
ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ມັງກອນຜ່ານມານີ້ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ບຸນທອນ ສີສະຫວັນ ວ່າການເລຂາພັກເມືອງ ເຈົ້າເມືອງໆນາແລ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານການເມືອງ ການຕີລາຄາໝາກຜົນການນຳພາ ຊີ້ນຳວຽກງານຮອບດ້ານຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ພ້ອມທັງ ຜ່ານທິດທາງແຜນການ, ຄາດໝາຍສູ້ຊົນແລະ ວຽກງານຈຸດສຸມ ໃນການນຳພາແຕ່ປີ2024ຫາ2029,ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງ ທີ 11 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 12 (2025-2029)ຂອງເມືອງ;ຮັບຟັງການຜ່ານບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ5ປີຜ່ານມາ.ຈາກນັ້ນ, ກອງປະຊຸມກໍໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະບໍລິຫານງານພັກເມືອງນາແລຊຸດໃໝ່, ຊຶ່ງມີຜູ້ສະໝັກ 27 ສະຫາຍ ຍິງ 2 ສະຫາຍ; ເລືອກເອົາ 23 ສະຫາຍ. ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນເລຂາຄະນະບໍລິຫານງານ ພັກເມືອງ,ສະຫາຍ ທໍາມະວົງ ບຸນຖາວອນ ເປັນຮອງເລຂາ,ສະຫາຍສຸລິຕານ ຈອມສະຫວັນ ເປັນຮອງເລຂາ ເປັນປະທານກວດກາພັກ, ເລືອກເອົາສະຫາຍ ພົມມະນີ ນິນເພັດ ແລະ ສະຫາຍ ນາງ ຄໍາຜຸຍ ຟ້າແກ້ວສໍາພັນ ເປັນຮອງປະທານຄະນະກວດກາພັກ ແລະໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງ ຄັ້ງທີ lXຈໍານວນ 24 ສະຫາຍ, ຍິງ 2 ສະຫາຍ.
ໂອກາດນີ້, ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພ້ອມກັນສືບຕໍ່ຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ ເພື່ອພ້ອມກັນພັດທະນາເມືອງນາແລໃຫ້ມີບາດກ້າວຂະຫຍາຍຕົວຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
(ຂ່າວ: ນາງ ພອນທິບ ພິລາວັນ)