
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂອງແຂວງວຽງຈັນ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ທີ່ໄຂຂຶ້ນໃນລະຫວ່າງວັນທີ 21-24 ມັງກອນ 2025 ວ່າ: ການພັດທະນາເສດຖະກິດຂອງແຂວງວຽງຈັນ ປີ 2024 ຂະຫຍາຍຕົວໃນ ລະດັບ 5.3%ເທົ່າກັບ 98.4% ຂອງແຜນການ, ຄິດເປັນມູນຄ່າໄດ້ 11,998 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ 23 ລ້ານກວ່າກີບ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 4.14%, ກວມເອົາ 31.58% ຂອງ GDP, ໂດຍມີການປູກເຂົ້າ 61,093 ເຮັກຕາ, ເທົ່າກັບ 89.83% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 268,131 ໂຕນ, ເທົ່າກັບ 89.22% ຂອງແຜນການ, ການປູກພືດລະດູແລ້ງ ໄດ້ 75,701 ເຮັກຕາ, ລື່ນແຜນການ 38.53%, ເກັບກູ້ຜົນຜະລິດໄດ້ 984,113 ໂຕນ, ລື່ນແຜນການຫຼາຍກວ່າ 2 ເທົ່າ ແລະ ການຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ 33,909 ໂຕນ, ເທົ່າກັບ 92.59% ຂອງແຜນການ. ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.60%, ກວມເອົາ 31.79% ຂອງ GDP, ປັດໄຈຊຸກຍູ້ແມ່ນມາຈາກການ ຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໄດ້ 2,143.87 ຕື້ກີບ, ເທົ່າກັບ 101.91% ຂອງແຜນການ, ການຜະລິດພະລັງງານໄຟຟ້າໄດ້ 2,028.80 ກິກາວັດໂມງ, ລື່ນແຜນການ 7.38% ມູນຄ່າ 1,483.88 ຕື້ກີບ, ລື່ນແຜນການ 4.85% ແລະ ການຜະລິດແຮ່ທາດ 2,324.82 ຕື້ກີບ, ລື່ນແຜນການ 48.40%. ຂະແໜງການບໍລິການ ຂະຫຍາຍຕົວ 6.63%, ກວມເອົາ 33.90% ຂອງ GDP, ປັດໄຈຊຸກຍູ້ແມ່ນຈາກການບໍລິການຂົນສົ່ງສິນຄ້າໄດ້ 33,078 ພັນໂຕນ, ລື່ນແຜນການຫຼາຍເທົ່າ ແລະ ບໍລິມາດຂົນສົ່ງໂດຍສານໄດ້ 2,600 ພັນຄົນ, ລື່ນແຜນການ 1.92%. ວຽກງານທ່ອງທ່ຽວ ໝົດປີມີນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 1.9 ລ້ານກວ່າເທື່ອຄົນ, ລື່ນແຜນການ 90.01%, ສ້າງລາຍຮັບ ທົ່ວສັງຄົມໄດ້ 1,347 ຕື້ກີບ, ລື່ນແຜນສິບກວ່າເທົ່າຕົວ, ການຂາຍຍົກ-ຂາຍຍ່ອຍໄດ້ 5,206.89 ຕື້ກີບ, ລື່ນແຜນການ 52.40%, ຂະແໜງອາກອນ ຂະຫຍາຍຕົວ 1.31%, ກວມເອົາ 2.73% ຂອງ GDP. ການປະຕິບັດແຜນງົບປະມານ-ການເງິນ ໄດ້ຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ 1,545 ຫົວໜ່ວຍ. ໝົດປີສາມາດເກັບລາຍຮັບງົບປະມານທົ່ວແຂວງໄດ້ 594.23 ຕື້ກີບ, ລື່ນແຜນ ການ 70.33%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 15.36%. ການຄຸ້ມຄອງປະຕິບັດລາຍຈ່າຍ: ສຸມໃສ່ຄຸ້ມຄອງລາຍຈ່າຍໄປຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ, ໝົດປີປະຕິບັດໄດ້ 850.39 ຕື້ກີບ, ເທົ່າກັບ 99.37% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 16.90%, ດຸນດ່ຽງຈາກສູນກາງ 487.42 ຕື້ກີບ (ບໍ່ລວມດຸ່ນດ່ຽງເງິນເກີນແຜນ). ນອກນັ້ນ, ການອະນຸມັດລາຍຮັບເກີນແຜນປີ 2023 ປະຕິບັດປີ 2024 ໄດ້ 95.56 ຕື້ກີບ, ເທົ່າກັບ 99.96%ຂອງແຜນການ. ພ້ອມນີ້ວຽກງານອື່ນໆ ກໍເຫັນວ່າມີການປະຕິບັດໄດ້ຕາມແຜນການ ແລະ ລື່ນຄາດໝາຍທີ່ວາງໄວ້.
ທ່ານເຈົ້າແຂວງວຽງຈັນ ກ່າວອີກວ່າ: ສຳລັບແຜນການປີ 2025 ແຂວງວຽງຈັນຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ບໍ່ໃຫ້ຫຼຸດ 6.5%, ຄິດເປັນມູນຄ່າ 13,294 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 1,211 ໂດລາສະຫະລັດ ຫຼື 25.42 ລ້ານກີບ. ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວ 4%, ກວມເອົາ 25.63%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9.6%, ກວມເອົາ 38.38%, ຂະແໜງບໍລິການ ຂະຫຍາຍຕົວ 6.6%, ກວມ ເອົາ 33.19% ແລະ ພາສີ-ອາກອນ ຂະຫຍາຍຕົວ 3%, ກວມເອົາ 2.8% ຂອງ GDP.
(-ຂ່າວ: ແກ້ວອຸດົມ)