
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງມູນລະປາໂມກ ແຂວງຈຳປາສັກ ໄດ້ໄຂຂຶ້ນໃນວັນທີ 30 ມັງກອນນີ້ ທີ່ສະໂມສອນເມືອງ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງມຸນລະລະປາໂມກ,ມີແຂກເຊີນ ແລະ ຜູ້ແທນສົມບູນຊຶ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ ຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ວັນນະສັກ ຊາດຕະກູນ ກ່າວໄຂກອງປະຊຸມ ແລະ ຜ່ານຮ່າງບົດລາຍງານ ການເມືອງ ທັງ 2 ພາກ ໂດຍກ່າວວ່າ:ຕະຫລອດ ໄລຍະ 5 ປີ ຜ່ານມາທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມມີການພັດທະນາດ້ວຍບາດກ້າວ ແລະ ຖ່ວງທ່າໄໝ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີພາບ ແລະ ປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ.ດ້ານເສດຖະກິດ ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6.3% ຕໍ່ປີ, ລວມຍອດລາຍຮັບຜະລິດຕະພັນພາຍໃນ ບັນລຸໄດ້ 4,751 ຕື້ກີບ ທຽບໃສ່ແຜນລື່ນ 60%; ສະເລ່ຍລາຍຮັບ ຕໍ່ຄົນຕໍ່ປີໄດ້ 21,461,637 ກີບ.ອັນພົ້ນເດັ່ນ ການລະດົມທຸກແຫຼ່ງທຶນ ເຂົ້າໃສ່ການພັດທະນາ ບັນລຸໄດ້ 895.95 ຕື້ກີບ, ລື່ນແຜນ 43% ແລະ ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ ໄດ້ 65.99 ຕື້ກີບ, ລື່ນແຜນ 49.57%. ຈາກນັ້ນໃນປະຊຸມ ຍັງຈະໄດ້ພິຈາລະນາ ຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງມຸນລະປາໂມກດຳເນີນໄປເປັນເວລາ 2 ວັນ ຄືວັນທີ 30-31 ມັງກອນ 2025 ຈິ່ງຈະສໍາເລັດ.
(ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ)