຫາ 478.18 ເຮັກຕາ, ຜົນຜະລິດເຂົ້າທັງໝົດ 87,685ໂຕນ ເທົ່າກັບ 91.5%ຂອງແຜນການ(ມະຕິສະພາ 95,804 ໂຕນ) ທຽບກັບປີຜ່ານມາເພີ່ມຂຶ້ນ 1%,ການປູກພືດສະບຽງອາຫານ ປະຕິບັດໄດ້ 8,094 ເຮັກຕາ ເທົ່າກັບ 86.8%ຂອງແຜນການ(ແຜນການ9,323 ເຮັກຕາ) ທຽບໃສ່ປີຜ່ານມາເພີ່ມຂຶ້ນ 6.1%,ຜົນຜະລິດ 55,919ໂຕນ ເທົ່າກັບ 71.8%ຂອງແຜນການ(ມະຕິສະພາ 77,903ໂຕນ) ທຽບໃສ່ປີຜ່ານມາເພີ່ມຂຶ້ນ 40.4%, ການປູກພືດເປັນສິນຄ້າ ປະຕິບັດໄດ້ 50,472 ເຮັກຕາ ເທົ່າກັບ 83%ຂອງແຜນການ(ແຜນການ 60,782 ເຮັກຕາ),ຜົນຜະລິດ 514,667 ໂຕນ ເທົ່າກັບ 62.4% ຂອງແຜນການ,ແຜນການ825,231 ໂຕນ),ທຽບກັບປີຜ່ານມາເພີ່ມຂຶ້ນ 17%, ການຜະຜະລິດຊີ້ນ,ໄຂ່ ແລະ ປາ ຜະລິດໄດ້ 22,660 ໂຕນ ປະຕິບັດໄດ້ລື່ນແຜນການ 21.4%(ແຜນການ 18,667 ໂຕນ) ສາມາດຕອບສະໜອງການບໍລິໂພກພາຍໃນໄດ້ 93.7% ຂອງຄວາມຕ້ອງການບໍລິໂພກທັງໝົດ,ການລ້ຽງສັດ ແລະ ການປະມົງ ໄດ້ສົ່ງເສີມການລ້ຽງສັດ ເພື່ອເຮັດໃຫ້ອັດຕາການຂະຫຍາຍຕົວຂອງຝູງສັດເພີ່ມຂຶ້ນ.