ພິ​ທິ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ລະ​ຫວ່າງ ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງກະ​ຊວງ​ສະ​ທະ​ລະ​ນະ​ສຸກ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ເມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນນີ້ ທີ່ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງ, ໂດຍ​ຮ່ວມເຊັນບົດບັນທຶກລະຫວ່າງ​​ ທ່ານ ອ່ອນ​ວິ​ໄລສຸ​ລິ​ຍາ ຮອງສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງແລະ ທ່ານປຸກ ຕາ​ມ່ອງ ປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ເມືອງ​ຈັນ​ທະ​ບູ​ລີ ໂດຍ​ຊ້ອງ​ໜ້າ​ຂອງທ່ານ ບຸນ​ເລືອນ ດວງ​ເດືອນ ຫົວ​ໜ້າສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງ ກະ​ຊວງ​ສະ​ທະ​ລະ​ນະ​ສຸກ,ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.
ຈຸດ​ປະ​ສົງ​ໃນ​ການ​ເຊັ່ນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສະ​ບັບ​ນີ້ແມ່ນ​ເພື່ອ​ຮ່ວມ​ມື​ວຽກ​ງານ​ດ້ານ​ການ​ຢາ​ພື້ນ​ເມືອງ​ລາວໃນ​ການ​ອະ​ນຸ​ລັກ,ຄົ້ນ​ຄວ້າ-ພັດ​ທະ​ນາ,ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ ແລະ ສະ​ໜັບ​ສະ​ໜູນການ​ບໍ​ລິ​ການ ໃຫ້​ແກ່​ສັງ​ຄົມ, ການສົ່ງເສີມການແລກປ່ຽນບົດຮຽນ, ປະສົບການຄວາມຮູ້ພູມປັນຍາດ້ານການຢາພື້ນເມືອງ, ຕຳລາຢາພື້ນເມືອງ ແລະ ບຳລຸງສ້າງບຸກຄະລາກອນການຢາພື້ນເມືອງ ໃນການສຶກສາຄົ້ນຄວ້າ ແລະ ພັດທະນາສູດຕຳລາຢາພື້ນເມືອງ ແລະ ການຜະລິດປຸງແຕ່ງຜະລິດຕະພັນ;ສົ່ງເສີມການອະນຸລັກຊີວະນາໆພັນທີ່ເປັນຢາ, ການປູກ-ຂະຫຍາຍພັນພືດເປັນຢາ ເພື່ອການອະນຸລັກ ແລະ ການສະໜອງວັດຖຸດິບໃຫ້ແກ່ການຄົ້ນຄວ້າທົດລອງ ແລະ ການຜະລິດ, ການສຶກສາ,ຄົ້ນຄວ້າ,ວິໄຈ, ພັດທະນາ ແລະ ຢັ້ງຢືນສູດຕຳລາ ແລະ ນຳຜົນການຄົ້ນຄວ້າຈົດທະບຽນສິດທິບັດ ຮ່ວມກັນ;ຮ່ວມມືໃນການນໍາເອົາຜົນການສຶກສາຄົ້ນຄວ້າມາຈັດຕັ້ງເຜີຍແຜ່ພັດທະນາ ແລະ ສົ່ງເສີມການຜະລິດ, ຮ່ວມກັນລົງເລິກດ້ານການຕະຫຼາດ ແລະ ບໍລິການ ອອກຮັບໃຊ້ສັງຄົມ.
ສະຖາບັນການແພດ ແລະ ການຢາພື້ນເມືອງ ຈະເປັນຜູ້ດຳເນີນການດ້ານວິຊາການຄື: ຈັດຕັ້ງການຝຶກອົບຮົມຄວາມຮູ້ພື້ນຖານດ້ານການຢາພື້ນເມືອງ, ການຜະລິດປຸງແຕ່ງຢາພື້ນເມືອງ, ການສືບຄົ້ນພູມປັນຍາດ້ານຢາພື້ນເມືອງ, ຕຳລາຢາພື້ນເມືອງ, ການສໍາຫຼວດພືດເປັນຢາ, ການຄັດເລືອກສູດຕຳລາ ເຂົ້າໃນການສຶກສາຄົ້ນຄວ້າພັດທະນາສູດຕໍາລາໃໝ່; ການສຶກສາ ຄົ້ນຄວ້າວິໄຈຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ຂອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ການຜະລິດ ແລະ ສົ່ງເສີມການນໍາໃຊ້ຢາພື້ນເມືອງເຂົ້າໃນຕາໜ່າງສາທາລະນະສຸກ; ສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ ຕາງໜ້າໂດຍ ໂຮງງານປຸງແຕ່ງຢາພື້ນເມືອງ ແລະ ເຄື່ອງສໍາອາງ ມັງກອນລ້ານຊ້າງ ຈະເປັນຜູ້ສະໜອງງົບປະມານໃຫ້ຄວາມສະດວກ, ສະໜອງຂໍ້ມູນທີ່ຈຳເປັນດ້ານວິຊາການ, ດ້ານການຕະຫຼາດ, ຈໍາໜ່າຍຜະລິດຕະພັນອອກສູ່ສັງຄົມ; ການຮ່ວມມືແມ່ນບໍ່ມີການກ້າວກາຍພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກັນ ແລະ ກັນ; ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈສະບັບນີ້ມີປະສິດທິຜົນ, ຄູ່ຮ່ວມມືສອງຝ່າຍ ຈະຮ່ວມກັນອອກແບບແຜນປະຕິບັດງານ ແລະ ແຜນລະອຽດ ໂດຍແຕ່ລະຝ່າຍຈະຮັບຜິດຊອບສໍາລັບການປະສານງານ ແລະ ຈັດຕັ້ງປະຕິບັດ ແຜນການ ແລະ ແຜນງານຮ່ວມມືດັ່ງກ່າວຈະມີການຈັດປະຊຸມປຶກສາຫາລື ກັນສອງຝ່າຍ ໂດຍມີການຜັດປ່ຽນກັນດ້ານສະຖານທີ່ການຈັດຕັ້ງປະຕິບັດແມ່ນຈະມີສັນຍາຍ່ອຍການຮ່ວມມືສະເພາະ ຂອງແຕ່ລະກິດຈະກຳງົບປະມານສໍາລັບການຈັດຕັ້ງປະຕິບັດບັນດາກິດຈະກຳການຮ່ວມມືທີ່ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນທາງສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ ເປັນຜູ້ສະໜອງໃຫ້;ສໍາລັບສະຖານທີ່, ອຸປະກອນຮັບໃຊ້ ທາງດ້ານການວິໄຈ, ການຜະລິດ, ປຸງແຕ່ງ ໃນສະຖາບັນ ແລະ ສະມາຄົມ ມີແຜນຮ່ວມກັນໃນການສຶກສາ, ຄົ້ນຄວ້າ ໂດຍອີງຕາມສະພາບເງື່ອນໄຂ ແລະ ຄວາມເປັນຈິງ.
ຂ່າວ-ພາບ:ບຸນ​ຕອມ-ບຸນ​ອຸ້ມ.