ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄົງເຊໂດນ ແຂວງສາລະວັນ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ມັງກອນນີ້ ຢູ່ສະໂມສອນເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ເຈົ້າແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະໄໝ ໂພທິສານ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຄົງເຊໂດນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ133 ສະຫາຍຍິງ 9 ສະຫາຍ ເປັນຕົວແທນໃຫ້ສະມາຊິກພັກທົ່ວເມືອງເຂົ້າຮ່ວມ.
ສະຫາຍ ສະໄໝ ໂພທິສານ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII.ຕະຫຼອດໄລຍະ 5 ປີຜ່ານມາອົງຄະນະພັກເມືອງ ໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງເປັນຂະບວນການ, ປັບປຸງກຳລັງຫຼວງ, ກອງຫຼອນ - ປກສ ບ້ານ, ຫັດແອບສີນລະປະຍຸດ, ຍຸດທະວິທີສູ້ຮົບ, ອັນພົ້ນເດັ່ນ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ, ຊຶ່ງສາມາດອົບຮົມ ແລະ ບໍາບັດຜູ້ເສບຢາເສບຕິດ ໃຫ້ກາຍເປັນຄົນດີຂອງສັງຄົມ ໄດ້ຫຼາຍກວ່າ 3 ພັນຄົນ.ດ້ານເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ລວມຍອດລາຍຮັບສະເລ່ຍຂອງພົນລະເມືອງ 25 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຊຶ່ງໄດ້ຊຸກຍູ້ສົ່ງເສີມດ້ານການປູກ-ການລ້ຽງ ເປັນຕົ້ນ: ນໍາໃຊ້ເຕັກນິກໃໝ່ ເພື່ອຍົກສູງສະມັດຕະພາບປູກເຂົ້າບັນລຸ 446,536 ໂຕນ ທຽບໃສ່ແຜນການ ລື່ນແຜນ 3.84%, ເດັ່ນກວ່າໝູ່ ກຸ່ມປູກເຂົ້າໂຄງການຊາວນາຮັ່ງມີ ໃນ57 ບ້ານ, ມີ 808 ຄອບຄົວ, ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຍົກສູງຄຸນນະພາບການຮຽນ - ການສອນ ເດັກໃນເກນອາຍຸໄດ້ເຂົ້າຮຽນມີທ່ວງທ່າດີຂຶ້ນ, ອັດຕາການປະລະຫຼຸດລົງ, ສາມາດຍາດໄດ້ນັກຮຽນເກັ່ງ ຂັ້ນແຂວງ 15 ນ້ອງ, ຂັ້ນກະຊວງ 2 ນ້ອງ; ນອກນັ້ນ, ຍັງໄດ້ເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ສາມາດຍາດໄດ້ທັງໝົດ 10 ຫຼຽນ, ດ້ານຕາໜ່າງສາທາລະນະສຸກກວມເອົາທຸກພື້ນທີ່ໃນທົ່ວເມືອງ ໄດ້ຍົກສູງດ້ານການບໍລິການ-ການປິ່ນປົວ ໃຫ້ມີຄຸນນະພາບ ແລະ ປະກາດເມືອງຄົງເຊໂດນເປັນເມືອງຊຸມຊົນເປັນເຈົ້າການຮັກສາສຸຂະອະນາໄມ (ຊຈສ), ສົ່ງເສີມ ແລະ ອະນຸລັກ-ຮັກສາວັດຖຸບູຮານ, ວັດວາອາຮາມ - ສົ່ງເສີມບຸນປະເພນີວັດທະນະທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນ ດ້ວຍຈັດການສະແດງສິລະປະ - ວັນນະຄະດີ ໃນງານສຳຄັນຂອງພັກ - ຂອງຊາດ, ສ້າງບ້ານວັດທະນະທຳໃໝ່ ກວມເອົາ 100%, ສ້າງບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ 2 ບ້ານຄື: ບ້ານນາປົ່ງ, ບ້ານຄຳທອງ ແລະ ຮັບຮອງເອົາເມືອງຄົງເຊໂດນ ເປັນເມືອງພົ້ນທຸກ ແລະ ປະກາດ ເປັນເມືອງບັນລຸມາດຖານຫົວໜ່ວຍເຂັ້ມແຂງຮອບດ້ານຕາມທິດ 3 ສ້າງ ເປັນເມືອງທໍາອິດຂອງແຂວງ.
ກອງປະຊຸມຄັ້ງນີ້, ໄດ້ຜ່ານຮ່າງລາຍງານແຜນພັດທະນາເສດຖະກິດ - ສັງຄົມ, ຮ່າງບົດສໍາຫຼວດການນຳພາລວມຂອງອົງຄະນະພັກເມືອງ ພ້ອມທັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຜົນງານ, ນັບທັງຈຸດດີ, ຂໍ້ຄົງຄ້າງ ແລະ ຈະໄດ້ມີການປະກອບຄຳຄິດຄຳເຫັນ ຂອງບັນດາຕົວແທນຈາກຫ້ອງການແຕ່ລະຂົງເຂດອ້ອມຂ້າງເມືອງ, ຮາກຖານ, ໜ່ວຍພັກ ແລະ ຄອບຄົວຕົວແບບຈຳນວນໜຶ່ງ ແລະ ຈະໄດ້ໃຊ້ສິດປະຊາທິປະໄຕໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ. ກອງປະຊຸມຈະໄດ້ດໍາເນີນໄປ ເປັນເວລາ 2 ວັນ ນັບແຕ່ວັນທີ 30-31 ມັງກອນ 2025.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)