
ໃນວັນທີ 30-31 ມັງກອນ 2025 ນີ້, ກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນອົງຄະນະພັກເມືອງພະລານໄຊ ແຂວງສະຫວັນນະເຂດໄດ້ໄຂຂຶ້ນທີ່ສະໂມສອນຂອງເມືອງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ມີແຂກຖືກເຊີນ ແລະ ບັນດາຜູ້ແທນສົມບູນເຂົ້າຮ່ວມ.
ໃນວາລະປະຊຸມ,ສະຫາຍ ດວງຈັນ ແສນບຸດຕະລາດ ວ່າການເລຂາພັກເມືອງວ່າການເຈົ້າເມືອງພະລານໄຊ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ຄໍາເພັດ ແກ້ວພິທູນ ຮອງເລຂາພັກເມືອງໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມວ່າ: ໃນໄລຍະ 5 ປີຜ່ານມາໄດ້ຜັນຂະຫາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກປະຊາຊົນ ປະຕິວັດລາວ ຢ່າງທົ່ວເຖິງ ແລະ ເລິກເຊິ່ງສອດຄ່ອງກັບສະພາບຈຸດພິເສດ ແລະ ທ່າແຮງຂອງເມືອງ,ຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ V ມາເປັນແຜນງານອັນລະອຽດໂດຍໄດ້ກຳນົດ 5 ແຜນງານບູລິມະສິດ ແລະ 51 ໂຄງການ, ພ້ອມດຽວກັນນັ້ນໄດ້ມອບຄວາມຮັບຜິດຊອບແກ່ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງນຳພາ-ຊີ້ນຳແຕ່ລະຂົງເຂດຕາມແຜນດຳເນີນງານ.
ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ຖັນແຖວກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າຮັບຮູ້ ແລະເຊື່ອມຊຶມຢ່າງທົ່ວເຖິງ, ລະບົບການຈັດຕັ້ງຖັນແຖວ ປກຊ-ປກສ ໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງຕິດພັນກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງກວມ 100%, ເພີ່ມຂຶ້ນ 20 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 98.14% ຂອງບ້ານທັງໝົດ ເພີ່ມຂຶ້ນ 8 ບ້ານ,ສ້າງບ້ານປອດຢາເສບຕິດໄດ້ 88.88% ຂອງບ້ານທັງໝົດ ເພີ່ມຂຶ້ນ 25 ບ້ານ ເທົ່າກັບ 92.59% ຂອງແຜນການ. ການພັດທະນາດ້ານເສດຖະກິດໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງໃນການຜະລິດເປັນສິນຄ້າຂອງປະຊາຊົນຢ່າງເປັນຂະບວນກວ້າງຂວາງ, ເສດຖະກິດຂອງເມືອງຂະຫຍານຕົວສະເລ່ຍ 5.52% ຕໍ່ປີ,ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 400 ກວ່າຕື້ກີບເທົ່າກັບ 102.84% ຂອງແຜນການ, ສະເລ່ຍໃສ່ຫົວຄົນໄດ້ 10.72 ລ້ານກີບຕໍ່ຄົນຕໍ່ປີ, ສະເລ່ຍເຂົ້າເປືອກໃສ່ຫົວຄົນໄດ້ 853.63 ກິໂລ/ຄົນ/ປີ, ຊອກຄົ້ນເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ລື່ນແຜນການ21.75%,ດ້ານລາຍຈ່າຍປະຕິບັດໄດ້ 98,42% ຂອງແຜນການ ແລະ ການພັດທະນາດ້ານອື່ນໆກໍເພີ່ມຂຶ້ນເຊັ່ນດຽວ
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງພະລານໄຊຊຸດໃໝ່ນໍາອີກດ້ວຍ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)