ທ່ານ ບຸນລິດ ເທບບຸນສູງ ຮັກສາການເລຂາພັກເມືອງວ່າການເຈົ້າເມືອງປາກຊ່ອງ ແຂວງຈໍາປາສັກໃຫ້ສໍາພາດນັກຂ່າວທ້ອງຖິ່ນໃນວັນທີ 5 ມັງກອນຜ່ານມາວ່າ:ປັດຈຸບັນເມືອງປາກຊ່ອງມີຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ IX ເຊັ່ນ: ດ້ານບຸກຄະລາກອນ,ດ້ານເນື້ອໃນ,ດ້ານຂະບວນການພັດທະນາເສດຖະກິດ-ສັງຄົມ,ຂະບວນການອະນາໄມປະດັບປະດາຕົວເມືອງ, ສຳນັກງານຫ້ອງການ,ກົມກອງ,ສະຖານທີ່ສາທາລະນະອື່ນໆ ໃຫ້ມີຄວາມສະຫງົບ,ຈົບງາມ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ທ່ານ ບຸນລິດ ເທບບຸນສູງ ກ່າວຕື່ມວ່າ: ສຳລັບການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2020-2024)ຂອງເມືອງປາກຊ່ອງ ໃນຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກ ກໍຄືການຊຸກຍູ້, ຕິດຕາມ, ກວດກາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກເມືອງ ຊຸດທີ VIII ໂດຍໄດ້ຮັບການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າຂອງຫ້ອງການ, ກົມກອງ, ຮາກຖານກຸ່ມບ້ານ ແລະ ບ້ານ, ປະຊາຊົນບັນດາເຜົ່າ, ເຮັດໃຫ້ທິດທາງຄາດໝາຍຫຼາຍດ້ານຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIIIໄດ້ຮັບການຈັດຕັ້ງປະຕິບັດສຳເລັດຫຼາຍຄາດໝາຍເຊັ່ນ: ດ້ານເສດຖະກິດໄດ້ມີການເຕີບໂຕໃນລະດັບ ສະເລ່ຍ 6.15% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 28,116.68 ຕື້ກີບ ສະເລ່ຍຂອງພົນລະເມືອງ 58,530,313 ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 92.62%; ສະເພາະປີ 2024 ລວມຍອດຜະລິດຕະພັນພາຍໃນບັນລຸ 9,130.15 ຕື້ກີບ. ສະເລ່ຍຂອງພົນລະເມືອງ 97,769,938 ກີບ ຫຼື ເທົ່າກັບ 4.956 ໂດລາສະຫະລັດ. ໂຄງປະກອບເສດຖະກິດຫັນປ່ຽນຕາມທ່າແຮງບົ່ມຊ້ອນ.
ນອກຈາກການພັດທະນາເສດຖະກິດແລ້ວ,ດ້ານການເມືອງແນວຄິດ,ວັດທະນະທຳ-ສັງຄົມ,ການທ່ອງທ່ຽວ, ປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ກໍ່ສ້າງພັກ-ພະນັກງານ,ການກໍ່ສ້າງພື້ນຖານໂຄງລ່າງ,ການລຶບລ້າງຄວາມທຸກຍາກຂອງປະຊາຊົນກໍໄດ້ນໍາພາເຮັດໃຫ້ມີການພັດທະນາ,ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ.
(ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ)