
ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດຂະບວນການທົດລອງການນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງໃຫ້ພາລູກຫຼານມາຮັບວັກຊິນກັນພະຍາດ ໃນວັນທີ 30 ມັງກອນ ນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ. ມີທ່ານ ໄພວັນ ແກ້ວປະເສີດຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ນາງ ເມແກນ ຈອນສເອກອັກຄະລັດຖະທູດ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ; ທ່ານ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ; ທ່ານ ບິລາລ ດູຣານີຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດໄດ້ກ່າວວ່າ: ການເປີດຂະບວນການທົດລອງນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງໃຫ້ພາລູກຫຼານທີ່ມີອາຍຸ1 ປີເຕັມ ມາຮັບວັກຊິນກັນພະຍາດ ຊຶ່ງຂະບວນການດັ່ງກ່າວຈະດຳເນີນເປັນໄລຍະເວລາ 1 ປີ. ຂະບວນການທົດລອງນຳໃຊ້ຂໍ້ຄວາມແຈ້ງເຕືອນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ, ລັດຖະບານອົສຕຣາລີ ແລະ ອົງການກາວີ ພັນທະມິດວັກຊິນ ໂດຍມີເປົ້າໝາຍໃນການເພີ່ມອັດຕາການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ໂປລີໂອ ໂດຍການສົ່ງຂໍ້ຄວາມເຕືອນຜູ້ປົກຄອງຜ່ານທາງໂທລະສັບມືຖືຂອງເຂົາເຈົ້າໂດຍກົງ.
ຂະບວນການດັ່ງກ່າວ ແມ່ນນຳພາໂດຍໂຄງການສັກຢາກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ. ການສົ່ງຂໍ້ຄວາມແຈ້ງເຕືອນດັ່ງກ່າວ ແມ່ນອີງໃສ່ຂໍ້ມູນຈາກລະບົບບັນທຶກການຮັບວັກຊິນກັນພະຍາດລາຍບຸກຄົນ (EIR) ຊຶ່ງເປັນຖານຂໍ້ມູນ ກ່ຽວກັບວຽກງານການຮັບວັກຊິນທົ່ວປະເທດ, ທີ່ໄດ້ລິເລິ່ມສ້າງຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ. ຄັ້ງນີ້ເປັນຄັ້ງທຳອິດທີ່ຂໍ້ມູນໃນລະບົບບັນທຶກການໃຫ້ວັກຊິນກັນພະຍາດລາຍບຸກຄົນໂດຍໄດ້ຖືກນຳໃຊ້ ເພື່ອສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງ.
ວັກຊິນເຫຼົ່ານີ້ ມີຄວາມຈຳເປັນຢ່າງຍິ່ງໃນການປົກປ້ອງລູກຫຼານ ແລະ ສຸຂະພາບຂອງປະຊາຊົນທຸກຄົນ. ໃນຂະບວນການດັ່ງກ່າວ ມີການເຊື່ອມສານເຕັກໂນໂລຊີທັນສະໄໝເຂົ້າຊ່ວຍ, ພວກເຮົາມີເປົ້າໝາຍເພີ່ມອັດຕາປົກຄຸມການໃຫ້ວັກຊິນກັນພະຍາດ ເພື່ອຮັບປະກັນວ່າ ເດັກໄດ້ຮັບການປົກປ້ອງຈາກບັນດາພະຍາດອັນຕະລາຍທີ່ປ້ອງກັນໄດ້ດ້ວຍວັກຊິນ ເນື່ອງຈາກຜ່ານມາ ເຫັນວ່າອັດຕາການກັບມາຮັບວັກຊິນຫຼຸດລົງເມື່ອເດັກອາຍຸຫຼາຍຂຶ້ນ. ຂະບວນການນີ້ ເຖິງວ່າຈະເປັນພຽງບາດກ້າວທຳອິດ ແຕ່ຖືເປັນບາດກ້າວທີ່ໜັກແໜ້ນ ຊຶ່ງກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ເອົາໃຈໃສ່ ແລະ ສະໜັບສະໜູນວຽກງານອັນສຳຄັນນີ້. ໃນ ສປປ ລາວ, ເດັກທີ່ອາຍຸໄດ້ 1 ປີເຕັມ ແມ່ນແນະນຳໃຫ້ສັກວັກຊິນ 2 ເຂັມ ກໍຄື ວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເຂັມທີ 2 ແລະ ວັກຊິນປ້ອງກັນພະຍາດໂປລີໂອ ໂດສທີ 2.
ທ່ານ ນາງ ເມແກນ ຈອນສ໌ໄດ້ກ່າວວ່າ: ປະເທດອົສຕຣາລີ ມີຄວາມມຸ່ງໝັ້ນໃນການສະ ໜັບສະໜູນ ສປປ ລາວ ໃນວຽກງານການຍົກສູງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວ. ຂະບວນການທົດລອງການສົ່ງຂໍ້ຄວາມແຈ້ງເຕືອນນີ້ ຖືເປັນຕົວຢ່າງທີ່ດີອັນໜຶ່ງຂອງການນຳໃຊ້ເຕັກໂນໂລຊີ ເພື່ອສົ່ງເສີມວຽກງານການສັກວັກຊິນ ແລະ ປົກປ້ອງເດັກຈາກບັນດາພະຍາດທີ່ອັນຕະລາຍ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການຮັບປະກັນໃຫ້ເດັກທຸກຄົນເຕີບໃຫຍ່ມາມີສຸຂະພາບແຂງແຮງຕາມທີ່ສົມຄວນໄດ້ຮັບ. ຂະບວນການທົດລອງດັ່ງກ່າວ ແມ່ນກວມເອົາເຂດຕົວເມືອງທົ່ວປະເທດ ຄາດວ່າຈະສາມາດສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງຂອງເດັກທີ່ມີອາຍຸ 1 ປີ ໄດ້ເຖິງ 50,000 ຄົນ ໃນໄລຍະ 1 ປີຕໍ່ໜ້າ ໂດຍຈະສົ່ງຂໍ້ຄວາມແຈ້ງໃຫ້ບັນດາຜູ້ປົກຄອງທີ່ໄດ້ແຈ້ງເບີໂທລະສັບໄວ້ໃນຕອນທີ່ພາລູກຫຼານມາຮັບວັກຊິນຄັ້ງທຳອິດ. ໃນຂະນະດຽວກັນ, ແພດໝໍທົ່ວປະເທດກໍຈະເກັບກຳເບີໂທລະສັບຂອງຜູ້ປົກຄອງທີ່ພາເດັກມາສັກຢາເປັນເທື່ອທຳອິດ ເພື່ອບັນທຶກເຂົ້າໃນລະບົບບັນທຶກການໃຫ້ວັກຊິນກັນພະຍາດລາຍບຸກຄົນ. ທ່ານ ທິມ ອາມສະຕຣອງ ໄດ້ມີຄຳເຫັນວ່າ: ອົງການອະນາໄມໂລກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຂະບວນການທີ່ມີຄວາມປະດິດສ້າງນີ້. ຜ່ານມາ, ເຮົາໄດ້ເຫັນແລ້ວວ່າການສົ່ງຂໍ້ຄວາມແຈ້ງເຕືອນແບບນີ້ ມີຜົນດີຕໍ່ກັບການເພີ່ມອັດຕາປົກຄຸມການໃຫ້ວັກຊິນກັນພະຍາດ ເພາະເປັນການແຈ້ງເຕືອນຜູ້ປົກຄອງທີ່ອາດຈະຄາວຽກ ຫຼື ຍັງບໍ່ທັນເຂົ້າໃຈລະອຽດຕໍ່ຄຳແນະນຳຕ່າງໆ. ຖ້າຂະບວນການນີ້ໄດ້ຮັບຜົນດີ, ຈະໄດ້ມີການຂະຫຍາຍການຈັດຕັ້ງປະຕິບັດໃຫ້ກວມເອົາການສັກວັກຊິນຊະນິດອື່ນ ແລະ ວຽກງານອື່ນໆອີກ.
ທ່ານຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຂະບວນການທົດລອງການນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານ
ອົສຕຣາລີ ແລະ ອົງການກາວີ, ພັນທະມິດວັກຊິນ ຊຶ່ງທັງ 2 ພາກສ່ວນ ແມ່ນໄດ້ສະໜັບສະໜູນວຽກງານການສັກວັກຊິນຮອບປົກກະຕິໃນ ສປປ ລາວ ມາເປັນເວລາຍາວນານ. ການສ້າງລະບົບບັນທຶກການໃຫ້ວັກຊິນກັນພະຍາດລາຍບຸກຄົນ ເລີ່ມຕົົ້ນຂຶ້ນໃນປີ 2022 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ເລີ່ມນຳໃຊ້ທົ່ວປະເທດໃນປີ 2024 ໂດຍການນຳພາຂອງກະຊວງສາທາລະນະສຸກ ແລະ ສະໜັບສະໜູນໂດຍອົງການອະນາໄມໂລກ, ອົງການອຸຍນີເຊັບ, ອົງການກາວີ ແລະ ລັດຖະບານຍີ່ປຸ່ນ. ປັດຈຸບັນ, ມີເດັກນ້ອຍ ຫຼາຍກວ່າ 515,000 ຄົນ ທີ່ໄດ້ຮັບວັກຊິນ 1 ເຂັມຂຶ້ນໄປ ແລະ ໄດ້ມີຂໍ້ມູນລົງທະບຽນໃນລະບົບດັ່ງກ່າວ.
(ຂ່າວ-ພາບ: ຍຸຸພິນທອງ)