ເມື່ອບໍ່ດົນມານີ້, ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບເຂົ້າໃນຄະນະບໍລິຫານງານພັກເມືອງ ສະໄໝທີ IX ຮອບທີ II ໄດ້ຈັດຂຶ້ນຢູ່ທີ່ ສະໂມສອນເມືອງ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ສົມສີ ມະນີນິນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປະທຸມພອນ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.
ສະຫາຍ ສົມຈິດ ແພງສະຫວັດ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານອົງການກວດກາພັດ-ລັດເມືອງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ຮ່າງສໍາຫຼວດຂອງຄະນະບໍລິຫານງານພັກເມືອງ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ປະກອບຄໍາຄິດຄໍາເຫັນໃສ່ 3 ເອກະສານດັ່ງກ່າວຕື່ມອີກ.
ໂອກາດນີ້, ສະຫາຍ ສົມສີ ມະນີນິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີແບບແຜນນໍາພາ, ວິທີເຮັດວຽກທີ່ດີ ແລະ ມີແບບແຜນດໍາລົງຊີວິດ ທີ່ປອດໃສບໍລິສຸດ
ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຮຽກຮ້ອງມາຍັງບັນດາຜູ້ແທນທຸກສະຫາຍ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ, ຄົ້ນຄ້ວາພິຈາລະນາ ຢ່າງຖີ່ຖ້ວນ, ຢ່າງພາວະວິໄສ ເພື່ອເລືອກເຟັ້ນເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ໂດດເດັ່ນ ເຂົ້າໃນເປົ້າໝາຍ ເປັນການນໍາຂອງເມືອງ ເພື່ອນໍາພາ-ຊີ້ນໍາ ເມືອງປະທຸມພອນ ໃຫ້ມີການພັດທະນາດີຂຶ້ນ. ຈາກນັ້ນ, ກໍໄດ້ດຳເນີນການທາບທາມ ຮອບທີ II ໄປຕາມຂັ້ນຕອນຢ່າງຖືກຕ້ອງ.
(ຖະແຫຼງຂ່າວ: ເມືອງ ປະທຸມພອນ)