
ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຊຸດທີ IIຂອງສະພາປະຊາຊົນແຂວງຊຽງຂວາງໄດ້ໄຂຂຶ້ນໃນວັນທີ 29 ມັງກອນຜ່ານມາຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຊຽຂວາງພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມ, ຈະໄດ້ຮັບຟັງການລາຍງານຂອງ ທ່ານ ເຈົ້າແຂວງຊຽງຂວາງ ແລະ ພະແນກການ, ກົມກອງ, ອົງການທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງແຂວງຊຽງຂວາງ, ບົດລາຍງານການຈັດຕັ້ງປະຕິບັດແຜນການງົບປະມານລົງທຶນຂອງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ2025, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ2024 ແລະ ທິດທາງແຜນການ ປີ2025, ບົດລາຍງານການຈັດຕັ້ງປະຕິບັດພາລະບົດບາດເປັນໃຈກາງປະສານງານກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດການແກ້ໄຂຜົນຂອງການກວດສອບຜ່ານມາ ແລະ ທິດທາງຕໍ່ໜ້າ, ລາຍງານການຈັດຕັ້ງປະຕິບັດຂໍ້ຕົກລົງ ເລກທີ 326/ຈຂ.ຊຂ, ລົງວັນທີ 2 ເມສາ 2019 ວ່າດ້ວຍການຄຸ້ມຄອງ ແລະ ບໍລິຫານທີ່ດິນ; ຄໍາສັ່ງ ເລກທີ 01/ຊຂ, ລົງວັນທີ 3 ກຸມພາ 2022 ວ່າດ້ວຍການຫ້າມຈັບຈອງ, ບຸກລຸກ ແລະ ຊື້ຂາຍສິດນໍາໃຊ້ທີ່ດິນບໍ່ຖືກຕ້ອງຢູ່ພາຍໃນແຂວງ ແລະ ບັນຫາທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນການນໍາເຂົ້າ, ຄຸ້ມຄອງ, ນໍາໃຊ້ ສານເຄມີເຂົ້າໃນການຂຸດຄົ້ນແຮ່ທາດ ແລະ ຜະລິດກະສິກຳ, ລາຍງານກ່ຽວກັບ ວິທີການ ແລະ ມາດຕະການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນການສະກັດກັ້ນ ແລະ ວາງມາດຕະການແກ້ໄຂ ຕໍ່ການລັກລອບຂຸດຄົ້ນແຮ່ຊະຊາຍ, ການປະຕິບັດຄໍາສັ່ງ ເລກທີ 18/ຊຂ, ລົງວັນທີ 21 ຕຸລາ 2021 ໃຫ້ມີຄວາມເຂັ້ມງວດ, ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງທາງຫຼວງຂອງແຂວງ ສະບັບເລກທີ 132/ຈຂ.ຊຂ, ລົງວັນທີ 15/02/2019, ການຄຸ້ມຄອງການບັນທຸກນໍ້າໜັກ, ການໃຊ້ລົດ-ໃຊ້ຖະໜົນ ຂອງບັນດາລົດຂົນສົ່ງສິນຄ້າຕ່າງໆ, ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງທີ່ດິນ, ປ່າໄມ້ ແລະ ຊີວະນາໆພັນໃນຂົງເຂດ ໂຄງການພັດທະນາພະລັງງານນໍ້າ ແລະ ໂຄງການຂຸດຄົ້ນແຮ່ທາດ, ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ2025; ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ຂອງແຂວງຊຽງຂວາງ, ບົດລາຍງານການເຄື່ອນໄຫວວຽກຕິດຕາມກວດກາ ປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການສຶກສາທິການ ແລະ ກິລາ ສົກຮຽນ 2023-2024ຕິດພັນກັບການປະລະການຮຽນຊັ້ນມົດທະຍົມຕອນຕົ້ນ, ຕອນປາຍ ແລະ ທິດທາງແຜນການ ສົກຮຽນ 2024-2025,ລາຍງານການເຄື່ອນໄຫວວຽກງານປີ 2024 ແລະ ທິດທາງແຜນການ ປີ 2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງສານປະຊາຊົນແຂວງ ແລະນິຕິກໍາອື່ນໆ. ພ້ອມນີ້ສາມະຊິກ ຄະນະປະຈໍາສະພາປະຊາຊົນແຂວງ ແລະ ສາມາຊິກ ສສຊ ແລະ ສສຂ ຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງແຕ່ລະພາກສ່ວນ ເພື່ອຊ່ວຍກັນຊອກວິທີທາງແກ້ໄຂຂໍ້ຄົງຄ້າງ ແລະ ສືບຕໍ່ການຈັດຕັ້ງປະຕິບັດ ບັນລຸຕາມແຜນການ ແລະ ຕາມຂັ້ນເທິງວາງອອກ. ຈາກນັ້ນ, ກໍຈະໄດ້ຮັບຮອງເອົາບົດລາຍງານດັ່ງກ່າວ. ເພື່ອໄປຈັດຕັ້ງປະຕິບັດໃນຕໍ່ໜ້າ, ກອງປະຊຸມຈະດຳເນີນໄປເປັນເວລາ 3ວັນ (ວັນທີ່ 29-31 ມັງກອນ 2025).
(ແຫຼ່ງຂ່າວ: ແຂວງຊຽງຂວາງ)